ຜູ້ແທນໄທໃຫ້ທັສນະ ເຣື່ອງສ້າງເຂື່ອນ

ສະມາຊິກ ສະພາສູງ ຂອງໄທ ຖແລງຂ່າວ ສະແດງ ຄວາມເປັນຫ່ວງ ຕໍ່ໂຄງການ ເຂື່ອນ ໄຊຍະບູຣີ.
ສົມເນ
2012.11.08
F-thai-senators ທ່ານ ສຸຣະຈິດ ຊິຣະເວດ (ຊ້າຍ) ທ່ານ ປຣະສານ ມະຣຶຄະພິທັກ (ຂວາ) ທັງສອງທ່ານ ໄດ້ອອກ ຖແລງການຮ່ວມ ເຖີງຄວາມ ເປັນຫ່ວງ ນໍາປະຊາ ຣາສດອນ ທີ່ຈະໄດ້ຮັບ ຜົນກະທົບ ຈາກເຂື່ອນ ໄຊຍະບູຣີ
RFA/Nontarat

ສະມາຊິກ ສະພາສູງ ຂອງໄທ ທ່ານ ສຸຣະຈິດ ຊີຣະເວດ ແລະ ທ່ານ ປຣະສານ ມະຣືຄະພິທັກ ໄດ້ເປີດ ຖແລງຂ່າວ ສະແດງຄວາມ ເປັນຫ່ວງ ນໍາຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ອາສັຍຢູ່ຕາມ ແຄມແມ່ນໍ້າຂອງ ຫລັງຈາກ ຣັຖບານລາວ ໄດ້ປະກາດວ່າ ຈະເລີ້ມດໍາເນີນ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ໃນວັນທີ່ 7 ພຶສຈິກາ. ດັ່ງທ່ານ ສຸຣະຈິດ ຊີຣະເວດ ໄດ້ກ່າວ:

"ທີ່ເຮົາເປັນຫ່ວງ ທີ່ສຸດກໍຄື ຜົນກະທົບຂ້າມແດນ. ທ່ານວ່າ ບ່ອນສ້າງເຂື່ອນ ແມ່ນແລ້ວ ຢູ່ໃນດິນແດນ ຂອງລາວ ຄືວ່າ ຢູ່ໃຕ້ຫລວງພຣະບາງ 80 KM ແລ້ວອີກ 100 km ຕໍ່ໄປ ແມ່ນໍ້າຂອງ ກໍຈະມາໂຜ່ຂື້ນ ຢູ່ແຜ່ນດິນໄທ ຖ້າເກີດຜົນກະທົບ ຂ້າມແດນແລ້ວ ແມ່ນໃຜຈະເປັນ ຜູ້ຮັບຜິດຊອບ ເພາະວ່າ ຜົນກະທົບ ນີ້ມັນເປັນນິເວດ ເຊື່ອມໂຍງກັນ ອັນນີ້ເປັນປະເດັນ ທີ່ເປັນຫ່ວງ. ອີກປະການນື່ງ ບໍຣິເວນນັ້ນ ຢູ່ໃນເສັ້ນ ແຜ່ນດິນໄຫວ".

ສະມາຊິກ ສະພາສູງ ສອງທ່ານນີ້ ຢູ່ໃນຄະນະ ກັມມາທິການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ຖແລງເຣື້ອງນີ້ ຫລັງຈາກ ທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຣັຖມົນຕຣີ ຕ່າງປະເທດ ຂອງໄທ ໃຫ້ສັມພາດ ກັບສື່ມວລຊົນ ຢູ່ນະຄອນຫລວງ ວຽງຈັນ ນອກກອງປະຊຸມ ອາເຊັມ ວ່າທ່ານພໍໃຈ ນໍາຄວາມພຍາຍາມ ຂອງຣັຖບານລາວ ໃນການຫລຸດຜ່ອນ ຜົນກະທົບ ທີ່ອາດເກີດຈາກ ເຂື່ອນ.

ນັ້ນຄືເປັນການ ສະແດງເຖິງ ຈຸດຢືນ ຂອງ ຣັຖບານໄທ ວ່າຈະບໍ່ຄັດຄ້ານ ການສ້າງເຂື່ອນ ໄຊຍະບູຣີ. ທັງສອງທ່ານ ຈື່ງໄດ້ອອກມາຖແລງ ຕາງໜ້າ ສະມາຊິກ ຄົນອື່ນໆ ແລະ ຕາງໜ້າ ສາທາຣະນະຊົນໄທ. ທັງສອງທ່ານ ຍັງກ່າວວ່າ ການຕັດສີນໃຈ ສ້າງເຂື່ອນຄັ້ງນີ້ ຂັດກັບຄວາມເຫັນ ຂອງ ກັມມາທິການ ແມ່ນໍ້າຂອງ MRC  ທີ່ສະເໜີໃຫ້ ສືກສາຜົນກະທົບ ຕື່ມອີກ ຢ່າງນ້ອຍ 10 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.