ພາຍຫລັງທີ່ທາງເຄືອຂ່າຍ ສະພາອົງກອຣ ຊຸມຊົນ ລຸ່ມແມ່ນ້ຳຂອງ 7 ແຂວງຂອງໄທຽ ໄດ້ໄປໂຮມຊຸມນຸມ ຢູ່ຕໍ່ໜ້າໂຮງກາຣ ຣັຖບາລ ທີ່ບາງກອກ ເພື່ອຍື່ນໜັງສື ປະທ້ວງ ໂຄງກາຣສ້າງ ເຂື່ອນ ໄຊຍະບູຣີ ແຕ່ທາງນາຍົກໄທຽ ບໍ່ໄດ້ໄປຮັບເອົາ ແລະ ຕໍ່ມາທາງຄນະກໍໄດ້ ໄປຮ່ວມປະຊຸມ ຢູ່ສະມາຄົມ ນັກຂ່າວ ຕ່າງປະເທສ ທີ່ບາງກອກ ແລະ ອອກແຖລງກາຣ ວ່າ ທາງຣັຖບາລໄທຽ ບໍ່ໄດ້ໃຫ້ຄວາມ ສຳຄັນ ຕໍ່ກາຣຮຽກຮ້ອງ ຂອງປະຊາຊົນ ທີ່ຕໍ່ຕ້ານໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວ.
ກ່ຽວກັບເຣື່ອງນີ້ ທ່ານອິທທິພົລ ຄຳສຸຂ ທີ່ເປັນຕົນແທນ ຄນະກໍວ່າ: ນາຍົກຣັຖມົນຕຣີ ຍີ່ງລັກສ໌ ຊີນວັຕ ກໍໄດ້ບອກໃຫ້ເຂົາເຈົ້າ ໃນເດືອນທັນວາ ຜ່ານມາ ໃຫ້ເຂົາເຈົ້າພາກັນ ສະບາຍໃຈ ເພາະເຂື່ອນ ໄຊຍະບູຣີ ຍັງບໍ່ໄປເຖີງໃສ ແຕ່ແລ້ວກາຣຕຣຽມ ສ້າງເຂື່ອນ ກໍມີຄວາມຄືບໜ້າ ເລື້ອຍໆ ໃນຣະຍະ 4-5 ເດືອນ ຜ່ານມານີ້ ທີ່ຍີ່ງເຮັດໃຫ້ເຂົາເຈົ້າ ເປັນຫ່ວງ:
"ສີ່ງທີ່ພວກເຮົາ ກັງວົນໃຈ ຫລາຍທີ່ສຸດກໍຄື ວີຖີ ຊີວີຕ ຂອງພວກເຮົາ ຈະປ່ຽນແປງໄປ ຖ້າຫາກວ່າເຂື່ອນ ໄຊຍະບູຣີ ຕົວນີ້ ສ້າງສຳເຣັຈ ແລະ ທີ່ສຳຄັນ ເຂື່ອນໄຊຍະບູຣີ ເປັນເຂື່ອນຕົວແຣກ ໃນໂຄງກາຣທັ້ງ 12 ເຂື່ອນ ຖ້າຫາກເຂື່ອນ ໄຊຍະບູຣີ ຕົວນີ້ເກີດຂຶ້ນໄດ້ 11 ເຂື່ອນ ກໍຈະຕາມມາ ແນ່ນອນ ສີ່ງທີ່ເຄືອຂ່າຍ ສະພາອົງກອຣ ລຸ່ມ ແມ່ນ້ຳຂອງ ຈະເຮັດຕໍ່ໄປ ກໍຄືກາຣຣົນຣົງ ຕໍ່ຕ້ານ ກາຣສ້າງເຂື່ອນ ໄຊຍະບູຣີ ຕໍ່ໄປ ໃຫ້ເຖີງທີ່ສຸດ”.
ທ່ານອິທທິພົລ ໄດ້ແຈ້ງເພີ່ມວ່າ ໃນໜັງສືທີ່ ທາງເຄືອຂ່າຍ ຂອງຊຸມຊົນ ທີ່ຕ້ອງກາຣຢາກຍື່ນ ໃຫ້ນາຍົກໄທຽ ຄັ້ງນີ້ ເປັນໜັງສືຂໍຮ້ອງ ໃຫ້ທາງຣັຖບາລໄທຍ ຍົງເລີກສັນຍາ ຊື້ໄຟຟ້າຈາກ ໂຄງກາຣເຂື່ອນ ໄຊຍະບູຣີ ດັ່ງກ່າວນີ້.
ຢ່າງໃດກໍຕາມ ໃນກາຣແຖລງຂ່າວ ຄັ້ງນີ້ ກໍມີຕົວແທນ NGOs ຈາກເຄືອຂ່າຍ ແມ່ນ້ຳປະເທສ ກັມພູຊາ ແລະມູລນິທິ ຟື້ນຟູຊີວີຕ ແລະ ທັມມະຊາຕ ຂອງໄທຽ ໄດ້ຮ່ວມ ແຖລງກາຣ ບໍ່ເຫັນພ້ອມນຳ ໂຄງກາຣສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວນີ້ ເຊັ່ນກັນ.