ຕ້ອງການ ຄວາມຮ່ວມມື ຈາກຊາວບ້ານ ເພື່ອກໍາຈັດ ໄມ້ເຖື່ອນ
2008.07.22
ແຂວງອັຕປື ຖືເປັນແຂວງນຶ່ງ ທີ່ມີສະພາບປ່າໄມ້ ຫລຸດໜ້ອຍລົງ ຢ່າງຕໍ່ເນື່ອງ, ຊຶ່ງສາເຫດສໍາຄັນ ຢ່າງນຶ່ງ ແມ່ນ ການລັກຕັດໄມ້ ແບບຜິດກົດໝາຍ ເພື່ອສົ່ງອອກ ວຽດນາມ. ດັ່ງນັ້ນ ທາງການແຂວງ ຈຶ່ງພະຍາຍາມ ລົງກວດກາ ຄວບຄຸມ ປະກົດການ ດັ່ງກ່າວ, ໂດຍສະເພາະ, ການຂໍຄວາມຮ່ວມມື ຈາກໄທບ້ານ ໃນທ້ອງຖິນ ໃຫ້ຄອຍເປັນຫູ ເປັນຕາ ແກ່ທາງການ ຮວາທັງ ການຂໍໃຫ້ ຂະເຈົ້າ ຍຸຕິ ການຮັບຈ້າງ ຈາກກຸ່ມນາຍທຶນ. ເຈົ້າໜ້າທີ່ ຂແນງປ່າໄມ້ ແຂວງອັຕປື ຊີ້ແຈງ ວ່າ:
“ຢູ່ແຂວງພວກເຮົານີ້ ເວົ້າເຣື້ອງກົດໝາຍ ຫຍັງຕ່າງໆ ເຮົາກໍມີ ການເຜີຍແຜ່ ພວກເຮົາ ກໍຮັບຮູ້ ເຂົ້າໃຈ ພວກເຂົາ ກໍໃຫ້ການຮ່ວມມື ຂນາດ ແມ່ນພວກເຮົາ ສຸມໃສ່ ໂຕນີ້ ຄັ້ນວ່າ ບໍ່ເຫັນ ທາງການແຈ້ງໄປ ຂະເຈົ້າ ກໍບໍ່ຢາກຮ່ວມມື ເຮົາຢາກ ແຕ່ບ່ອນວ່າ ຢາກມີທຶນ ໄປພັທນາ ຂະເຈົ້າ ຈັກໜ່ອຍຕື່ມ.”
ທ່ານ ກ່າວຕື່ມວ່າ ການຮ່ວມມື ຈາກຊາວບ້ານ ໃນທ້ອງຖິ່ນ ເປັນສິ່ງສໍາຄັນ ຕໍ່ການຄວບຄຸມ ສະກັດກັ້ນ ບັນຫາ ການລັກຂຸດຄົ້ນ ໄມ້ເຖື່ອນ, ຊຶ່ງຜ່ານມາ ຊາວບ້ານ ກໍເຣີ້ມ ເຂົ້າໃຈດີຂຶ້ນ ວ່າ ການໄດ້ຮັບເງິນ ວ່າຈ້າງ ພຽງເລັກນ້ອຍ ແທບຈະບໍ່ຄຸ້ມຄ່າເລີຍ ກັບຜົນເສັຍຫາຍ ທີ່ຈະຕາມມາ ຈາກບັນຫາ ສະພາບປ່າໄມ້ ທີ່ຊຸດໂຊມລົງ.
ເຖິງຢ່າງໃດ ກໍຕາມ, ພຽງເປັນການຫັນປ່ຽນ ແນວຄິດ ແລະ ພຶດຕິກັມ ແກ່ຊາວບ້ານ ໃນເຣື້ອງນີ້ ຢ່າງຊິ້ນເຊີງ. ທາງແຂວງ ກໍຈໍາເປັນຕ້ອງ ໄດ້ຍາດແຍ່ງ ງົປມານ ໄປພັທນາ ຄຸນນະພາບ ຊີວິດ ຂອງຂະເຈົ້າ ໃຫ້ດີຂຶ້ນ, ໂດຍສະເພາະ, ການມີວຽກເຮັດງານທໍາ ທີ່ໝັ້ນຄົງ ໃນທ້ອງຖິ່ນ ແລະ ການມີຣະດັບ ການສຶກສາ ທີ່ສູງຂຶ້ນ ເພື່ອຫລີກລ້ຽງ ການຮັບຈ້າງ ເຮັດຜິດກົດໝາຍ ຈາກກຸ່ມນາຍທຶນ ດັ່ງທີ່ເຄີຍເຮັດ ກັນມາ.
ແຂວງອັຕປື ມີພື້ນທີ່ປ່າ ປົກຄຸມ ປະມານ 53 ສ່ວນຮ້ອຍ ຂອງເນື້ອທີ່ ທັງໝົດ ແຕ່ຈາກໂຄງການ ພັທນາ ເຂື່ອນໄຟຟ້າ ທີ່ກໍາລັງ ຈະເຣີ້ມສ້າງຂຶ້ນ, ເປັນຕົ້ນ ໂຄງການ ເຂື່ອນເຊກະໝານ 1 ແລະ ເຂື່ອນນໍ້າກົງ ກໍຈໍາເປັນ ທີ່ຈະຕ້ອງ ມີການຂຸດຄົ້ນໄມ້ ອອກຈາກ ໜ້າເຂຶ່ອນນີ້ ຫລາແສນແມັດກ້ອນດ້ວຍກັນ. ດັ່ງນັ້ນ ນອກຈາກ ການຄວບຄຸມ ການຂຸດຄົ້ນ ໄມ້ບໍຣິມະສິດ ທັ່ງກ່າວ ໃຫ້ຖືກຕ້ອງ ຕາມໂຄຕ້າແລ້ວ, ແຂວງນີ້ ຍັງຈໍາເປັນ ຕ້ອງ ລົງຕິດຕາມ ເອົາໃຈໃສ່ ກ່ຽວກັບ ປະສິດທິພາບ ຂອງໂຄງການ ປູກປ່າ ກ້າທົດແທນ, ຮວມໄປເຖິງ ການຍຸຕິ ການຖາງປ່າ ເຮັດໄຮ່ ຂອງຊາວບ້ານ ນໍາອີກ. ທັ້ງນີ້ ເພື່ອທີ່ ຈະຊ່ອຍ ໃຫ້ແນວທາງ ການອະນຸຮັກ ແລະ ຟື້ນຟູ ສະພາບປ່າໄມ້ ພາຍໃນແຂວງ ມີຜົລຄືບໜ້າ ຕາມແຜນການ.