ຊາວບ້ານ ໂຍກຍ້າຍ ຈາກບໍຣິເວນ ບໍ່ຄໍາ
2009.06.29
ການໃຊ້ ສານເຄມີ ທີ່ເປັນພິດ ໃນການຂຸດຄົ້ນ ແຮ່ທາດຄຳ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ໃນຣະຍະຫລັງໆມານີ້ ເຮັດໃຫ້ຊາວບ້ານ ຫລາຍຮ້ອຍຄົນ ໄດ້ຮັບຜົລກະທົບ ຈາກການຫາຢູຸ່ຫາກີນ ແລະ ການໃຊ້ນ້ຳ ຕາມແມ່ນ້ຳລຳທານ ໃນເຂດດັ່ງກ່າວ ທາງການ ກ່ຽວຂ້ອງ ຂອງແຂວງ ຈື່ງມີການໂຍກຍ້າຍປະຊາຊົນ ອອກຈາກ ເຂດດັ່ງກ່າວ ເພື່ອຄວາມປອດພັຍ ຂອງພວກຂະເຈົ້າ. ດັ່ງເຈົ້າຫນ້າທີ່ ທ່ານນື່ງ ໃຫ້ກ່າວວ່າ:
”ຍ້ອນເຫດຜົລ ດັ່ງກ່າວ ກໍ່ໄດ້ຍ້າຍ ປະຊາຊົນໃນ 7 ຫມູ່ບ້ານ ອອກຈາກ ພື້ນທີ່ ເພາະວ່າ ຂະເຈົ້າຈະໃຊ້ນ້ຳ ຂະເຈົ້າ ຈະຫາກີນ ຕາມແຫລ່ງ ທັມມະຊາດ ທີ່ຢູ່ອາສັຍ ໃນບໍຣິເວນ ດັ່ງກ່າວ ກໍ່ແນ່ນອນ ທີ່ຈະມີຜລົກະທົບ ທີ່ບໍ່ດີ ໃນອານາຄົດ.”
ທ່ານວ່າ ທາງການ ຈະຈັດສັນ ຊາວບ້ານ ໃນ 7 ຫມູ່ບ້ານ ຈາກຄຳເກີດ ໄປຢູ່ເມືອງບໍຣິຄັນ ໃນພື້ນທີ່ ທີ່ພວກຂະເຈົ້າ ຈະສາມາດ ປູກຝັງ ທຳມາຫາກີນໄດ້ ແລະ ຈະມີການຈ່າຍຄ່າຊົດເຊີຍ ໃຫ້ ຊື່ງໃນປັດຈຸບັນ ຊາວບ້ານບາງຄົນ ກໍ່ຍັງ ບໍ່ຮູ້ເຖີງ ອັນຕຣາຍ ທີ່ຈະເກີດຂື້ນ ກັບພວກຂະເຈົ້າ ຈາກສານເຄມີ ເທົ່າເຖີງປັດຈຸບັນ ກໍ່ຍັງ ບໍ່ມີລາຍງານວ່າ ມີການເຈັບປ່ວຍ ເກີດຂື້ນ ກັບຊາວບ້ານ ຍ້ອນເຫດການ ດັ່ງກ່າວນີ້ເທື່ອ. ຫນ່ວຍງານ ດ້ານສີ່ງແວດລ້ອມ ກໍ່ໄດ້ຕັກເຕືອນ ບໍຣິສັດ ກ່ຽວກັບ ການໃຊ້ສານເຄມີ ທີ່ເປັນພິດ ແຕ່ກໍ່ບໍຟັງ ຈື່ງສັ່ງໃຫ້ ມີການປີດໂຮງງານ ດັ່ງກ່າວ ທ່ານກ່າວ ເພີ້ມອີກວ່າ:
”ເຕືອນຫລາຍຄັ້ງແລ້ວ ຖືກເຕືອນແລ້ວ ກໍ່ຖືກເຮັດ ບົດບັນທືກ ມາຫລາຍຄັ້ງ ແລ້ວຍັງ ປ່ອຍສີ່ງ ດີລົງແມ່ນ້ຳ ເຮັດໃຫ້ແມ່ນ້ຳເປື້ອນເປີ້ ໄປດ້ວຍສານຊາຍນາຍ ກໍ່ໃກ້ຄຽງກັບປຮອນນັນແລ້ວ.
ໃນທີ່ສຸດ ທ່ານວ່າ ທາງການແຂວງ ຈະທຳການບຳບັດນ້ຳເສັຽ ໃນສຖານທີ່ ແຫ່ງນັ້ນ ໃຫ້ກັບຄືນ ມາແບບແຫລ່ງນ້ຳທັມມະຊາດ ຕາມເຄີຍ ແຕ່ຕ້ອງໃຊ້ເວລາດົນນານ, ສຳລັບບໍ່ຄຳແຫ່ງນັ້ນ ຣັຖບານລາວ ຈະເຂົ້າມາດຳເນີນກິຈການເອງ.