ປະຊາຊົນ ເປັນຫ່ວງ ກັບການຂຸດຄົ້ນ ແຮ່ທາດ
2008.11.19
ການອະນຸຍາດ ໃຫ້ນັກລົງທຶນ ຈາກຕ່າງປະເທດ ແລະ ພາຍໃນ ຂຸດຄົ້ນ ຊັພຍາກອນ ທັມຊາດ ເປັນແຮ່ທາດ ຕ່າງໆ ໃນລາວ ຫລາຍເກີນໄປ ແລະ ຍັງຈະສືບຕໍ່ ເພີ່ມຂຶ້ນ ໄປເລື້ອຍ ຖ້າບໍ່ມີ ການຍັບຍັ້ງ ຢ່າງຈິງຈັງ ຈາກມວນຊົນ, ຕາມຄໍາເວົ້າ ຂອງ ນັກວິຊາການລາວ ທ່ານນຶ່ງ ທີ່ບໍ່ສົງອອກນາມ.
ທ່ານເວົ້າວ່າ ບໍ່ຊາບວ່າ ມີການຄົ້ນຄ້ວາ ລະອຽດ ແນວໃດບໍ່ ກ່ຽວກັບບັນຫານີ້ ເພາະໃນລະຍະ ທີ່ຜ່ານມາ ມີຫລາຍ ກິຈການ ຂຸດຄົ້ນບໍ່ແຮ່ ເຮັດໃຫ້ ປະເທດລາວ ເສັຽຜົນປະໂຫຍດ ໂດຍໄດ້ຮັບ ສ່ວນແບ່ງ ຕໍ່າກວ່າ 40 ເປີເຊັນ ຂອງຜົນກໍາໄຣ, ມີ 18 ກິຈການ ທີ່ບໍ່ສ້າງຜົນປະໂຫຍດ ຫຍັງເລີຍ ແລະ ອີກ 71 ກິຈການ ກໍມີທ່າອ່ຽງ ຄ້າຍຄືກັນນີ້.
ທາງກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍ ກະຊວງພະລັງງານ ແລະ ບໍ່ແຮ່ ບໍ່ຍອມຮັບວ່າເປັນຄວາມຜິດ ຂອງຕົນ ຝ່າຍດຽວ ໂດຍອ້າງວ່າ ກ່ອນການອະນຸຍາດ ລົງທຶນ ໄດ້ຮ່ວມກັນ ພິຈາຣະນາແລ້ວ ກັບອໍານາດ ການປົກຄອງ ແລະ ຂະແໜງການ ຕ່າງໆ ທີ່ກ່ຽວຂ້ອງ.
ການສົ່ງອອກ ແຮ່ທາດ ສ້າງຣາຍຮັບ ອັນດັບນຶ່ງ ແກ່ລາວ ໃນປັດຈຸບັນ ທົດແທນ ຣາຍຮັບ ຈາກການສົ່ງ ໄມ້ອອກ ທີ່ຄອງ ອັນດັບນຶ່ງ ໃນລະຍະ ທີ່ຜ່ານມາ. ແລະ ທີ່ສໍາຄັນ ຕ້ອງສເນີ ໃຫ້ທາງຣັຖບານ ຄົ້ນຄ້ວາເຖິງຜົນໄດ້ຜົນເສັຽ ຢ່າງລະອຽດ ຖີ່ຖ້ວນ ກ່ອນຈະອະນຸຍາດ ໃຫ້ຂຸດຄົ້ນ. ຖ້າບໍ່ຈໍາເປັນ ຕ້ອງຮັກສາໄວ້ເປັນມູນມໍຣະດົກ ແກ່ຄົນຮຸ່ນຫລັງ ຊຶ່ງຢູ່ໃນຍຸກ ທີ່ປະເທດລາວ ອາດມີຄວາມສາມາດ ແລະ ເຂັ້ມແຂງພໍ ທີ່ຈະຂຸດຄົ້ນ-ນໍາໃຊ້ ດ້ວຍຕົນເອງ ຢ່າງມີປະສິດທິພາບ ທີ່ສຸດ.
ມາເຖິງປັຈຸບັນນີ້ ຣັຖບານລາວ ໄດ້ອະນຸຍາດ ໃຫ້ນັກລົງທຶນ ຂຸດຄົ້ນ ບໍ່ແຮ່ທັງໝົດ 116 ບໍຣິສັດ ຮວມມີ 196 ກິດຈະການ -ເພີ່ມຂຶ້ນ ຈາກເດືອນຜ່ານມາ 4 ກິຈການ. ໃນນັ້ນ ເປັນການລົງທຶນ ຂອງຕ່າງປະເທດ 74 ບໍຣິສັດ -ເພີ່ມຂຶ້ນ 3 ບໍຣິສັດ -ມີ110ກິດຈະການ -ເພີ່ມຂຶ້ນ 5 ກິຈການ. ສ່ວນເຫລືອນັ້ນ ເປັນການລົງທຶນ ຂອງນັກລົງທຶນ ພາຍໃນ ຊຶ່ງສ່ວນໃຫຍ່ ເປັນອຸດສະຫະກໍາ ຂນາດນ້ອຍ. ໃນຈໍານວນ ການລົງທຶນ ທັງໝົດ ມີພຽງ 34 ບໍຣິສັດ ເທົ່ານັ້ນ ທີ່ໄດ້ ເຂົ້າສູ່ ການຂຸດຄົ້ນ ໃນພາກຕົວຈິງແລ້ວ.