ການຂຸດຄົ້ນ ຖ່ານຫີນ ເຮັດໃຫ້ ແມ່ນໍ້າ ເປີເປື້ອນ

ການຂຸດຄົ້ນ ບໍ່ຖ່ານຫີນ ຂອງບໍຣິສັດຈີນ ຢູ່ໃນແຂວງຜົ້ງສາລີ ພາກເໜືອສຸດ ຂອງລາວ ເຮັດໃຫ້ ແຫ່ລງນໍ້າລໍາທານ ເປິ້ະເປື້ອນ ຫລາຍຂື້ນ ເນື່ອງຈາກ ບໍ່ມີການປະຕິບັດ ລະບຽບ ຫລັກການ ປົກປ້ອງ ສະພາບແວດລ້ອມ.
ສົມເນ ຣາຍງານ
2008.12.01

ເຈົ້າໜ້າທີ່ ຜແນກ ສິ່ງແວດລ້ອມ ໃນແຂວງ ກ່າວ​ກຽວ​ກັບ ​ເຣື້ອງນີ້ ວ່າ:

ມີແຕ່ວ່າ ມີຈຸດນື່ງ ຂອງບໍ່ຖ່ານຫີ ເຂົາເຈົ້າ ຂຸດຄົ້ນຢູ່ ໄດ້ສົ່ງຜົນກະທົບ ຕໍ່ແຫ່ລງນໍ້າ ແຕ່ວ່າ ດ້ແນະນໍາ ໃຫ້ເຂົາເຈົ້າ ປັບປຸງ ແກ້ໄຂຄືນແລ້ວ ແລະ ກໍເອົາແຮ່ ທີ່ວ່າ ລົງມາ ຢູ່ແຄມນໍ້າ ເອົາອອກໝົດ  ແລະ ປັບປຸງ ໃຫ້ຢູ່ໃນ ສະພາບເດີມ ຄືເກົ່າ.”

ບໍຣິສັດຈີນ ທີ່ຂຸດຄົ້ນ ບໍ່ຖ່ານຫີນ ແລະ ແຮ່ທາດ ອື່ນໆ ໃນລາວ ໂດຍມາກແລ້ວ ບໍ່ປະຕິບັດ ຫລື ບໍ່ມີໂຄງການ ປົກປັກ ຮັກສາ ສະພາບແວດລ້ອມເລີຽ. ບໍຣິສັດເລົ່ານີ້ ລະເມີດ ລະບຽບ ການທຸກຢ່າງ ເພື່ອວ່າ ຕົນຈະໄດ້ ຜົນກໍາໄລ ໂດຍບໍ່ຄໍານືງ ເຖິງວ່າ ຈະມີຜົນກະທົບ ຕໍ່ຊີວິດການ ເປັນຢູ່ ຂອງ ປະຊາຊົນລາວ ແບບໃດ.

ນອກຈາກ ຂຸດຄົ້ນ ຖ່ານຫິນແລ້ວ ບໍຣິສັດຈີນ ບໍຣິສັດດຽວກັນນີ້ ຍັງໄດ້ຂຸດຄົ້ນ ແຮ່ທາດທອງ ຢູ່ບ້ານຍອດອູ ຊື່ງເປັນເຂດ ຕິດກັບ ຊາຍແດນ ຂອງປະເທດຈີນ. ເຈົ້າໜ້າທີ່ ລາວ ວ່າ ນອກຈາກ ເຂົາເຈົ້າ ທໍາຄວາມເປິະເປື້ອນ ໃສ່ແຫລ່ງນໍ້າ ລໍາທານ ໃນແຂວງແລ້ວ ຍັງມີ ຄວາມເປິະເປື້ອນ ທີ່ເກີດຈາກ ຝຸ່ນລະອອງ ຂອງແຮ່ທາດ ໃນເວລາທີ່ ບໍຣິສັດ ຂົນສົ່ງ ແຮ່ທາດ ອອກຈາກ ແຂວງ ໄປຍັງ ປະເທດຈີນ:

ກໍມີ ຈໍານວນນື່ງ ບັນຫາ ກ່ຽວກັບ ຝຸ່ນລະອອງ ຂີ້ຝຸ່ນ ຕາມຖນົນຫົນ ທາງເວລາ ຂົນສົ່ງ ແຮ່ທາດ ເພາະວ່າ ສົ່ງແຮ່ໂຕນີ້ ອອກ ເລີຽບໍ່ໄດ້ ມີການປຸງແຕ່ງ ເອົາແຮ່ດິບ ອອກໄປເລີຽ

ເຈົ້າໜ້າທີ່ ລາວ ວ່າ ນ່ວຍງານ ກວດກາ ສະພາບ ສິ່ງແວດລ້ອມ ປະຈໍາແຂວງ ໄດ້ກວດກາ ການຂຸດຄົ້ນ ບໍ່ຖ່ານຫີນ ຂອງບໍຣິສັດຈີນ ວ່າ ບໍ່ໄດ້ ສ້າງຜົນກະທົບ ຕໍ່ສະພາບແວດລ້ອມ ພໍປານໃດ ເນື່ອງຈາກ ເປັນການຂຸດ ແບບເຈາະອຸບໂມງ ບໍ່ໄດ້ ມີການໃຊ້ລະເບີດ. ໃນຄວາມເປັນຈິງແລ້ວ ຝຸ່ນລະອອງ ຖ່ານຫີນ ສາມາດ ເຮັດໃຫ້ຄົນ ເປັນໂລກປອດໄດ້.

ເມື່ອບໍ່ນານມານີ້ ທາງການລາວ ໄດ້ຖອນສິດທິ ການຂຸດຄົ້ນ ແຮ່ທາດ ຫລາຍແຫ່ງ ໃນລາວ ຍ້ອນວ່າ ບໍຣິສັດ ຂຸດຄົ້ນ ແຮ່ທາດ ລະເມີດ ສັນຍາຫລາຍຢ່າງ ຮ່ວມທັງ ລະເມີດລະບຽບ ການປົກປ້ອງ ສະພາບ ແວດລ້ອມດ້ວຍ. ນັກວິຊາການ ໃນນະຄອນຫລວງວຽງຈັນ ໃຫ້ຄວາມເຫັນວ່າ ທາງການລາວ ຄວນທົບທວນ ຄືນໃໝ່ ກ່ຽວກັບ ນະໂຍບາຍ ການສົ່ງເສີມ ໃຫ້ມີການລົງທືນ ດ້ານແຮ່ທາດ ເພາະວ່າ ຝ່າຍລາວ ເສັຽປຽບ ໃຫ້ບໍຣິສັດ ລົງທືນຫລາຍໂພດ ແລະ ແຮ່ທາດ ໃນລາວ ກໍມີຈໍານວນ ທີ່ຈໍາກັດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.