4 ປະເທດລຸ່ມນໍ້າຂອງ ຮ່ວມປະຂຸມ

4 ປະເທດ ໃນລຸ່ມ ແມ່ນໍ້າຂອງ ຈະປະຊຸມ ເຣື້ອງລະບຽບ ການນໍາໃຊ້ ແມ່ນໍ້າຂອງ ຮ່ວມກັນ.
ສົມເນ
2010.10.06

ກົດຟັງສຽງ

ຄນະຜູ້ແທນ ລະດັບວິຊາການ ທີ່ປະຕິບັດ ວຽກງານສະເພາະ ຈາກ 4 ປະເທດລຸ່ມ ແມ່ນໍ້າຂອງ ຈະເປີດປະຊຸມ ເຣື້ອງລະບຽບຫລັກການ ການໃຊ້ ຊັພຍາກອນນໍ້າ ໃນແມ່ນໍ້າຂອງ ໃນວັນທີ 7 ຕຸລາ ຢູ່ທີ່ນະຄອນ ຫລວງວຽງຈັນ. ຕາມການເປີດເຜີຽ ຂອງ ສາສດາຈານ ໄຊຢຸດ ສຸກສຣີ ຜູ້ຕາງໜ້າ ຈາກປະເທດໄທ:

"ຄືເຮົາພຍາຍາມ ຈະເຮັດລະບຽບ ການໃຊ້ນໍ້າ ຮ່ວມກັນ ແຕ່ວ່າມັນ ກໍເປັນບັນຫາ ທີ່ບອບບາງ ຫຍຸ້ງຍາກແດ່. ຖ້າຢູ່ນໍາກັນ ຈະໃຊ້ນໍ້າຂອງ ນໍາກັນ ກໍຕ້ອງມີການ ບອກແຈ້ງ ໃຫ້ຮູ້ ເພື່ອໃຫ້ທຸກຄົນ ທີ່ອາໄສ ແມ່ນໍ້າດຽວກັນ ຮູ້ວ່າ ຈະມີຫຍັງເກີດຂື້ນ ເພື່ອຈະໄດ້ ກະຕຽມ ໃຫ້ທັນການ".

ທ່ານ ໄຊຢຸດ ໄດ້ກ່າວຕໍ່ໄປວ່າ ຈຸດປະສົງ ຂອງການປະຊຸມ ຂອງຄນະຜູ້ແທນ ພາກສ່ວນຣັຖ ຈາກ ລາວ ໄທ ກໍາພູຊາ ແລະວຽດນາມ ຄັ້ງນີ້ແມ່ນ ກ່ຽວກັບການໃຊ້ ຜົນປໂຍດ ຈາກແມ່ນໍ້າຂອງ ໂດຍສະເພາະ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ, ການຊອກຫາ ຊັພຍາກອນຕ່າງໆ ໃນແມ່ນໍ້າຂອງ.

ກອງປະຊຸມ ຈະແລກປ່ຽນ ຄວາມຄິດຄວາມເຫັນ ໃນບັນຫາ ທີ່ກ່າວມານີ້ ພ້ອມທັງສະເໜີໃຫ້ ແຕ່ລະປະເທດ ເປີດເຜີຽຂໍ້ມູນ ຂອງຕົນວ່າ ຈະມີໂຄງການ ພັທນາ ຫລື ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ໃນຈຸດໃດແດ່ ເພື່ອໃຫ້ປະເທດທັງ 4 ປະກອບຄວາມເຫັນ ວ່າເຫັນພ້ອມຫລືບໍ່? ດັ່ງທ່ານໄດ້ກ່າວ:

"ທ່ານວ່າ ຄວາມຈິງແລ້ວເຣື້ອງນີ້ ເປັນຜົນປໂຍດ ຂອງທັງ 4 ປະເທດ, ກົດລະບຽບ ຈະເປັນແນວໃດນັ້ນ 4 ປະເທດຕ້ອງ ເຫັນພ້ອມນໍາກັນ. ອັນທີ່ຍາກກ່ວາໝູ່ ແມ່ນການເຫັນພ້ອມ ທັງໝົດ. ຖ້າມີຄວາມເຫັນ ບໍ່ຄືກັນ ກໍບໍ່ໄດ້ ເຖິງແມ່ນຈະໃຊ້ ເວລາຫລາຍ ກໍຕ້ອງໄດ້ເວົ້າກັນ".

ແນວຄິດການປະຊຸມ ດັ່ງກ່າວ ໄດ້ລິເລີ້ມຂື້ນ ຕັ້ງແຕ່ ປີ 1999 ໂດຍພຍາຍາມ ແກ້ໄຂບັນຫາ ການຂັດແຍ້ງ ກ່ຽວກັບການໃຊ້ ຫລືການພັທນາ ແມ່ນໍ້າຂອງ ທີ່ຈະບໍ່ສ້າງ ຄວາມເດືອດຮ້ອນ ແລະຂັດຕໍ່ ຜົນປໂຍດ ຂອງປະຊາຊົນ ໃນປະເທດ ສະມາຊິກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.