ເຄືອຂ່າຍລຸ່ມນໍ້າຂອງ ຕໍ່ຕ້ານເຂື່ອນສຸດຢຽດ
2012.04.19

ກົດຟັງສຽງ
ໃນວັນທີ 17 ເມສາ 2012 ເຄືອຂ່າຍ ປະຊາຊົນ ລຸ່ມ ແມ່ນໍ້າຂອງ ຊາວໄທ ບໍ່ພໍໃຈ ນໍາສັນຍາ ຣະຫວ່າງ ບໍຣິສັດ ຊ. ການຊ່າງ ແລະ ບໍຣິສັດ ພລັງງານ ໄຊຍະບູຣີ ຊຶ່ງເປັນ ບໍຣິສັດ ຂອງທາງການ ລາວ ກ່ຽວກັບ ການສ້າງເຂື່ອນ ໄຊຍະບູຣີ. ຕາມຄໍາເວົ້າ ຂອງຕົວແທນ ເຄືອຂ່າຍ ປະຊາຊົນ ລຸ່ມແມ່ນໍ້າຂອງ ຊາວໄທ ຈາກແຂວງ ຊຽງຮາຍ ທ່ານນຶ່ງ:
"ທ່ານກ່າວວ່າ ຂໍ້ມູນຕ່າງໆ ທີ່ໄດ້ຈາກ ການສຶກສາ ກໍຄ້າຍໆຄື ກັນທີ່ວ່າ ມັນຈະມີ ຜົນກະທົບ ຫລາຍດ້ານ ຮວມທັງ ຜົນກະທົບ ທີ່ຈະຂ້າມ ຊາຍແດນ ນໍ້າຂອງ ເປັນແມ່ນໍ້າ ທີ່ໃຊ້ ເປັນປະໂຫຍດ ຮ່ວມກັນ ບໍ່ໜ້າຈະ ເຮັດໃຫ້ເກີດ ຜົນກະທົບ ອັນໃດເລີຍ. ທ່ານຄິດວ່າ ຄວນໃຫ້ຄວາມ ສໍາຄັນຕໍ່ ຣະບົບນິເວດ ແລະ ວິຖີຊີວິດ ຂອງຊຸມຊົນ ທີ່ເປັນຊາວ ກະສິກອນ ທີ່ອາໄສ ຊັພຍາກອນ ທັມມະຊາດຢູ່".
ທ່ານເວົ້າຕື່ມ ອີກວ່າ ການເຊັນສັນຍາ ກໍ່ສ້າງ ເຂື່ອນ ຂອງ ບໍຣິສັດ ຊ. ການຊ່າງ ການໄຟຟ້າ ຂອງໄທ ຫລືແມ່ນແຕ່ ການອະນຸມັດ ເງິນກູ້ ຂອງ ທະນາຄານ ໄທ ກໍຄວນໃຫ້ ຄວາມສໍາຄັນ ຕໍ່ຫາງສຽງ ຂອງ ປະຊາຊົນ ໃນພື້ນທີ່ ແຄມຂອງ ເຊັ່ນກັນ ບໍ່ແມ່ນແຕ່ ຈະຄໍານຶງເຖິງ ຜົນປະໂຫຍດ ຜົນກໍາໄຣ ທີ່ຕົນ ຈະໄດ້ຮັບ.
ກ່ຽວກັບເຣື່ອງນີ້ ຊາວບ້ານທີ່ ແຂວງ ນະຄອນ ພະນົມ ຜູ້ນຶ່ງ ເວົ້າວ່າ:
"ທ່ານວ່າ ມະຕິ ຂອງຄນະ ກັມມາທິການ ແມ່ນໍ້າຂອງ MRC ບໍ່ມີຄວາມ ໝາຍຫຍັງ ບໍຣິສັດ ຊ. ການຊ່າງ ຂອງໄທ ບໍ່ໄດ້ສົນໃຈໃຜ ຖ້າມີການ ດໍາເນີນ ແບບນີ້ໄປ ເລື້ອຍໆ ພີ່ນ້ອງແຄມ ແມ່ນໍ້າຂອງ 8 ແຂວງ ຂອງໄທ ຄືສິຍອມ ບໍ່ໄດ້".
ທ່ານວ່າ ໃນວັນທີ 24 ທີ່ ຈະມາເຖິງນີ້ ພີ່ນ້ອງແຄມ ຂອງ ຈະພາກັນ ໄປຖາມ ບໍຣິສັດ ຊ. ການຊ່າງ ດ້ວຍຕົນເອງ ເພື່ອໃຫ້ທົບທວນ ສັນຍາກ່ຽວກັບ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ແລະ ເຣື່ອງອື່ນໆ ອີກທີ່ເປັນ ຈັນຍາບັນ.
ນາງວ່າ ເຄືອຂ່າຍ ປະຊາຊົນ ຮິມຝັ່ງຂອງ 8 ແຂວງຂອງໄທ ຈະສົ່ງຕົວແທນ ຂອງຕົນ ໄປຍື່ນໜັງສື ຄັດຄ້ານ ໂຄງການສ້າງ ເຂື່ອນດັ່ງກ່າວ ທີ່ສໍານັກ ງານບໍຣິສັດ ຊ. ການຊ່າງ ເພື່ອສະແດງ ໃຫ້ເຫັນວ່າມີ ປະຊາຊົນ ຈະໄດ້ຮັບ ຜົນກະທົບ ແລະບໍ່ເຫັນພ້ອມ ນໍາສັນຍາທີ່ ທາງບໍຣິສັດ ໄດ້ເຊັນ ໄປແລ້ວນັ້ນ.