ປ່າໄມ້ ຢູ່ລາວ ຍັງເຫລືອ ພຽງແຕ່ 35% ຂອງພື້ນທີ່
2008.06.14
ເມື່ອປີ 1988 ປ່າໄມ້ ໃນລາວຍັງເຫລືອຢູ່ ປະມານ 47 ສ່ວນຮ້ອຍ ແຕ່ ໃນປີ 2008 ນີ້ ຍັງເຫລືອ ພຽງແຕ່ 35 ສ່ວນຮ້ອຍ ເທົ່ານັ້ນ. ທ່ານ ຄຳອ້ວນ ບຸຜາ ຊີ້ແຈງ ອີກວ່າ ເມື່ອປີ 2000 ຣັຖບານລາວ ມີແຜນການ ຈະປູກຕົ້ນໄມ້ ຕື່ມ ໃຫ້ປ່າໄມ້ ຕຶບໜ້າຂື້ນ ເປັນ 70 ສ່ວນຮ້ອຍ ຂອງພື້ນທີ່ ທົ່ວປະເທດ ແຕ່ປະກົດວ່າ ແຜນການນັ້ນ ຫລົ້ມແຫລວ ບໍ່ພຽງແຕ່ ປະຕິບັດບໍ່ໄດ້ ເທົ່ານັ້ນ ປະເທດລາວ ຍັງຕັດຕົ້ນໄມ້ ແລະ ທຳຣາຍປ່າ ຢ່າງວ່ອງໄວ ນຳອີກ.
ກ່ຽວກັບ ບັນຫາປະຣິມານ ປ່າໄມ້ ຢູ່ລາວ ຫ້ອງການ ຣັຖບານລາວ ເອງ ກໍມີ ສະຖິຕິ ແຕກຕ່າງກັນ ເຊັ່ນ ອົງການ ທີ່ດິນ ແຫ່ງຊາດລາວ ແຈ້ງວ່າ ປ່າໄມ້ ຢູ່ລາວ ຍັງເຫລືອ ພຽງແຕ່ 35 ສ່ວນຮ້ອຍ ດັ່ງທີ່ໄດ້ກ່າວ ມານັ້ນ ແຕ່ກະຊວງ ກຳສິກັມ ແລະ ປ່າໄມ້ ພັດເຊື່ອວ່າ ປ່າໄມ້ ຢູ່ລາວ ຍັງເຫລືອ ຢູ່ 42 ສ່ວນຮ້ອຍ.
ທ່ານ ຄຳອ້ວນ ບຸຜາ ອະທິບາຍ ວ່າ ການລັກລອບ ຕັດຕົ້ນໄມ້ ຢູ່ລາວ ຍັງມີຫລາຍ ໃນປັດຈຸບັນ ສ່ວນໃຫຍ່ ກໍຍ້ອນການ ສົມຮູ້ຮ່ວມຄິດ ຂອງເຈົ້າໜ້າທີ່ ຣັຖບານເອງ; ເຈົ້າໜ້າທີ່ ມັກຮັບ ເງິນສິນບົນ ແລະ ຖືກຊື້ ຈ້າງຈອບອອຍ ຈາກນາຍທຶນ ແລະ ພວກພໍ່ຄ້າ ແມ່ຄ້າໄມ້. ບັນຫານີ້ ແກ້ໄຂຍາກ ທີ່ສຸດ ຜ່ານມາ ຣັຖບານ ກໍພຽງແຕ່ ຮຽກເອົາ ພະນັກງານ ມາສຶກສາ ອົບຣົມ ເທົ່ານັ້ນ ແຕ່ບໍ່ເຄີຍ ລົງໂທດ ຜູ້ກະທຳຜິດແຕ່ຢ່າງໃດເລີຍ.