ເຂື່ອນໄຊຍະບູຣີ ອາຈເປັນໄປຕາມກໍາໜົດ

ກາຣໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ຫວັງວ່າ ໂຄງກາຣ ເຂື່ອນ ໄຊຍະບູຣີ ຄົງຈະເຣີ້ມ ກໍ່ສ້າງ ໄດ້ຕາມ ກໍາໜົດ.

0:00 / 0:00

ກົດຟັງສຽງ

ທາງກາຣ ໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ຫລື Egat ມີຄວາມ ໝັ້ນໃຈ ວ່າ ໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ທີ່ກຸ່ມ ອະນຸຮັກ ສິ່ງແວດລ້ອມ ດຳເນີນ ກາຣຕໍ່ຕ້ານ ຕລອດມາ ນັ້ນ ຄົງຈະເຣີ້ມ ລົງມື ກາຣ ກໍ່ສ້າງໄດ້ ໃນໄວໆນີ້. ກະແສ ໄຟຟ້າ ຈະສົ່ງຂາຍ ໃຫ້ໄທຽ ເປັນສ່ວນໃຫຍ່ ແລະ ຄາດວ່າ ຈະເປັນໄປ ຕາມກຳໜົດ ພາຍໃນ ປີ 2019.

ທ່ານ ສຸທັສ ປັທມະສີຣິວັຕ ຜູ້ອຳນວຍກາຣ ຂອງ Egat ໄດ້ຮັບກາຣ ແຈ້ງຄວາມ ຈາກທາງ ບໍຣິສັທ ຊ. ກາຣຊ່າງ ຊຶ່ງເປັນ ບໍຣິສັທ ໄດ້ຮັບ ສັມປະທານ ໃນໂຄງກາຣ ສ້າງເຂື່ອນ ດັ່ງກ່າວ ໄດ້ກ່າວເນັ້ນ ໃນມື້ ວັນຈັນ ຜ່ານມານີ້ ວ່າ ມີຄວາມ ເປັນໄປ ໄດ້ສູງ ທີ່ກາຣ ກໍ່ສ້າງ ຄົງຈະເຣີ່ມຂຶ້ນ ໄດ້ຕາມ ກຳໜົດ ແລະວ່າ ທາງກາຣລາວ ກໍດຳເນີນ ກາຣອະທິບາຍ ໃຫ້ ປະຊາຊົນ ຮັບຊາບ ແລະ ອອກຄວາມເຫັນ ກ່ຽວກັບ ໂຄງກາຣ ສ້າງເຂື່ອນ ດັ່ງກ່າວນີ້.

ໃນຂນະດຽວກັນ ທາງກາຣລາວ ກໍໄດ້ຈ້າງ ອົງກາຣ ຕ່າງປະເທສ ເພື່ອດຳເນີນ ກາຣສຳຣວຈ ວິຈັຍ ດ້ານ ຜົລກະທົບ ຕໍ່ສິ່ງແວດລ້ອມ ຕື່ມອີກ ຕາມທີ່ ທາງຄນະກັມມາທິກາຣ ແມ່ນ້ຳຂອງ ຫລື MRC ໃຫ້ ກາຣແນະນຳ ນັ້ນ ແລະເຊື່ອວ່າ ຄົງຈະໄດ້ຮັບ ຣາຍງານ ໃນໄວໆນີ້ ເພື່ອຈະໄດ້ ລົງມື ກາຣກໍ່ສ້າງ ແລະ ໃຫ້ແລ້ວ ສຳເຣັຈ ຕາມແຜນ ໃນປີ 2019.

ເປັນທີ່ຄາດກັນວ່າ ໃນເມື່ອ ສ້າງສຳເຣັຈ ແລ້ວນັ້ນ ເຂື່ອນ ໄຊຍະບູຣີ ດັ່ງກ່າວ ຈະສາມາຖ ຜລິຕກະແສ ໄຟຟ້າ ໄດ້ກວ່າ 1,000 ເມກະວັຕ ຊຶ່ງສ່ວນຫລາຍ ຈະຖືກ ສົ່ງຂາຍ ໃຫ້ທາງກາຣ ໄຟຟ້າ ແຫ່ງ ປະເທສໄທຽ ຕາມຂໍ້ສັນຍາ ຣະຫວ່າງ ສອງຝ່າຍ ທີ່ມີກາຣ ຕົກລົງກັນ ແລ້ວນັ້ນ.