ຜົນຜລິດ ຄໍາ ໃນລາວຫລຸດລົງ ຂະນະທີ່ ຜົນຜລິດ ທອງແດງ ເພີ່ມຂຶ້ນ
2008.09.24
ການຜລິດຄໍາ ຈາກບໍ່ຄໍາ ເຂດພູເບັ້ຽ ແລະ ເຊໂປນ ຊຶ່ງເປັນ 2 ໂຄງການ ບໍ່ແຮ່ ທີ່ສໍາຄັນ ຂອງລາວນັ້ນ ໄດ້ 11 ຕັນ ໃນປີ 2006 ແລະ ໃນປີ 2007 ໄດ້ພຽງ 9 ຕັນ ແລະ ກໍຄາດວ່າ ຈະຜລິດ ໄດ້ຫລຸດລົງອີກ ຄືພຽງ 6 ຕັນ ໃນປີ 2008 ນີ້ ຊຶ່ງກໍເປັນຍ້ອນ ການສົ່ງອອກ ຫລຸດລົງ. ການຂຸດຄົ້ນ ແຮ່ທາດເຂດ ເມືອງເຊໂປນ ເປັນໂຄງການຂຸດຄົ້ນ ແຮ່ທາດ ທີ່ໃຫຍ່ທີ່ສຸດ ໃນລາວ ຊຶ່ງປັດຈຸບັນ ຂຸດຄົ້ນ ບໍ່ຄໍາ ໃນເນື້ອທີ່ພຽງ 28 ກິໂລແມັດ ມົນທົນ, ຕາມຄໍາເວົ້າ ຂອງທ່ານ ສີມອນ ພິຈິດ ຮອງຫົວໜ້າກົມ ບໍ່ແຮ່.
ສ່ວນຜົນຜລິດ ທອງແດງ ນັ້ນ ແມ່ນເພີ່ມຂຶ້ນ ຈາກ 31 ຕັນ ໃນປີ 2005
ມາໄດ້ 60 ຕັນ
ໃນປີ 2006, 62 ຕັນ ໃນປີ 2007 ແລະ ໃນໄລຍະ 8 ເດືອນຕົ້ນປີ 2008 ນີ້ ບຸກເບີກ ທອງແດງ ໄດ້
54 ຕັນ. ການເພີ່ມຂຶ້ນ ຂອງຜົນຜລິດ ທອງແດງ ດັ່ງກ່າວ ກໍເປັນຍ້ອນ ການຄົ້ນພົບ-ບຸກເບີກ ບໍ່ຄໍາ ທີ່ມີ ຄຸນນະພາບສູງ ຢູ່ຕໍ່ໄປ ນັ້ນເອງ.
ຂະແໜງການ ບໍ່ແຮ່ ຊ່ວຍເຮັດໃຫ້ ເສຖກິດ ຂອງລາວ ຂະຫຍາຍຕົວ ເມື່ອບໍ່ເທົ່າໃດປີ ຫລັງໆ ມານີ້. ໃນປີ 2007 ຣັຖບານລາວ ມີຣາຍໄດ້ ຈາກການເກັບພາສີ, ຈາກຄ່າເຊົ່າ ແລະ ຄ່າທໍານຽມ ສໍາປະທານ ຕ່າງໆ ຂອງໂຄງການ ບໍ່ແຮ່ ເມືອງເຊໂປນ ຫລາຍເຖິງ 115 ລ້ານ 7 ແສນໂດລາ ສະຫະຣັດ.