ເຂື່ອນໄຊຍະບູຣີ ຈະເລີ້ມສ້າງປີໜ້າ

ເຂື່ອນໄຊຍະບູຣີ ຄາດວ່າຈະເລີ້ມ ການກໍ່ສ້າງ ໃນເດືອນ ມີນາ ປີ 2011 ນີ້.
ມະນີຈັນ
2010.12.20

ກົດຟັງສຽງ

ເຂື່ອນ ໄຊຍະບູຣີ ຄາດວ່າ ຈະເລີ້ມລົງມື ກໍ່ສ້າງໃນ ເດືອນ ມິນາ 2011. ຕາມຣາຍງານ ຈາກຂ່າວທ້ອງຖິ່ນ ຂອງໄທ ເມື່ອທ້າຍສັປດາ ຜ່ານມານີ້. ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ ຈະແມ່ນ ບໍຣິສັດ ຊ. ການຊ່າງ ຈຳກັດ (ມະຫາຊົນ) ຊຶ່ງເປັນບໍຣິສັດ ກໍ່ສ້າງໃຫຍ່ ບໍຣິສັດນຶ່ງ ຂອງໄທ ໄດ້ຮັບ ສັມປະທານ.

ຈາກການເປີດເຜີຍ ຂອງແຫລ່ງຂ່າວ ທີ່ເຊື່ອຖືໄດ້ວ່າ ການທີ່ ບໍຣິສັດ ຊ. ການຊ່າງ ໄດ້ຮັບ ສັມປະທານ ຄັ້ງນີ້ ອາຈຈະມາຈາກ 2 ສາເຫດ ຄື: ບໍຣິສັດ ຊ. ການຊ່າງ ຂຍາຍການລົງທຶນ ຢູ່ລາວ ມາຫຼາຍປີ ແລ້ວ ແລະ ເປັນທີ່ເຊື່ອຖື ຂອງ ຣັຖບານລາວ ຊຶ່ງທີ່ຜ່ານມາ ແມ່ນບໍຣິສັດ ກໍ່ສ້າງຈີນ ແລະ ວຽດນາມ ມັກຈະໄດ້ ສັມປະທານ ແລະ ໃນເວລາດຽວກັນ ສປປລາວ ກໍມີແຜນສ້າງ ເຂື່ອນໄຟຟ້າ ກັ້ັ້ນແມ່ນໍ້າຂອງ ຢູ່ຫລາຍແຫ່ງ ເຮັດໃຫ້ ຣັຖບານລາວ ຫລິງເຫັນ ຄວາມຈຳເປັນ ທີ່ຄວນໃຫ້ໄທ ເຂົ້າມາມີສ່ວນ ເປັນການສ້າງ ຄວາມສົມດຸນ.

ໂຄງການນີ້ ເປັນໂຄງການ ສ້າງຝາຍກັກເກັບນໍ້າ ຜລິດກະແສ ໄຟຟ້າ ທີ່ຈະລົງທຶນ ເຖິງ 1 ແສນ 1 ຮ້ອຍລ້ານ ບາດ ຊຶ່ງໃນຈໍານວນ ນັ້ນ 8 ໝື່ນລ້ານ ບາດ ຈະກູ້ຢືມ ຈາກທະນາຄານ ໃຫຍ່ ຂອງໄທ 4 ແຫ່ງ ຄື: ທະນາຄານກຸງເທບ, ທະນາຄານໄທ ພານິດ, ທະນາຄານ ກະສິກອນໄທ ແລະ ທະນາຄານກຸງໄທ.

ເວລານີ້ ໂຄງການດັ່ງກ່າວ ຢູ່ຣະຫວ່າງ ການປັບໂຄງສ້າງ ຜູ້ຖືຮຸ້ນ ຊື່ງຈະປະກອບ ດ້ວຍ ກຸ່ມ ຊ. ການຊ່າງ, ຣັຖບານລາວ, ບໍຣິສັດ ປຕທ ຈຳກັດ (ມະຫາຊົນ) ຫລື ເອັກໂກ. ຫລັງຈາກນັ້ນ ຈະມີການ ເຊັນສັນຍາ ກູ້ຢືມເງິນ ຊຶ່ງຄາດວ່າ ຈະໃຊ້ເວລາ ກໍ່ສ້າງ 8 ປີ ແລະ ຈະເລີ້ມຜລິດ ກະແສໄຟຟ້າ ຂາຍໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.