ໄຟຟ້າພະລັງນໍ້າ ບ້ານທ່າຄໍ້

ທາງການລາວ ລະບຸວ່າ ໂຄງການ ໄຟຟ້າ ພະລັງນໍ້າ ບ້ານທ່າຄໍ້ ຈະບໍ່ສົ່ງ ຜົນກະທົບ ຕໍ່ສະພາບ ແວດລ້ອມ.
ຈະເຣີນສຸກ
2010.12.21

ກົດຟັງສຽງ

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂຄງການໄຟຟ້າ ພະລັງນໍ້າ ບ້ານທ່າຄໍ້ ທີ່ກໍາລັງ ຈະເກີດຂຶ້ນ ໃນໄວໆນີ້ ໃນແຂວງ ຈໍາປາສັກ ເຊື່ອວ່າ ຈະບໍ່ສົ່ງ ຜົນກະທົບ ຕໍ່ສະພາບ ແວດລ້ອມ ເພາະເຮັດແບບຄອງ ຊົລປະທານ ທີ່ ປະຊາຊົນ ໄດ້ປໂຍດ. ທ່ານ ກ່າວໃນຕອນນຶ່ງ ວ່າ:

“ທີ່ຕັ້ງ ຂອງໂຄງການ ໄຟຟ້ານໍ້າຕົກ ບ້ານທ່າຄໍ້ ຕັ້ງຢູ່ນອກເຂດ ຂອງການພັທນາ ການທ່ອງທ່ຽວ ສະນັ້ນ ໂຄງການອັນນີ້ ໃນເມື່ອມີທີ່ ຕັ້ງຢູ່ນອກ ກໍແປວ່າ ພໍຮັບໄດ້ ມັນບໍ່ໄປ ແຕະຕ້ອງ ເຣື້ອງສິ່ງ ແວດລ້ອມ ຢູ່ໃນ."

ໂຄງການ ໄຟຟ້າ ດັ່ງກ່າວ ຕັ້ງຢູ່ບ້ານ ທ່າຄໍ້, ເມືອງໂຂ, ແຂວງຈໍາປາສັກ, ຈະເປັນ ໂຄງການໄຟຟ້າ ພະລັງນໍ້າ ແບບຂຸດຄອງ ຊົລປະທານ ເພື່ອໃຫ້ສາຍ ແມ່ນໍ້າຂອງ ເຂົ້າໄປໃນຄອງ ຊົລປະທານ, ແລ້ວກໍຈະນໍາ ນໍ້າໄປປັ່ນ ເປັນກະແສ ໄຟຟ້າ. ຄອງຊົລປະທານ ດັ່ງກ່າວ ຈະມີຄວາມຍາວ 1.7 ກິໂລແມັດ, ຕັ້ງຢູ່ແຄມຝັ່ງ ບ້ານທ່າຄໍ້ ຕິດຈອດກັບ ແມ່ນໍ້າຂອງ ໃນຊ່ວງເຂດ ສີ່ພັນດອນ.

ໂຄງການດັ່ງກ່າວ ເປັນໂຄງການ ຂນາດໃຫຍ່ ທີ່ຈະມີ ໂຄງການ ຂນາດນ້ອຍອີກ 3 ໂຄງການຍ່ອຍ ຢູ່ພາຍໃນ, ຊຶ່ງມີຣະດັບ ການກໍ່ສ້າງ ຕົວຫ້ອງປັ໋ນໄຟ 3 ຣະດັບ, ຄື: ຣະດັບ 1 ຂນາດ ການປັ່ນໄຟ 52 ເມກາວັດ, ຣະດັບ 2 ມີການປັ່ນໄຟ ຣະດັບ 86 ເມກາວັດ, ແລະ ຣະດັບ 3 ມີການປັ່ນໄຟ ຣະດັບ 170 ເມກາວັດ.

ທາງການລາວ ໄດ້ຜ່ານການ ພິຈາຣະນາ ແລະ ອະນຸມັດ ໃຫ້ມີການ ກໍ່ສ້າງ ໂຄງການ ດັ່ງກ່າວແລ້ວ, ຊຶ່ງໃນ ປັດຈຸບັນ ກໍາລັງ ຈະເຣີ້ມສໍາຣວດ ທຸກພາກສ່ວນ ທີ່ກ່ຽວຂ້ອງ, ແລ້ວຈະເຣີ້ມ ລົງມື ໂດຍເຊື່ອໝັ້ນວ່າ  ການສຶກສາ ຜົນກະທົບ ດ້ານສິ່ງແວດລ້ອມ ຈະຜ່ານການ ກວດສອບ ໄປໄດ້.

ສໍາລັບ ກະແສໄຟຟ້າ ທີ່ໄດ້ມາ ຈະສົ່ງຂາຍ ໃຫ້ປະເທດ ເພື່ອນບ້ານ 3 ແຫ່ງ ຄື: ໄທ, ກັມພູຊາ ແລະ ວຽດນາມ, ຊຶ່ງ 3 ປະເທດ ຕົກລົງແລ້ວ ວ່າ ຈະຮັບຊື້ ໄຟຟ້າ ຈາກໂຄງການ ດັ່ງກ່າວແນ່ນອນ ສໍາລັບໄຟຟ້າ ສ່ວນທີ່ເຫລືອ ຈະໃຊ້ພາຍໃນ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.