ກົດຟັງສຽງ
ກຸ່ມອະນຸຮັກ ສະພາບລ້ອມ Terra ຣະບຸວ່າ ຮ່າງຣາຍງານ ການປະເມີນ ຜົນກະທົບ ທາງດ້ານ ສະພາບແວດລ້ອມ ຈາກກອງເລຂາ ກັມມາທິການ ແມ່ນໍ້າຂອງ ສາກົນ ຫລື MRC ທີ່ອອກມາ ເມື່ອວັນສຸກ ທີ 14 ຕຸລາ ກ່ຽວກັບ ຄວາມເຫັນພ້ອມ ໃຫ້ປະເທດລຸ່ມ ແມ່ນໍ້າຂອງ ເລື່ອນເວລາ ການສ້າງເຂື່ອນ ໃສ່ລໍາແມ່ນໍ້າຂອງ ອອກໄປ 10 ປີນັ້ນຖືວ່າ MRC ຍອມຮັບວ່າ ໂຄງການສ້າງເຂື່ອນ ກໍມີຜົນກະທົບ ຫລາຍດ້ານ ເປັນຕົ້ນແມ່ນ ຜົນກະທົບຕໍ່ ນໍ້າຂອງ ແລະ ສັງຄົມ. ທ່ານ ມົນຕຣີ ຈັນທະວົງ, ເຈົ້າໜ້າທີ່ Terra ກ່າວວ່າ:
"ຢ່າງໃດ ກໍຕາມ ຣາຍງານ ສະບັບນີ້ ກໍສະທ້ອນໃຫ້ເຫັນ ວ່າ ຜົນກະທົບ ທີ່ຈະເກີດກັບ ແມ່ນນໍ້າຂອງ ມັນມີຢູ່ແທ້ ບໍ່ແມ່ນພຽງແຕ່ ໃນປະເທດ ແຕ່ຍັງສົ່ງຜົນ ກະທົບ ຂ້າມຊາຍແດນ ແລະ ມີຄວາມຮຸນແຮງແທ້ ໃນຣາຍງານ ສະບັບນີ້".
ທ່ານກ່າວຕື່ມວ່າ ການອອກຂ່າວ ດັ່ງກ່າວ ຂອງ MRC ສະທ້ອນ ໃຫ້ເຫັນວ່າ MRC ກໍຍອມຮັບ ເຖິງຜົນກະທົບ ທີ່ຈະເກີດຂຶ້ນ ແລະ ບໍ່ຢາກຝືນ ຫລື ຕ້ານກະແສ ຂອງປະຊາຊົນ, ທີ່ບໍ່ຕ້ອງການ ໃຫ້ເກີດການສ້າງເຂື່ອນ. ເຖິງຢ່າງໃດ ກໍຕາມ ແຜນການດັ່ງກ່າວ ກໍບໍ່ມີຄວາມ ແນ່ນອນວ່າ MRC ຈະປ່ຽນແປງ ຄວາມຄິດເຫັນ ໃນອະນາຄົດ ຫລືບໍ່?
ຣາຍລະອຽດ ບາງຕອນ ຂອງຣາຍງານ ສະບັບດັ່ງກ່າວ ອ້າງເຖິງການປະເມ່ີນ ຄວາມສົມດຸນ, ປໂຍດ ຈາກການສ້າງເຂື່ອນ ແລະ ຄວາມສ່ຽງ ທີ່ອາດເກີດຂຶ້ນ ຈາກ ໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ 12 ແຫ່ງ ໃນສປປລາວ, ກັມພູຊາ ແລະ ໄທ. ນອກຈາກນັ້ນ, ຍັງມີເຣື້ອງຜົນກະທົບ ທີ່ຫລີກລ້ຽງ ບໍ່ໄດ້ ຖ້າຫາກ ມີການສ້າງເຂື່ອນ ກັ້ນລໍານໍ້າຂອງ ຂຶ້ນມາ, ຊຶ່ງຈະສົ່ງຜົນກະທົບ ຕໍ່ສະພາບແວດລ້ອມ, ປະຊາຊົນ, ປ່າໄມ້, ພືດ ແລະ ສັດນາໆຊນິດ.
ໃຈຄວາມສໍາຄັນ ຂອງຣາຍງານ ຍັງສເນີທາງເລືອກ ດ້ານຍຸທສາດ ຫລາຍປະເດັນ, ໂດຍປະເດັນສໍາຄັນນັ້ນ ທາງ MRC ສເນີ ວ່າ ຄວນຍົກເລີກ ໂຄງການພັທນາ ເຂື່ອນ ທັງໝົດ, ຍືດເວລາ ໂຄງການສ້າງເຂື່ອນ ໂດຍໃຫ້ມີ ການພິຈາຣະນາ ໄດ້ໃໝ່ ທຸກໆ 3 ປີ, ແລະ ໃຫ້ເລືອກ ຫລື ເນັ້ນຄວາມສໍາຄັນ ຂອງການພັທນາ ຕາມກະແສ ຄວາມຕ້ອງການ ຂອງຕລາດ ເປັນຕົ້ນ.