ການປະທ້ວງຕ້ານ ເຂື່ອນໃນນໍ້າຂອງ
2012.09.20
ນັກວິຊາການ ດ້ານພລັງງານ ໃນໄທ ເປີດເຜີຍວ່າ ການຄັດຄ້ານ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ນັ້ນ ບໍ່ແມ່ນ ສະເພາະແຕ່ ເຂື່ອນນີ້ແຫ່ງດຽວ ແຕ່ເປັນການ ຕໍ່ຕ້ານ ການສ້າງເຂື່ອນ ທັງໝົດ 11 ແຫ່ງ ໃນແມ່ນໍ້າຂອງ. ທ່ານ ວິທູນ ເພີ້ມພົງສາຈະເຣີນ ຈາກເຄືອຂ່າຍ ພລັງງານ ເພື່ອ ນິເວດວິທຍາ ໃນລຸ່ມ ແມ່ນໍ້າຂອງ ໄດ້ເວົ້າ ໃນງານຊຸມນຸມ ປົກປ້ອງ ແມ່ນໍ້າຂອງ ວັນທີ 16 ກັນຍາ 2012 ນີ້ວ່າ:
"ການຕັດສິນໃຈ ເຣື່ອງ ໄຊຍະບຸຣີ ຄືກັນກັບ ການຕັດສິນໃຈ ຂອງ 11 ເຂື່ອນ ຫາກເຮົາ ບໍ່ສາມາດ ຢຸດເຂື່ອນນີ້ໄດ້ ເຮົາກໍບໍ່ສາມາດ ຢຸດເຂື່ອນອື່ນໆໄດ້ ຫາກເຮົາຢຸດ ໂຕນີ້ໄດ້ ກໍຈະສາມາດ ຢຸດເຂື່ອນ ໃນແມ່ນໍ້າຂອງ ທັງໝົດໄດ້".
ທ່ານເວົ້າຕໍ່ໄປ ອີກວ່າ ຫາກການສ້າງ ເຂື່ອນ ໄຊຍະບຸຣີ ໄດ້ຮັບ ຄວາມສໍາເຣັດ ກໍຈະສົ່ງຜົນ ກະທົບຮຸນແຮງ ໃນແມ່ນໍ້າຂອງ ເຊັ່ນຕໍ່ພັນປາ ຕໍ່ລະດັບນໍ້າ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຕາມແຄມ ແມ່ນໍ້າຂອງ ແລະ ອື່ນໆອີກ ທີ່ຈະຕາມມາ.
ສິ່ງທີ່ໜ້າ ເປັນຫ່ວງ ຄືຜົນກະທົບ ຕໍ່ການ ເພາະພັນຂອງປາ ເຖິງແມ່ນວ່າ ເຂື່ອນ ໄຊຍະບຸຣີຈະ ອອກແບບ ເປັນຂັ້ນໃດ ເພື່ອໃຫ້ ປາຂຶ້ນລົງໄດ້ ແຕ່ນັ້ນ ກໍບໍ່ເປັນໄປ ຕາມ ທັມມະຊາດ ແລະ ເຂື່ອນໄຊຍະບຸຣີ ກໍມີຂນາດໃຫຍ່ ຊຶ່ງປາ ກໍອາດ ບໍ່ສາມາດ ຂຶ້ນລົງ ໄດ້ສະດວກ.
ທ່ານກ່າວ ສລຸບວ່າ ແມ່ນໍ້າຂອງ ເປັນແຫລ່ງ ປະມົງປາ ນໍ້າຈືດ ທີ່ໃຫຍ່ທີ່ສຸດ ໃນໂລກ ແລະ ປະຊາຊົນ ຫລາຍກວ່າ 60 ລ້ານຄົນ ອາສັຍປາ ຈາກແມ່ນໍ້າຂອງ ຫລາຍລ້ານຕັນ ຕໍ່ປີເປັນ ອາຫານທີ່ມີ ຄຸນນະພາບ ຕໍ່ຮ່າງກາຍ ດ້ວຍເຫດນີ້ ຈຶ່ງເປັນການຍາກ ທີ່ຈະຫາອາຫານ ຊນິດອື່ນ ມາທົດແທນໄດ້. ດ້ວຍເຫດນີ້ ຈຶ່ງຄວນເຫັນ ຄວາມສໍາຄັນ ໃນການປົກປ້ອງ ແມ່ນໍ້າຂອງ ສາຍນີ້.