ໄທວ່ານໍ້າຂອງບົກ ບໍ່ກ່ຽວກັບເຂື່ອນຈີນ
2010.11.23

ກົດຟັງສຽງ
ທ່ານ ຈະຕຸພອນ ບຸຣຸດພັດ ອະທິບໍດີ ກົມນໍ້າ ຂອງໄທ ຢືນຢັນວ່າ ນໍ້າຂອງບົກແຫ້ງ ບໍ່ໄດ້ກ່ຽວຂ້ອງ ກັບເຂື່ອນ ຂອງຈີນ ຫລັງຈາກທີ່ໄດ້ ສືກສາ ຂໍ້ມູນ ການວັດແທກ ລະດັບ ນໍ້າຂອງ ຢູ່ສະຖານີ ວັດແທກນໍ້າ ເມືອງ ຊຽງແສນ ນັບແຕ່ປີ 1962-2010 ເປັນຕົ້ນມາ, ແຕ່ສະເໜີ ກັມມາທິການ ແມ່ນໍ້າຂອງ MRC ເພື່ອໃຫ້ຈີນ ປ່ອຍນໍ້າລົງ ມາຕື່ມ ໃນຍາມລະດູແລ້ງ. ຕາມລາຍງານ ຂອງໜັງສືພິມ ຜູ້ຈັດການໄທ.
ການສືກສາ ຂໍ້ມູນ ລະດັບນໍ້າຂອງ ກ່ອນຈີນ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ແລະ ຫລັງຈາກ ຈີນ ສ້າງເຂື່ອນໃສ່ ເຫັນວ່າ ລະດັບນໍ້າຂອງ ບໍ່ໄດ້ປ່ຽນແປງ ຫລາຍປານໃດ. ຂໍ້ມູນ ການວັດແທກ ລະດັບນໍ້າ ລະບຸວ່າ ນໍ້າຂອງ ຈະບົກແຫ້ງ ລົງເລື້ອຍໆ ນັບແຕ່ເດືອນ ຕຸລາ ຂອງທຸກໆປີ ເປັນຕົ້ນໄປ ແລະ ຈະສູງຂື້ນ ໃນເດືອນ ເມສາ ຂອງ ປີຕໍ່ໄປ.
ລາຍງານ ຂອງ ຄນະວິຊາການ ໄທ ວ່າ ນໍ້າໃນ ແມ່ນໍ້າຂອງ ສ່ວນໃຫ່ຽ ແມ່ນໄຫລ ມາຈາກສາຂາ ລໍານໍ້າ ຂອງ ປະເທດຕ່າງໆ ຫລາຍກ່ວາທີ່ ມາຈາກ ແຫ່ລງກໍາເໜີດ ຂອງ ແມ່ນໍ້າຂອງເອງ. ນອກນັ້ນ ຍັງພົບວ່າ ປະຣິມານ ນໍ້າຂອງ ທີ່ໄຫລມາຈາກ ປະເທດຈີນ ມີ 75,000 ລ້ານ ແມັດກ້ອນ ຄິດເປັນ 16% ຂອງ ປະຣິມານ ນໍ້າຂອງ ທັງໝົດ. ໃນຈໍານວນນັ້ນ ເຂື່ອນ ໃນປະເທດຈີນ ໄດ້ກັກນໍ້າໄວ້ ແລ້ວ 3,086 ລ້ານ ແມັດກ້ອນ ຫລື 4.06%. ຖ້າຫາກວ່າ ໃນອານາຄົດ ຈີນສ້າງເຂື່ອນ ຕື່ມອີກ ປະຣິມານ ນໍ້າ ທີ່ຈີນກັກໄວ້ ຈະມີທັງໝົດ 20,396 ລ້ານ ແມັດກ້ອນ ຫລືເກືອບ 23% ຂອງ ປະຣິມານ ນໍ້າ ທັງໝົດ.
ໃນພາກສ່ວນ ຂອງ ລາວ ນັ້ນ ລາຍງານວ່າ ນໍ້າທີ່ໄຫລ ມາຈາກສາຂາ ລົງສູ່ ແມ່ນໍ້າຂອງ ມີທັງໝົດ 166,250 ລ້ານ ແມັດກ້ອນ ຫລືວ່າ 35% ຂອງ ປະຣິມານ ນໍ້າ ທັງໝົດ ໃນແມ່ນໍ້າຂອງ ແຕ່ວ່າ ລາວ ມີແຜນການ ຈະກັກນໍ້າໄວ້ ໃນລໍານໍ້າ ສາຂາຕ່າງໆ 2,000 ລ້ານ ກ່ວາ ແມັດກ້ອນ ຫລື 2.3% ຂອງ ປະຣິມານ ນໍ້າ ທັງໝົດ. ສິ່ງທີ່ໜ້າ ເປັນຫ່ວງ ໃນປັດຈຸບັນ ກໍຄື ປະຣິມານ ຕະກອນດິນຊາຍ ໃນທ້ອງ ແມ່ນໍ້າຂອງ ມີສູງຂື້ນ ເລື້ອຍໆ.