ຄວນສຶກສາຮອບດ້ານ ກ່ອນສ້າງເຂື່ອນ

ເຂື່ອນ ໄຊຍະບຸຣີ ບໍ່ຄວນທີ່ ຈະສ້າງຂຶ້ນມາ ຫາກການ ສຶກສາ ວິໄຈຮອບດ້ານ ຍັງບໍ່ທັນ ຣະອຽດ ຄົບຖ້ວນ.
ໂພໄຊສວັດ
2012.05.10
F-Hannarong ທ່ານ ຫານນະຣົງ ເຍົາວະເລີດ ຜູ້ຊ່ຽວຊານ ດ້ານຈັດການນໍ້າ ຂອງໄທ
RFA

ກົດຟັງສຽງ

ທ່ານ ຫານນະລົງ ເຍົາວະເລີດ ຜູ້ຊ່ຽວຊານ ດ້ານຈັດການນໍ້າ ຂອງໄທ ເວົ້າວ່າ ການກໍ່ສ້າງ ເຂື່ອນ ແຕ່ລະບ່ອນ ຄວນສຶກສາ ຢ່າງຣະອຽດ ເຖີງຜົນໄດ້ ຜົນເສັຍ ໃຫ້ຄົບຖ້ວນ ເສັຍກ່ອນ ຈຶ່ງຕັດສິນ ໃຈສ້າງ. ເຂື່ອນ ໄຊຍະບຸຣີ ກໍເຊັ່ນດຽວກັນ ຫາກການສຶກສາ ຍັງບໍ່ຄົບຖ້ວນ ຮອບດ້ານ ກໍບໍ່ສົມຄວນ ເລີ້ມກໍ່ສ້າງ. ທ່ານເວົ້າວ່າ:

"ເຂື່ອນທ່າແຊະ ເຂື່ອນແກ່ງເສືອເຕັ້ນ ເຂື່ອນແມ່ວົງ ສໄມກ່ອນ ບໍ່ຜ່ານເພາະ ການລາຍງານ ບໍ່ຄົບຖ້ວນ ສໍາລັບເຂື່ອນ ແມ່ນໍ້າຂອງ ໂດຍສະເພາະ ເຂື່ອນ ໄຊຍະບຸຣີ ສິ່ງສໍາຄັນຄື ການວິໄຈ ກ່ຽວກັບ ການປ່ຽນແປງ. ຂໍ້ມູນຂອງ MRC ເຂົາລອງເອົາ ແຜນທີ່ມາກາງ ແລ້ວແທກນໍ້າຂອງ ເຂົ້າມາ 5 ກິໂລແມັດ ເຂົາບອກວ່າ ປະຊາຊົນ ຫລາຍລ້ານຄົນ ຈະໄດ້ຮັບ ຜົນກະທົບ ໃນປະເທດໄທ".

ທ່ານເວົ້າ ຕໍ່ໄປວ່າ ງານວິໄຈ ສໍາຄັນທີ່ສຸດ ຕໍ່ການ ພິຈະຣະນາ ສ້າງເຂື່ອນ ຍິ່ງຫລາຍ ແລະຍິ່ງລະອຽດ ເທົ່າໃດຍິ່ງດີ ຍ້ອນວ່າກ່ອນ ການຕັດສິນໃຈ ສ້າງເຂື່ອນ ຕ້ອງມີງານວິໄຈ ທຸກດ້ານ ຢ່າງຮອບຄອບ ບໍ່ວ່າຈະ ເປັນດ້ານ ສິ່ງແວດລ້ອມ ລະບົບນິເວດ ວັທນະທັມ ວິຖີຊີວິດ ການຂົນສົ່ງ ການຄ້າການລົງທຶນ ການທ່ອງທ່ຽວ ອາສຍາກັມ ແລະອື່ນໆທີ່ ກ່ຽວຂ້ອງ. ສໍາລັບເຂື່ອນ ໄຊຍະບຸຣີ ງານວິໄຈ ແລະການສຶກສາ ຜົນກະທົບ ຍັງບໍ່ຄົບຖ້ວນ ເພາະສ່ວນໃຫຍ່ ໄດ້ຈ້າງກໍຣິສັດ ກໍ່ສ້າງຮັບເໝົາ ມາວິໄຈ ຊຶ່ງແນ່ນອນ ໄດ້ສເນີແຕ່ພຽງ ດ້ານດີ ບໍ່ໄດ້ເວົ້າເຖິງ ຜົນກະທົບ ຫຍັງຫລາຍ.

ທ່ານເວົ້າສລຸບວ່າ ຕາມຄວາມເປັນຈິງແລ້ວ ພາກເອກກະຊົນ NGOs ທັງ ຂອງລາວເອງ ປະເທດລຸ່ມ ແມ່ນໍ້າຂອງອື່ນໆ ແລະ ອົງການສາກົນ ໄດ້ມີການ ສຶກສາວິໄຈ ທີ່ໜ້າສົນໃຈ ຊື່ງເປັນປໂຍດ ໃນການ ຕັດສິນໃຈ ກ່ຽວກັບໂຄງການ ສ້າງເຂື່ອນ ໄຊຍະບຸຣີ ແຕ່ມັນຂຶ້ນກັບ ຜູ້ຮັບຜິດຊອບ ໂຄງການ ວ່າຈະໃຫ້ ຄວາມສໍາຄັນ ກັບງານ ສຶກສາວິໄຈ ທັງຫຼາຍນັ້ນ ໜ້ອຍຫລາຍພຽງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.