ຂໍ້ມູນເຂື່ອນໄຊຍະບູຣີ ຄວນອອກເຜີຍແພ່

ກຸ່ມອະນຸຮັກ ສະພາບແວດລ້ອມ ຈະຮຽກຮ້ອງ ກັມມາທິການ ແມ່ນໍ້າຂອງ ສາກົນ ເປີດເຜີຍ ບັນທຶກ ການສຶກສາ ເຂື່ອນໄຊຍະບູຣີ ສູ່ສາທາຣະນະ.
ຈະເຣີນສຸກ
2010.10.05

ກົດຟັງສຽງ

ອົງການ ອະນຸຮັກ ສິ່ງແວດລ້ອມ Terra ກໍາລັງກຽມ ເອກກະສານ ເພື່ອສເນີ ຂໍ້ຮຽກຮ້ອງ ໃຫ້ກອງເລຂາ ຄນະກັມມາທິການ ແມ່ນໍ້າຂອງ ຫລື MRC ເປີດເຜີຍຣາຍງານ ຜົນກະທົບ ດ້ານສິ່ງແວດລ້ອມ ໃນການກໍ່ສ້າງ ເຂື່ອນໃສ່ນໍ້າຂອງ ເພາະວ່າ ໂຄງການດັ່ງກ່າວ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ໃນເຂດລຸ່ມ ແມ່ນໍ້າຂອງ ຢ່າງຫລວງຫລາຍ. ອີງຕາມຄໍາເວົ້າ ຂອງ ທ່ານ ມົນຕຣີ ຈັນທະວົງ ຜູ້ປະສານງານ ອົງການ ອະນຸຮັກ ສະພາບແວດລ້ອມ Terra:

"ທ່ານ ກ່າວວ່າ ພວກທ່ານ ກໍາລັງ ຈະຮຽກຮ້ອງ ໃຫ້ທາງ MRC ໄດ້ຊີ້ແຈງ ຣາຍລະອຽດ ຂັ້ນຕອນຂະບວນການ ເຫລົ່ານີ້ທັງໝົດ ອອກມາ ຄື ປະເທດ ທີ່ຈະສ້າງຈະຕ້ອງ ສເນີໂຄງການ ເຂົ້າມາ ໃນ 4 ປະເທດ ລຸ່ມນໍ້າຂອງ ຕອນລ່າງ ແລະ ຈະຕ້ອງມີຂະບວນ ການແຈ້ງຂໍ້ມູນ ໃຫ້ຊາບ ແລະ ພິຈາຣະນາ ຮ່ວມກັນ ແລ້ວກໍມີຄວາມ ເຫັນຮ່ວມກັນ ໃນບັນຫາ ຜົນກະທົບຕ່າງໆ ເພື່ອແກ້ໄຂບັນຫາ ຜົນກະທົບ".

ນອກຈາກນັ້ນ Terra ກໍາລັງພຍາຍາມ ໃຫ້ MRC ເປີດເຜີຍຂໍ້ມູນ ການສໍາຣວດ ຄວາມຄືບໜ້າ ເຣື້ອງການກໍສ້າງເຂື່ອນ ໃສ່ແມ່ນໍ້າຂອງ. ໂດຍສະເພາະ ຄວາມຄືບໜ້າ ໂຄງການສ້າງເຂື່ອນ ໄຊຍະບູຣີ ເພາະວ່າ ເຄື່ອງດັ່ງກ່າວ ຈະເປັນເຂື່ອນທໍາອິດ ທີ່ກັ້ນລໍານໍ້າຂອງ ໃນຝັ່ງລາວ. ອີກຢ່າງນຶ່ງ MRC ຕ້ອງເປີດເຜີຍ ຂໍ້ມູນ ຕໍ່ສາທາຣະນະ ແລະ ມີໜ້າທີ່ນໍາສເນີ ຫລືຍັບຍັ້ງ ໂຄງການ ສ້າງເຂື່ອນຕ່າງໆ ໃນປະເທດ ພູມີພາກ ແມ່ນໍ້າຂອງ. ຖ້າຫາກພົບວ່າ ມີຜົນກະທົບ ສະພາບສິ່ງແວດລ້ອມ ແລະ ສັງຄົມ ແລະ ຍັງມີໜ້າທີ່ ໃຫ້ຂໍ້ມູນ ຜົນດີຜົນເສັຍ ຕໍ່ຣັຖບານ ໃນປະເທດລຸ່ມນໍ້າ ຂອງອີກດ້ວຍ:

"ທ່ານ ກ່າວວ່າ ຄື ແທ້ໆແລ້ວກໍ ຕອນນີ້ ພຍາຍາມ ໃຫ້ທາງ MRC ເປີດເຜີຍຂໍ້ມູນ ຜົນກະທົບ ເພາະວ່າ MRC ໄດ້ສຶກສາເຂື່ອນແມ່ນໍ້າຂອງ ທັງ 11 ແຫ່ງມາແລ້ວ ໃນສ່ວນຂອງ MRC".

ແຕ່ປັດຈຸບັນ ພົບວ່າ MRC ບໍ່ຄ່ອຍຈະອອກ ຣາຍງານ ກ່ຽວກັບ ຜົນດີຜົນເສັຍ ຂອງການສ້າງເຂື່ອນ ສູ່ສາທາຣະນະ ແຕ່ ຍັງມີສ່ວນ ສນັບສນູນ ໃຫ້ເກີດໂຄງການ ສ້າງເຂື່ອນ. ດັ່ງນັ້ນ ທາງອົງການ ອະນຸຮັກ ສິ່ງແວດລ້ອມ ຈໍາເປັນຕ້ອງກົດດັນ ໃຫ້ MRC ສະແດງ ຄວາມຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ ໂດຍການເປີດເຜີຍ ຂໍ້ມູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.