ຊາວໄທຽຮຽກຮ້ອງຜູ້ນໍາ ອາເຊັມຊ່ອຍຕ້ານເຂື່ອນ

ຊາວໄທຽ ປະທ້ວງ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ຕໍ່ຜູ້ນໍາ ໃນກອງປະຊຸມ ASEM.
ໄມຊູລີ
2012.11.05
F-XD-protest ການປະທ້ວງ ຂອງຊາວໄທຽ ບໍ່ໃຫ້ສ້າງ ເຂື່ອນ ໃສ່ນໍ້າຂອງ
RFA/Nontarat

ເຄືອຂ່າຍ ປະຊາຊົນ 8 ແຂວງລຸ່ມ ແມ່ນໍ້າຂອງ ຊັກຊວນ ແລະ ອອກຖແລງການ ຮຽກຮ້ອງ ຕໍ່ຜູ້ນໍາ ໃນປະເທດຕ່າງໆ ໃນກອງປະຊຸມ ເອເຊັຍ-ຢູໂຣບ ໃຫ້ມີການ ພິຈາຣະນາ ຊຸກຍູ້ກົດດັນ ໃຫ້ຜູ້ນໍາລາວ ຢຸດການກໍ່ສ້າງ ເຂື່ອນ ໄຊຍະບຸຣີ. ດັ່ງຍານາງ ພຽນພອນ ດີເທດ ຜູ້ປະສານງານ ເຄືອຂ່າຍ ປະຊາຊົນ 8 ແຂວງລຸ່ມ ແມ່ນໍ້າຂອງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ່ 5 ພຶສຈິກາ ໃນຕອນນື່ງວ່າ:

“ນາງວ່າ ມື້ນີ້ ເຄືອຂ່າຍ ປະຊາຊົນໄທຽ 8 ແຂວງລຸ່ມ ແມ່ນໍ້າຂອງ ທໍາພິທີ ບວງສວງ ແມ່ນໍ້າຂອງ ແລ້ວກໍອອກ ຖແລງການ ເຖີງຜູ້ນໍາ ປະເທດ ເອເຊັຍ-ຢູໂຣບ ໃນວາຣະການ ປະຊຸມ ASEM SUBMIT ທີ່ມີຂື້ນຢູ່ ນະຄອນຫລວງ ວຽງຈັນ ໃນມື້ນີ້. ເຣື້ອງກໍມີຢູ່ວ່າ ແມ່ນໍ້າຂອງ ກໍາລັງເກິດ ວິກິດ ຂ້າມພົມແດນ ແລະ ຂໍໃຫ້ຍຸຕິ ການກໍ່ສ້າງ ເຂື່ອນ ໄຊຍະບຸຣີ”.

ຍານາງ ພຽນພອນ ດີເທດ ກ່າວຕໍ່ໄປວ່າ ຍ້ອນວ່າ ຊາວບ້ານ ແຄມຝັ່ງຂອງ ເຫັນວ່າ ການສ້າງເຂື່ອນ ໄຊຍະບຸຣີ ໄດ້ມີຄວາມ ຄຶບໜ້າໄປຢ່າງ ໄວວາ ທັ້ງໆ ທີ່ມີການຄັດຄ້ານ ຈາກ ທັງປະຊາຊົນ ແລະ ຣັຖບານ ຂອງປະເທດກໍາພູຊາ ແລະ ວຽດນາມ ແລະ ຊາວບ້ານໃນໄທຽ ຍັງກັງວົນວ່າ ຫາກປ່ອຍໃຫ້ ມີການສ້າງເຂື່ອນ ໄຊຍະບຸຣີ ນີ້ຂື້ນມາອາດ ຈະເຮັດໃຫ້ເກີດ ການກໍ່ສ້າງເຂື່ອນ ເທີງແມ່ນໍ້າຂອງ ແຫ່ງອື່ນໆຕາມມາ ຊື່ງຈະສົ່ງ ຜົນກະທົບ ຢ່າງຫລວງຫລາຍ ຕໍ່ຣະບົບນິເວດ ພັນປາ ການປະມົງ ຮວມເຖີງ ວິຖີຊີວິດ ຂອງຊາວບ້ານ ເຂດລຸ່ມ ແມ່ນໍ້າຂອງ. ຍານາງ ພຽນພອນ ກ່າວວ່າ ຈຸດປະສົງ ຂອງຊາວບ້ານ ທີ່ຮຽກຮ້ອງ ຕໍ່ຜູ້ນໍາປະເທດ ທີ່ເຂົ້າຮ່ວມປະຊຸມ ອາເຊັມ ຍ້ອນວ່າ ຫຼາຍປະເທດ ທີ່ເຂົ້າຮ່ວມປະຊຸມ ຄັ້ງນີ້ ແມ່ນຜູ້ ບໍຣິຈາກທຶນ ແກ່ຄນະກັມມະການ ແມ່ນໍ້າຂອງ ຫຼື MRC ແຕ່ເຫັນວ່າ ທີ່ຜ່ານມາ ການດໍາເນີນ ວຽກງານຂອງ MRC ຍັງບໍ່ສາມາດ ແກ້ໃຂ ບັນຫາ ຄວາມຂັດແຍ້ງ ຕ່າງໆນີ້ໄດ້.

ຍານາງ ພຽນພອນ ກ່າວມ້ວນທ້າຍວ່າ ຂໍ້ຮຽກຮ້ອງ ຂອງຊາວບ້ານ ກໍຄື ຢາກໃຫ້ມີການ ຄ່ອຍໆສືກສາ ຜົນກະທົບ ຢ່າງຮອບດ້ານ ແລະ ຮັບຟັງ ຄວາມຄິດຄວາມເຫັນ ຂອງ ຊາວບ້ານນໍາ ແລະຢາກໃຫ້ ຜູ້ນໍາປະເທດຕ່າງໆ ຊ່ວຍທົບທວນ ເຣື້ອງໂຄງການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ແຫ່ງນີ້ ໃນທັນທີທັນໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.