ເຂື່ອນໄຊຍະບຸຣີ ຍັງສ້າງຢູ່ຕໍ່ໄປ

ເຈົ້າໜ້າທີ່ ອົງການ ຊັພຍາກອນນໍ້າ ສາກົນ ປະຈໍາໄທ ໄດ້ເປີດເຜີຍ ຕໍ່ວິທຍຸ ເອເຊັຍເສຣີ ວ່າປັດຈຸບັນ ເຂື່ອນ ໄຊຍະບຸຣີ ຍັງມີ ການກໍ່ສ້າງ ຕໍ່ໄປຢູ່ ເຖິງວ່າຈະມີ ສຽງຄັດຄ້ານ ຈາກ ປະຊາຊົນ ໃນປະເທດ ເພື່ອນບ້ານ ກໍຕາມ.
ໂພໄຊສວັດ
2012.06.27
F-Xayaburi-camp-side ການກໍ່ສ້າງ ໃນເຂດ ເຂື່ອນ ໄຊຍະບູຣີ
International-river-update June 2012

ເຈົ້າໜ້າທີ່ ອົງການ ຊັພຍາກອນນໍ້າ ສາກົນ ປະຈໍາໄທ ເວົ້າວ່າ:

"ເມື່ອລົງໄປເບິ່ງ ກໍເຫັນຢູ່ ຫົວເຂື່ອນ ເຂົາກໍເຮັດການ ຕລອດເວລາ ໝູ່ບ້ານ ຫ້ວຍຊຸຍ ກໍໄດ້ຖືກຍ້າຍ ໄປແລ້ວ ພື້ນທີ່ບ່ອນ ເຄີຍມີບ້ານເຂົາ ກໍຕັດເປັນ ຖ້ານໆ ເຫັນວ່າໜ້າດິນ ຫົວເຂື່ອນ ເຂົາເປີດແລ້ວ ແລ້ວກໍມີ ຣົຖລາງແລ່ນ ໄປມາຢູ່ ຕລອດ".

ທ່ານເວົ້າຕໍ່ວ່າ ຈາກການ ໄປສໍາຣວດ ພື້ນທີ່ກໍ່ສ້າງ ພົບວ່າ ປັດຈຸບັນ ການກໍ່ສ້າງ ເຂື່ອນ ໄດ້ດໍາເນີນ ການຢູ່ຕລອດ 24 ຊົ່ວໂມງ. ມີການຖົມດິນ ລົງໄປໃນ ແຄມ ນໍ້າ ບາງບ່ອນແລ້ວ ສ່ວນເຄື່ອງຈັກ ຍັງບໍ່ທັນ ໄດ້ເອົາລົງໄປ ໃນນໍ້າເທື່ອ ແລະ ໜ້າດິນເທິງພູ ໄດ້ຖືກດັດແປງ ແລ້ວ.

ສ່ວນຊາວບ້ານ ບ້ານຫ້ວຍຊຸຍ ໄດ້ຖືກໂຍກຍ້າຍ ອອກໄປຢູ່ ບ່ອນໃໝ່ ບ້ານນາຕໍໃຫຍ່ ຮຽບຮ້ອຍແລ້ວ. ບ້ານ ຫ້ວຍຊຸຍ ມີ 65 ຫລັງຄາເຮືອນ ແລະ ມີຊາວບ້ານ ອາສັຍ ຢູ່ 70 ຄອບຄົວ ທັງໝົດມີ 333 ຄົນ. ຄົນລາວ ຜູ້ນຶ່ງທີ່ໄດ້ ເຫັນຄວາມຄືບໜ້າ ຂອງການກໍ່ສ້າງ ເຂື່ອນ ໄຊຍະບຸຣີ ແລະ ໄດ້ເວົ້າກັບ ວິທຍຸ ເອເຊັຍເສຣີ ວ່າ:

"ທາງບໍຣິສັດ ຊ.ການຊ່າງ ກໍເລີ້ມກໍ່ ສ້າງພື້ນຖານ ໂຄງຮ່າງ ກໍຫລາຍແລ້ວ ແບບລົງມື ປະຕິບັດ ໂຕຈິງ ກໍຫລາຍແລ້ວ ວ່າຊັ້ນຊ໋ະ ຢ່າງເຊັ່ນວ່າ ສ້າງຖນົນ ຫົນທາງ ແຄ໋ມບ້ານພັກ ພນັກງານ ທີ່ວ່າແລ້ວ ໄປຫລາຍແລ້ວ ປະມານ 40% ໄດ້ ແລະກໍມີ ການໂຍກຍ້າຍ ຊາວບ້ານແລ້ວ ກໍໂຍກຍ້າຍ ບ້ານນຶ່ງເນ໋າະ ບ້ານເຂົາເອີ້ນວ່າ ບ້ານນາຕໍໃຫຍ່".

ຫລັງຈາກໄດ້ ຮູ້ເຣື່ອງນີ້ ວິທຍຸ ເອເຊັຍເສຣີ ກໍໄດ້ຕິດຕໍ່ ສອບຖາມໄປຫາ ເຈົ້າໜ້າທີ່ ຣະດັບສູງ ກະຊວງ ພລັງງານ ແລະ ບໍ່ແຮ່ລາວ ພ້ອມທັງກົມ ການຂ່າວ ກະຊວງການ ຕ່າງປະເທດ ເພື່ອຂໍຄໍາ ຢືນຢັນ ກ່ຽວກັບ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ນີ້ແຕ່ກໍບໍ່ໄດ້ມີ ຄໍາຕອບເລີຍ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.