ລາວ ອາດປະສົບກັບ ການຂາດແຄນ ພື້ນທີ່ ດິນປູກຝັງ ແລະ ປ່າໄມ້
2009.01.05
ໜັງສືພິມ The Manila Times ຂອງຟີລິບປິ່ນ ຣາຍງານ ເມື່ອວັນຈັນ ວັນທີ່ 5 ມົກກະຣາ ນີ້ວ່າ ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ໄດ້ສະແດງ ຄວາມເປັນຫ່ວງ ຕໍ່ສະພາບແວດລ້ອມ ໃນຫຼາຍປະເທດ ໃນເອເຊັຍຕາວັນອອກສ່ຽງໃຕ້ ທີ່ຣັຖບານ ໃຫ້ຕ່າງປະເທດ ເຊົ່າທີ່ດິນ ເພື່ອປູກພຶດສິນຄ້າ ຫຼາຍເກີນໄປ.
ໃນປະເທດລາວ ສະຫະ ປະຊາຊາດ ເຕືອນວ່າ ສປປລາວ ເປັນປະເທດນຶ່ງ ທີ່ທຸກຍາກ ທີ່ສຸດ ໃນໂລກ ແລະ ກໍມີການສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່ ຫລາຍທີ່ສຸດ ປະເທດນຶ່ງ ໃນເອເຊັຍ. ນັກຊ່ຽວຊານຕ່າງປະເທດ ຄາດຄະເນວ່າ ເມື່ອບໍ່ດົນຜ່ານມາ ຣັຖບານລາວ ໄດ້ອະນຸຍາດ ໃຫ້ບໍຣິສັດ ຕ່າງປະເທດ ເຊົ່າທີ່ດິນ ເພື່ອປູກຢາງພາຣາ ສາລີ ອ້ອຍ ແລະ ພຶດສິນຄ້າ ຊະນິດອື່ນໆ ຫລາຍແສນເຮັກຕາຣ໌; ປັດຈຸບັນ ປະຊາຊົນລາວ ໃນຫລາຍໆເຂດ ເລີ້ມຂາດເຂີນ ບ່ອນຢູ່ ແລະ ບ່ອນທຳມາຫາກິນ ແລະ ຣັຖບານລາວ ກໍສຶກໂຕ ໄດ້ປະກາດໂຈະ ການໃຫ້ສັມປະທານ ທີ່ດິນ ແກ່ບໍຣິສັດ ຕ່າງປະເທດແລ້ວ ເມື່ອບໍ່ດົນຜ່ານມາ.
ອົງການ ອາຫານ ແລະ ກະສິກັມ ຊຶ່ງເປັນອົງການນຶ່ງ ຂອງສະຫະປະຊາຊາດ ໄດ້ສະແດງ ຄວາມເປັນຫ່ວງ ທີ່ປະຊາຊົນລາວ ໄດ້ສູນເສັຍ ທີ່ດິນໃຫ້ແກ່ ຕ່າງປະເທດ ຢ່າງວ່ອງໄວ; ຊາວລາວ ຕ້ອງການທີ່ດິນເພື່ອທຳມາຫາກິນ; ເດັກນ້ອຍລາວ ຢູ່ໃນເຂດຊົນນະບົດ ເຖິງເຄິ່ງນຶ່ງ ຂາດເຂີນອາຫານ. ທ່ານ Serge Verniau ຜູ້ຕາງໜ້າ ອົງການອາຫານ ແລະ ກະສິກັມ ປະຈຳລາວ ກ່າວວ່າ ບັນຫາ ທີ່ຮ້າຍແຮງ ອີກຢ່າງນຶ່ງ ທີ່ປະຊາຊົນລາວ ກຳລັງປະສົບຢູ່ ໃນປັດຈຸບັນ ແມ່ນ ບັນຫາພື້ນທີ່ດິນ ຂາດເຂີນ ຕົ້ນໄມ້ ແລະ ປ່າໄມ້. ຊາວລາວເຖິງ 80 ສ່ວນຮ້ອຍ ຍັງທຳມາຫາກິນ ແລະ ດຳເນີນຊີວິດ ໂດຍອາໃສ ປ່າໄມ້ ແຕ່ປັດຈຸບັນ ປ່າໄມ້ ແລະ ຕົ້ນໄມ້ ຢູ່ລາວ ໄດ້ຖືກທຳຣາຍ ເກືອບໝົດແລ້ວ ດິນຟ້າອາກາດ ກໍປ່ຽນແປງ ພາໃຫ້ແຫ້ງແລ້ງ ເກີນໄປ ໃນຍາມແລ້ງ ແລະ ມີລົມພະຍຸແຮງ ຝົນຕົກໜັກ ເກີນໄປ ໃນຍາມຝົນ.