ການເຮັດນາຈະລໍາບາກ ຍ້ອນເຂື່ອນ
2012.04.30

ກົດຟັງສຽງ
ຊາວນາ ໃນແຂວງ ໄຊຍະບູຣີ ບໍ່ດີໃຈນໍາ ໂຄງການ ສ້າງເຂື່ອນ ວ່າຈະສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ວິຖີຊິວິດ ຂອງ ພວກຂະເຈົ້າ ຢ່າງໃຫຍ່ຫຼວງ ຈົນເທົ່າເຖີງ ປັດຈຸບັນ ຣັຖບານ ຍັງບໍ່ມີ ແບບແຜນ ຣະບົບ ການໄຫລລ່ອງ ຂອງນໍ້າ ການເປັນຢູ່ ຂອງ ປະຊາຊົນ ຜູ້ທີ່ຈະຖືກ ໂຍກຍ້າຍເທື່ອ ດັ່ງຊາວບ້ານ ຄົນນື່ງເວົ້າວ່າ:
"ຢູ່ເຂື່ອນ ໄຊຍະບູຣີ ທີ່ວ່າ ເຮົາປະຊາຊົນ ຍ້າຍອອກ ປະຊາຊົນ ແຖວນັ້ນເວົ້າວ່າ ຕົວເມືອງໄຫມ່ ຕົວນັ້ນ ຈະຖືກ ໂຄງການຂະເຈົ້າ ຈະດຸດພູ ເປັນຫນ່ວຍ ເພາະວ່າຈະຕັດ ແລວນ້ຳແລ້ວ ໄປດຸດບ່ອນນື່ງ ເພື່ອສ້າງ ເປັນເຂື່ອນ ແລ້ວເຂົາຕ້ອງ ມາຖົມສາຍນ້ຳ ຕົວນີ້ເພື່ອ ໃຫ້ນ້ຳເຂົ້າເຂື່ອນ ແລ້ວນ້ຳທີ່ ເຄີຍມາ ກໍບໍ່ມາ ປະຊາຊົນ ທີ່ເຮັດນາ ຢູ່ແຖວນັ້ນ ກໍບໍ່ມີນ້ຳເຮັດ ຕ້ອງໄປຖາງໄຮ່ ແຕ່ຣັຖບານຫ້າມ ຕັດປ່າແລ້ວ ປະຊາຊົນ ຊີ່ໄປ ເຮັດຫຍັງກີນ".
ຊາວບ້ານຜູ້ນັ້ນ ເວົ້າຕໍ່ໄປວ່າ ການສ້າງເຂື່ອນ ໄຊຍະບູຣີ ນີ້ຈະຕ້ອງ ໄດ້ຕັດ ສາຍນ້ຳໄຫມ່ ສາຍນ້ຳ ທີ່ເຄີຍໄຫລ ກໍຈະກັ້ນເປັນຄູ ເຮັດໃຫ້ສາຍນ້ຳ ທີ່ເຄີຍ ໃຫ້ ນ້ຳແກ່ຊາວນາ ໃນການ ເຮັດໄຮ່ເຮັດນາ ກໍຈະແຫ້ງຂອດ ໄປຫມົດ ການຫາຢູ່ຫາກີນ ຂອງປະຊາຊົນ ກໍລຳບາກ ກວ່າເກົ່າ ສັດປ່າສັດນ້ຳ ກໍຈະຕາຍ ຫລືຫາຍ ໄປຫມົດ ເພາະຂາດນ້ຳ ແລະ ບ່ອນຢູ່ໄຫມ່ ທີ່ ປະຊາຊົນ ຈະຍ້າຍໄປນັ້ນ ກໍເປັນຮ່ອມພູ ບໍ່ ສາມາດ ປູກຝັງໄດ້.
ໂຄງການຟື້ນຟູ ຣະບົບນີເວດ ຕາມລຳ ແມ່ນໍ້າຂອງ ຖແລງວ່າ ໃນສປປລາວ ຍັງບໍ່ມີ ຫນ່ວຍງານ ເອກຣາຊ ໃນການປົກປ້ອງ ສຶ່ງແວດລ້ອມ ແລະ ວິຖີຊີວິດ ຂອງ ປະຊາຊົນ ຈາກການ ສ້າງເຂື່ອນ ປະຊາຊົນ ຈຶ່ງໄດ້ ຮັບຄວາມລຳບາກ ແລະ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ໃນອະດີດ ຫລາຍຄົນ ກໍໄປຊອກ ຫາວຽກ ໃນເມືອງ.