ຜົນຮ້າຍຈາກເຂື່ອນ ຕໍ່ຊາວກຳພູຊາ
2012.08.09

ນາງ ຣີ ສີອອ່ນ ແມ່ບ້ານ ຊາວກຳພູຊາ ທີ່ແຂວງກະແຈ ເວົ້າວ່າ ທຸກໆມື້ ຄອບຄົວຂອງນາງ ອາສັຍ ການລ້ຽງຊີວີດ ຈາກການ ຕຶກປາ ຂອງສາມີ ຕາມລຳ ແມ່ນ້ຳຂອງ ມາໃຊ້ເປັນ ອາຫານຄາບເຂົ້າ ສ່ວນເຫລືອ ຈະເອົາໄປຂາຍ ໃນຕລາດ. ຄອບຄົວ ຂອງນາງ ກໍເຫມືອນກັບ ຄອບຄົວຊາວ ກຳພູຊາ ຄອບຄົວອື່ນໆ ຜູ້ທີ່ອາສັຍ ນ້ຳຂອງ ເປັນແຫລ່ງ ຫາຢູ່ຫາກີນ ແລະ ແມ່ນ້ຳສາຍນີ້ ກໍໄດ້ລ້ຽງ ຊິວິດ ແມ່ຍີງວັຍ 35 ປີ ພ້ອມດ້ວຍລູກ 5 ຄົນ ຄົນນີ້ມາແຕ່ ນາງຍັງເປັນ ເດັກນ້ອຍ.
ນາງວ່າ ວ່າງຫລັງໆ ມານີ້ ນາງເຫັນ ການປ່ຽນແປງ ຕາມລຳແມ່ນ້ຳຂອງ ເພາະຈຳນວນປາ ທີ່ສາມີຂອງນາງ ຕຶກໄດ້ຫລຸດລົງ ຢ່າງຫລວງຫລາຍ ສອດຄ່ອງກັບ ຄຳວິພາກວິຈານ ຂອງຊຸມຊົນທີ່ວ່າ ອານາຄົດ ຂ້າງຫນ້າ ຈຳນວນປາ ໃນແມ່ນ້ຳຂອງ ແຮງຈະລຸດລົງ ຫລາຍກວ່ານີ້ ຍ້ອນການສ້າງເຂື່ອນ ໃນປະເທດລຸ່ມ ແມ່ນ້ຳຂອງ. ນາງລີ ເວົ້າວ່າ ໃນປັດຈຸບັນ ມີປາຫນ້ອຍລົງ ແລະ ນາງກໍເປັນຫວ່ງ ຢ້ານວ່າ ຖ້າມີ ການສ້າງເຂື່ອນ ມັນຈະກັ້ນ ການຂື້ນລົງ ຂອງປາ ຫລາຍກວ່ານີ້.
ເຖີງແມ່ນວ່າ ເຂື່ອນໄຊຍະບູຣີ ຈະຕັ້ງຢູ່ ທາງພາກເຫນືອ ຂອງລາວ ທີ່ໄກຈາກ ແຂວງກະແຈ ຂອງກຳພູຊາ ແຕ່ຍັງມີອີກ 11 ເຂື່ອນ ຕາມລຳ ແມ່ນ້ຳຂອງ ທີ່ຈະມີການສ້າງ ຊື່ງກຸ່ມປົກປ້ອງ ສີ່ງແວດລ້ອມ ແລະ ຣັຖບານທ້ອງຖີ່ນ ກຳລັງຫາລື ກ່ຽວກັບ ຜົລກະທົບ ຂ້າມພົມແດນ ກັນຢູ່ ໃນເວລານີ້.