ຍັງມີ ການຕັດໄມ້ ທໍາລາຍປ່າ ເພື່ອເຮັດໄຮ່
2008.09.17
ທາງກາຣ ແຂວງຊຽງຂວາງ ຍອມຮັບວ່າ ຍັງມີບັນຫາ ທີ່ປ່າໄມ້ ຊື່ງເປັນຊັພຍາກອນ ທັມມະຊາຕ ມີຈຳນວນ ຫລຸດໜ້ອຍລົງ ຈາກກາຣທຳລາຍ ຂອງປະຊາຊົນ ດັ່ງທ່ານທຸມມາ ເສລີມຊັຍ ຫົວໜ້າຫ້ອງກາຣ ສູນສີ່ງແວດລ້ອມ ໄດ້ກ່າວ ກ່ຽວກັບເຣື່ອງນີ້ວ່າ:
“ປ່າໄມ້ ໃນຣະດູແລ້ງ ມັນແຫ້ງແລ້ງເກີນໄປ ປະຊາຊົນ ຈຳນວນໜື່ງ ເຂົາເຈົ້າ ມັກຈູດປ່າ ແລະ ທຳລາຍປ່າໄມ້ ເຮັດໃຫ້ປ່າໄມ້ ສູນເສັຽ ໄປຫລາຍ ສະພາບປ່າ ປັຈຈຸບັນ ຫລຸດລົງ ໄປຫລາຍ ແຕ່ກ່ອນນັ້ນ ປະມານ 30% ກວ່າ ດຽວນີ້ ຍັງເຫລືອພຽງ 20% ປາຍ ເທົ່ານັ້ນ”
ເຈົ້າໜ້າທີ່ ລາວ ດັ່ງກ່າວ ແຈ້ງເພີ່ມວ່າ ສາເຫຕ ສ່ວນໃຫຍ່ ທີ່ມີ ກາຣສູນເສັຽ ຊັພຍາກອນ ປ່າໄມ້ ດັ່ງກ່າວ ກໍຍ້ອນ ປະຊາຊົນ ຖາກຖາງປ່າ ເພື່ອເຮັດໄຮ່-ສວນທີ່ ເປັນວິຖີ ຊີວີຕ ຂອງປະຊາຊົນ ຕາມເຂຕ ຊົນນະບົດ ທີ່ຈະຕ້ອງເຮັດ ທຸກວິທີທາງ ເພື່ອຄວາມເປັນຢູ່ ຂອງຕົນ ແລະ ລ້ຽງຄອບຄົວ ແລະ ໃນຂະນະດຽວກັນ ກໍວ່າ ທາງກາຣ ສປປລາວ ກໍມີ ນະໂຍບາຍ ສົ່ງເສີມ ໃຫ້ມີກາຣປູກຕົ້ນໄມ້ ທົດແທນ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 1 ລ້ານຕົ້ນ ດັ່ງທີ່ ທ່ານໄດ້ແຈ້ງ ເພີ່ມວ່າ:
“ປັຈຈຸບັນ ເຂົາເຈົ້າ ມອບໃຫ້ ແຕ່ລະເມືອງ ປູກ ແຕ່ວ່າ ກາຣຮັກສາ ບຳບັດນັ້ນ ມັນຍາກ ຮັກສາກາຣບຳບັຕ ຖ້າປູກໄມ້ແລ້ວ ບາງເທື່ອ ມັນກໍຕາຍ ບາງເທື່ອ ມັນກໍຄືນມາ ແຕ່ວ່າ ຕ້ອງໃຊ້ເວລາ”
ທ່ານທຸມມາ ໄດ້ກ່າວ ຢ້ຳອີກວ່າ: ທາງກາຣລາວ ໄດ້ແບ່ງ ເນື້ອທີ່ດີນ ທັງໝົດ ອອກເປັນ 3 ປະເພດເຊັ່ນ: ປ່າສງວນ ປ່າປ້ອງກັນ ແລະ ປ່າ ສຳຫລັບ ກາຣຜລິຕ ຊື່ງເປັນຊັພຍາກອນ ເພື່ອເປັນກາຣ ສ້າງຣາຍໄດ້ ໃຫ້ເຂົ້າປະເທດ ພ້ອມຍັງ ເປັນແຫລ່ງ ສະບຽງອາຫາຣ ແລະ ເປັນແຫລ່ງ ທີ່ສ້າງຣາຍໄດ້ໃຫ້ປະຊາຊົນ ຕາມເຂຕ ຊົນນະບົທ.
ສາເຫຕ ທີ່ມີປ່າໄມ້ ຫລຸດໜ້ອຍລົງນັ້ນ ແມ່ນເກີດ ມາຈາກ ກາຣຂຍາຍຕົວ ຂອງພື້ນທີ່ ກະສິກັມ ຈາກບັນຫາ ໄຟໄໝ້ປ່າ ແລະ ກາຣລັກລອບ ຕັດໄມ້ ຕລອດຮອດ ໂຄງກາຣຂຸດຄົ້ນ ແຮ່ທາຕ ໂດຽບໍ່ຄຳນືງເຖີງຄວາມເສັຽຫາຍ ທາງດ້ານ ຊັພຍາກອນ ທັມມະຊາຕນັ້ນ.