ຊາວໄທຈາກ 7 ແຂວງຕຣຽມສົ່ງຟ້ອງ
2012.03.01

ກົດຟັງສຽງ
ຊາວຊຽງຄານ ແລະ ຊາວບ້ານ ໃນ 7 ແຂວງຂອງໄທ ຕຣຽມຍື່ນຄໍາຟ້ອງຮ້ອງ ຕໍ່ສານ ປົກຄອງ ເພື່ອໃຫ້ຍຸຕິ ໂຄງການສ້າງ ເຂື່ອນ ໄຊຍະບູຣີ ໃນລາວ. ອົງການ ທີ່ຈະຖືກ ຟ້ອງຮ້ອງມີຄື: ການໄຟຟ້າ ຜ່າຍຜລິດ ແຫ່ງ ປະເທດໄທ ຄນະກັມມະການ ພລັງງານ ແຫ່ງຊາຕ ຄນະກັມມະການ ແມ່ນໍ້າຂອງ ແລະ ກະຊວງ ພລັງງານ ກົມ ຊັພຍາກອນ ທັງຮຽກຮ້ອງ ຕໍ່ສານ ໃຫ້ຖອນສັນຍາ ຊື້-ຂາຍ ໄຟຟ້າ ລະຫ່ວາງ ການໄຟຟ້າ ຝ່າຍຜລິດ ກັບ ຣັຖບານລາວ ໂດຍອ້າງວ່າ ການລົງນາມ ໃນສັນຍາ ບໍ່ເປັນໄປ ຕາມ ຣັຖທັມມະນູນ ແລະກົດໝາຍ. ຕາມລາຍງານ ຂອງ ໜັງສືພິມ ຜູ້ຈັດການໄທ. ກ່ອນໜ້ານີ້ ເຈົ້າໜ້າທີ່ ເຄືອຂ່າຍ ປະຊາຊົນ 7 ແຂວງ ໄດ້ກ່າວວ່າ:
"ກົມຊັພຍາກອນ ນໍ້າໄດ້ເປີດ ເວທີ ຖາມຄວາມເຫັນ ປະຊາຊົນ ໄປຢ່າງ ເຮັ່ງຮີບ ໃນຂນະທີ່ ເພິ່ນບໍ່ຟັງສຽງ ປະຊາຊົນ ເວົ້າຫຍັງກ່າ ບໍ່ຟັງ ຍັງດື້ເຮັດ ແລ້ວພວກຕົນ ກໍສີ່ຟ້ອງ ສີ່ຟ້ອງຫນ່ວຍງານ ນີ້ ອັນນີ້ຄື ມະຕິຕໍ່ໄປ ສີ່ ດໍາເນີນການ".
ລາຍງານວ່າ ກຸ່ມໂຕແທນ ຊາວບ້ານ ໃນນາມ ເຄືອຂ່າຍ ສະພາ ອົງກອນ ຊຸມຊົນ ລຸ່ມນໍ້າຂອງ 7 ແຂວງ ອັນມີ ແຂວງເລີຽ ໜອງຄາຍ ບືງການ ນະຄອນພະນົມ ມຸກດາຫານ ອໍານາດຈເຣີນ ແລະ ແຂວງ ອຸບົນ ຣາຊະທານີ ຮ່ວມປະຊຸມກັນ ຢູ່ເມືອງ ຊຽງຄານ ແຂວງເລີຽ ໂດຍມີໂຕແທນ ທະນາຍຄວາມ ຈາກເຄືອຂ່າຍ ກົດໝາຍ ແມ່ນໍ້າຂອງ ແລະ ສູນຂໍ້ມູນ ຊຸມຊົນ ເພື່ອຕຽມສົ່ງ ຟ້ອງສານ ປົກຄອງ ກໍຣະນີ ໂຄງການສ້າງ ເຂື່ອນ ໄຊຍະບູຣີ ໃນລາວ ເພາະເຫັນວ່າ ຫລັງຈາກ ສ້າງເຂື່ອນ ໄຊຍະບູຣີ ແລ້ວ ມັນຈະສ້າງ ຄວາມເສັຽຫາຍ ຢ່າງໃຫ່ຽຫລວງ ໃຫ້ແກ່ ຊຸມຊົນ ລຸ່ມແມ່ນໍ້າຂອງ ໂດຍທີ່ບໍ່ ສາມາດ ແກ້ໄຂ ຄືນໄດ້.
ຜູ້ສົ່ງ ຄໍາຟ້ອງ ປະກອບດ້ວຍ ປະຊາຊົນ ທີ່ອາສັຍຢູ່ ຕາມແຄມຂອງ ໃນ ປະເທດໄທ ປະເທດລາວ ວຽດນາມ ແລະກໍາພູຊາ. ຂໍ້ກ່າວຫາ ກໍຄື: ບໍ່ປະຕິບັດ ຕາມເງື່ອນໄຂ ຂອງ ຄນະກັມມະການ ນະໂຍບາຍ ພລັງງານ ແຫ່ງຊາຕ ວ່າດ້ວຍ ການເປີດເຜີຽ ຂໍ້ມູນ ຂ່າວສານ ບໍ່ປະຕິບັດ ຕາມ ຣັຖທັມມະນູນ ມາຕຣາ 57 ແລະ ມາຕຣາ 58 ວ່າດ້ວຍ ການເປີດຂ່າວສານ ແລະ ການຮັບຟັງ ຄວາມຄິດເຫັນ ຂອງ ປະຊາຊົນ ບໍ່ປະຕິບັດ ຕາມຂໍ້ ກົດໝາຍ ຂອງ ຄນະກັມມະການ ລຸ່ມແມ່ນໍ້າຂອງ ວ່າດ້ວຍ ຂັ້ນຕອນ ການແຈ້ງຂ່າວ ການປືກສາ ຫາລື ແລະ ການຕົກລົງ ລ່ວງໜ້າ ກ່ອນດໍາເນີນ ການສ້າງ.