ພື້ນທີ່ ປ່າໄມ້ ໃນແຂວງຜົ້ງສາລີ ຫລຸດນ້ອຍລົງ

ບັນຫາ ທີ່ແຂວງຜົ້ງສາລີ ທີ່ຈະຕ້ອງ ແກ້ໄຂ ໃນປັດຈຸບັນ ຄື ບັນຫາ ພື້ນທີ່ປ່າ ຫລຸດໜ້ອຍລົງ.
ຈໍາປາທອງ ຣາຍງານ
2008.09.25

ເຈົ້າໜ້າທີ່ຫ້ອງການ ສິ່ງແວດລ້ອມແຂວງຜົ້ງສາລີ ກ່າວເຖິງ​​ ສິ່ງແວດລ້ອມ ທີ່ກຳລັງມີບັນຫາແລະ ໜ່ວຍງານທີ່ກ່ຽວຂ້ອງ ກຳລັງຕຽມແຜນ ການແກ້ໄຂບັນຫາ ທີ່ເກີດຂື້ນ ຢ່າງຮີບດ່ວນນັ້ນວ່າ:

ບັນຫາຫລາຍທີ່ສຸດນີ້ ຄືປັດຈຸບັນແກ້ຢູ່ ກໍຄືວ່າ ການລຸດນ້ອຍລົງ ຂອງເນື້ອທີ່ປ່າໄມ້ເນື້ອທິ່ປ່າໄມ້ ຢູ່ໃນປີ 1989 ມີອັດຕາສ່ວນປົກຄຸມຢູ່ 41 ສ່ວນຮ້ອຍ ຮອດມື້ນີ້ ຍັງ 18 ສ່ວນຮ້ອຍ ລຸດລົງມາເທົ່າກັບ 23.75 ສ່ວນຮ້ອຍ

ນອກຈາກບັນຫາ ທີ່ວ່າ ນັ້ນແລ້ວ ຍັງມີບັນຫາການເສື່ອໂຊມ ຂອງຄຸນນະພາບດິນ ທີ່ຈະຕ້ອງ ໄດ້ເລັ່ງແກ້ໄຂ ຍ້ອນວ່າ ມັນມີຜົນກະທົບຕໍ່ສິ່ງແວດລ້ອມ ທີ່ເກີດຈາກ ສານພິດຕ່າງໆ ຊຶ່ງຕົກຄ້າງ ຈາກການສີດຢາ ຂ້າຫຍ້າ ຫລືຢາປາບ ສັດຕຣູພືດ.

ສຳລັບ ການແກ້ໄຂບັນຫາ ທີ່ກ່ຽວຂ້ອງ ກັບການເພິ່ມ ພື້ນທີ່ປ່າໄມ້ ໃນແຂວງຜົ້ງສາລີ ນັ້ນ ທ່ານ ວ່າ ມີຫລາຍໜ່ວຍງານໄດ້ໃຫ້ຄວາມຊ່ວຍເຫລືອ: 

ມາຮອດປີ 2008 ນີ້ ມີໂຄງການຈັດສັນອາຊີບຄົງທີ່ແລະເລິ່ມຈັດສັນເຂົ້າມາດ້ວຍໂຄງການປູກຢາງພາລາ ຄິດວ່າຮອດປີ 2010 ນີ້ ບໍ່ໄດ້ເວົ້າເຖິງປ່າດົງດິບແລະອັດຕາສ່ວນປົກຄຸມໂດຍທົ່ວໄປກະຈະໃຫ້ໄດ້ປະມານ 47 ສ່ວນຮ້ອຍ   

ພ້ອມກັນນັ້ນ ທ່ານ ກໍໄດ້ສະຫລຸບວ່າ ທາງແຂວງຜົ້ງສາລີ ມີການວາງ ເປົ້າໝາຍ ທີ່ຈະຕ້ອງແກ້ໄຂ ບັນຫາສິ່ງແວດລ້ອມ 6 ຢ່າງ ຄື ບັນຫາ​ ​ເນື້ອທີ່ປ່າໄມ້ລຸດນ້ອຍລົງ, ບັນຫາຄຸນນະພາບດິນ ເສື່ອມໂຊມ, ບັນຫາການເພີ່ມຂື້ນ ຂອງປະຊາກອນ, ບັນຫາສິ່ງແວດລ້ອມ ພາຍໃນຕົວເມືອງ, ບັນຫາການບຸກລຸກ ຍອດແຫລ່ງນ້ຳແລະບັນຫາການສູນເສັຍທາງດ້ານ ຊີວະນາໆພັນແລະການຂ້າມຊາຍ​​ແດນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.