MRC ວຽດນາມບໍ່ພໍໃຈ ບໍຣິສັດໄທສ້າງເຂື່ອນ

ຄນະກັມມາທິການ ແມ່ນໍ້າຂອງ ວຽດນາມ ປະນາມ ບໍຣິສັດໄທ ທີ່ຕົກລົງ ເຊັນສັນຍາ ສ້າງເຂື່ອນ ໄຊຍະບຸຣີ.
ໂພໄຊສວັດ
2012.04.27
F-MRC-banner ປ້າຍຄໍາຂວັນ ຂອງ ຄນະກັມມາທິການ ແມ່ນໍ້າຂອງ
Asia-eye

ກົດຟັງສຽງ

ຄນະກັມມາທິການ ແມ່ນໍ້າຂອງ ວຽດນາມ ມີການທັກທ້ວງ ບໍລິສັດໄທ ທີ່ຕົກລົງ ເຊັນສັນຍາ ສ້າງເຂື່ອນ ໄຟຟ້າ ໄຊຍະບຸຣີ ໃສ່ແມ່ນໍ້າຂອງ ໃນລາວ. ຄນະກັມມາທິການ ແມ່ນໍ້າຂອງ ເປັນອົງການ ລະຫວ່າງ ຣັຖບານ ຊຶ່ງປະກອບ ດ້ວຍ ສປປລາວ ກໍາພູຊາ ໄທ ແລະ ວຽດນາມ ເຮັດວຽກ ຮ່ວມກັນເພື່ອໃຊ້ ຊັພຍາກອນນໍ້າ ແລະ ພັທນາ ແມ່ນໍ້າຂອງ ໃຫ້ຍືນຍົງ.

ຜູ້ຕາງໜ້າ ຄນະກັມມາທິການ ແມ່ນໍ້າຂອງ ວຽດນາມ ທ່ານ Le Duc Trung ກ່າວຫາວ່າ ການທີ່ ບໍຣິສັດ ຊ.ການຊ່າງ ລົງນາມ ໃນສັນຍາ ສ້າງເຂື່ອນ ໄຟຟ້າ ໄຊຍະບຸຣີ ກັບ ບໍຣິສັດ ພລັງງານ ໄຟຟ້າ ໄຊຍະບຸຣີ ຂອງລາວ ເປັນການຣະເມີດ ຕໍ່ສັນຍາ ທີ່ ປະເທດ ສະມາຊິກ ລຸ່ມ ແມ່ນໍ້າຂອງ ໄດ້ຕົກລົງ ກັນໄວ້.

ທ່ານ Trung ໄດ້ກ່າວ ຕໍ່ສື່ມວນຊົນ ໃນວັນທີ 20 ເມສາ 2012 ນີ້ວ່າ ການລົງນາມ ເຊັນສັນຍາ ສ້າງເຂື່ອນ ໄຟຟ້າ ໄຊຍະບຸຣີ ຂອງບໍຣິສັດ ຊ.ການຊ່າງ ຂັດແຍ່ງກັບ ຄໍາຢືນຢັນ ຂອງ ຮັຖບານລາວ ທີ່ຈະໂຈະ ການສ້າງເຂື່ອນ ອອກໄປ ຈົນກວ່າວ່າ ການປຶກສາ ຫາລື ຣະຫວ່າງ ປະເທດ ສະມາຊິກ ລຸ່ມແມ່ນໍ້າຂອງ ຈະສິ້ນສຸດລົງ ເສັຍກ່ອນ.

ທ່ານ Trung ໄດ້ຮື້ຟື້ນ ຂໍ້ຄວາມ ໃນຂໍ້ຕົກລົງ ຂອງ ຄນະກັມມາທິການ ຢູ່ Siem Riep ປະເທດ ກໍາພູຊາ ໃນວັນທີ 8 ທັນວາ 2011 ຊຶ່ງທ່ານ Trung ຢໍ້າວ່າປະເທດ ສະມາຊິກ ທັງໝົດ ເຫັນດີໃຫ້ໂຈະ ການກໍ່ ສ້າງ ອອກໄປກ່ອນ.

ຕາມລາຍງານ ຂອງ ອົງການຂ່າວ The Nation ວັນທີ 17 ເມສາ 2012 ບໍຣິສັດ ຊ.ການຊ່າງ ໄດ້ແຈ້ງໃຫ້ ຕລາດ ຫລັກຊັພໄທ ຮູ້ວ່າສາຂາ ບໍລິສັດ ຊ.ການຊ່າງ ລາວ ໄດ້ລົງນາມ ຕົກລົງກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບຸຣີ ໃນ ງົບປະມານ ດ້ານ ວິສວະກອນ ປະມານ 52 ຕື້ບາດ ຫລື 1.7 ຕື້ ໂດລາ ສະຫະຣັຖ ໄປແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 03, 2012 02:57 AM

Laos has shown its kind spirit of cooperation with the other riparian countries by hiring the Finnish Company to carry the studies on the impact of the dams but VN and Cambodia have chosen to rejet the good results in their games to kill the projets of the dams.I see that the second study that will be financed by the Government of Japan is a waste of money and time;it will not help to solve any problem, the real intention of VN and Cambodia is to kill the dams for good.

Anonymous
May 02, 2012 03:34 AM

ວຽດບໍ່ພໍໃຈ ໄປເວົ້າໃຫ້ຈີນໄດ້ບໍ່ລະ ເຂື່ອນໄຊຍະແມ່ນອານາຄົດຂອງລາວ ສ້າງໄປໂລດ ບາດວ່າວຽດສ້າງໂຮງໄຟຟ້າປາຮະມານູຖາມລາວບໍ່ລະ?

Anonymous
May 01, 2012 04:30 AM

I cannot type in Lao but I want to tell you anyway the old lao saying as follows:Fang khouamkeo sei neo khao pouk. Vietnam used to hold Laos to build Nam Theun 2 Dam that why there was a delay for some years.Laos lost money.

Anonymous
Apr 29, 2012 08:35 PM

ວຽດກໍ່ບໍ່ພໍໃຈໄທມາແຕ່ດົນຢູ່ແລ້ວ ເພາະໄທສົ່ງວຽດຄືນປະເທດຍາມຫົວລ້ຽວຫົວຕໍ່ ໄທກໍ່ລະແວງວຽດນາມເປັນປະຈຳ ເພາະວາງແຜນຈະເອົາກຳລັງບຸກໄທ ເລ້ກັບລ່ຽມເອົາກັນເບິ່ງໄຜຈະມີແຕ້ມເຫນືອກ່ວາກັນ ໄນບັນຫາການສ້າງເຂື່ອນໄຊຍະບູລີແຫ່ງນີ້ ໄຊໂຢ!!

Anonymous
Apr 27, 2012 10:43 AM

Go ahead Laos never give up and don't care what about what they said if we want to build up our nation.

Anonymous
May 11, 2012 06:04 AM

ຄັດກັນທາງດ້ານແນວຄິດເປັນການດີ,ເພາະເປັນນິມິດໝາຍສຳຄັນຂອງການໃຊ້ປະຊາທິປະໄຕ,ຂໍພຽງວ່າ ຢ່າຄິດໃຊ້ກຳລັງເຂົ້າປະຊິດຫວັງເອົາຊະນະ ຫລື ແພ້,ສິ່ງດັ່ງກ່າວນີ້ແມ່ນຄວາມຫາຍຍະນະ ຈະມາເຖິງ ບໍ່ດີແທ້ໆ.

Anonymous
May 04, 2012 10:09 AM

VIET WAS #1 LOVE WAR, KILL NORTH TO SOUTH KILL LAO, 1953 AGAINST FRANCE, 1960-1975 NOTH AGAINST SOUTH, RAVAGED LAOS AND CAMBODIA.1979 BETRAYED THE LOVE FRIEND CHINA, NEXT MAY BE THAILAND.

Anonymous
May 23, 2012 08:41 PM

ວັນບໍພໍໃຈເພາະມັນບໍ່ໄດ້ເປັນເຈົ້າພາບ ເຂົາສ້າງຢູ່ຈີນມັນບໍ່ເວົ້າ ລາວສ້າງມັນເວົ້າ ໄທກໍຄືກັນເຂົາບໍ່ມີຜົນປະໂຫຽດນຳກໍພາກັນປະທ້ວງ....ນີ້ຄືເຣື່ອຈິງ....

Anonymous
May 01, 2012 03:18 AM

Mekong is for all countries, not only Laos.Stop the project now or need war?

Anonymous
Apr 27, 2012 08:07 AM

The mekong delta must be returned to Cambodia and Xiengteng and kache must be restituted to Laos.

Anonymous
May 08, 2012 09:07 AM

ຢ່າທວງກັນຄືນຍຸດທະສາດເກົ່າທີ່ຫລົງລືມເດີ!