ຄນະກັມມາທິການ ວ່າໃຫ້ໂຈະການສ້າງເຂື່ອນ

ຄນະ ກັມມາທິການ ແມ່ນໍ້າຂອງ ຢາກໃຫ້ເລື່ອນ ການສ້າງເຂື່ອນ ອອກໄປ 10 ປີ

0:00 / 0:00

ກົດຟັງສຽງ

ໃນການສຶກສາ ກ່ຽວກັບ ສິ່ງແວດລ້ອມ ເພື່ອໃຊ້ເປັນ ນະໂຍບາຍ ຄນະກັມມາທິການ ແມ່ນ້ຳຂອງ ໄດ້ຮຽກຮ້ອງ ໃຫ້ ລາວ; ໄທ; ກຳພູຊາ ແລະ ວຽດນາມ ເລື່ອນ ໂຄງການ ກໍ່ສ້າງເຂື່ອນ ພະລັງໄຟຟ້າ ອອກໄປກ່ອນ 10 ປີ ເພື່ອຫລີກລ້ຽງ ຄວາມສ່ຽງ ທີ່ອາດຈະ ພົວພັນ ກັບໂຄງການ ເຫລົ່ານັ້ນ.

ອີງຕາມລາຍງານ ທີ່ໄດ້ເຜີຍແຜ່ ເມື່ອເດືອນ ຕຸລາ 2010 ຂອງທ່ານ Carl Middleton, ຜູ້ອຳນວຍ ການຂອງກຸ່ມ ອະນຸຮັກ ແມ່ນ້ຳສາກົນ ທີ່ໄດ້ສຶກສາ ເຖິງຜົນ ກະທົບ ຕໍ່ສິ່ງແວດລ້ອມ ແລະ ຊີວະນາໆພັນ ໃນໂຄງການ ສ້າງເຂື່ອນ ໄຟຟ້າ 12 ແຫ່ງໃສ່ ແມ່ນ້ຳຂອງ, ໂດຍທີ່ໄດ້ ປຶກສາຫາລື ກັບຝ່າຍ ຣັຖບານ, ອົງການ ທີ່ບໍ່ ສັງກັດ ຣັຖບານ ແລະພາກ ເອກກະຊົນ ໄດ້ພົບວ່າ ຫາກມີການ ສ້າງເຂື່ອນ ກໍຈະທຳລາຍ ແລະປ່ຽນແປງ ສະພາບ ຊີວະນາໆພັນ ຂອງມະຫານະ ທີທີ່ຊຸບລ້ຽງ ປະຊາຊົນ ຫລາຍລ້ານຄົນ ແຫ່ງນີ້ຢ່າງ ຖາວອນ ແລະ ຈະເອົາຫວນ ກັບຄືນມາ ບໍ່ໄດ້.

ລາຍງານກ່າວ ຕໍ່ໄປວ່າ 50 ສ່ວນຮ້ອຍ ຂອງ ຄວາມຍາວ ຂອງແມ່ນ້ຳຂອງ ຈະກາຍເປັນ ອ່າງເກັບ ຮັກສານ້ຳ ແລະ ການປ່ຽນແປງ ຂອງ ລະດັບນ້ຳ ຈະທຳລາຍ ລະບົບ ການໄຫລຢ່າງ ທັມມະຊາດ ຂອງນ້ຳ.

ແຜນການສ້າງເຂື່ອນ ຈະສະກັດກັ້ນ ການຂຶ້ນລົງ ຕາມ ທັມມະຊາດ ແລະທຳລາຍ ທີ່ຢູ່ອາສັຍ ຂອງປາ ແລະ ລະບົບ ນິເວດວິທຍາ ໃນແມ່ນ້ຳຂອງ, ສ້າງ ແລະ ກົດດັນ ໃຫ້ມີຄວາມ ສ່ຽງຕໍ່ ພືດພັນ ແລະ ສັດນ້ຳທີ່ ອຸດົມສົມບູນ. ໃນເວລາ ດຽວກັນ ກິຈກັມ ການປະມົງ ກໍຈະຫລຸດ ຜ່ອນລົງ 26 ສ່ວນຮ້ອຍ ມາເປັນ 42 ສ່ວນຮ້ອຍ ໃນລະດັບ ປັດຈຸບັນ, ຊຶ່ງຫາກຕີ ເປັນຣາຄາ ຄວາມເສັຍຫາຍ ຈະຕົກ ຢູ່ປະມານ 15 ພັນ ລ້ານບາດ.

ລາຍງານ ກ່າວຕື່ມອີກວ່າ ຢ່າງໜ້ອຍ ສາຍພັນປາ 100 ຊນິດ ເຊັ່ນປາໂລມາ ອີຣາວະດີ, ປາບຶກ, ປາເລີມ ປາສັນຍາລັກ ແມ່ນ້ຳຂອງ ກໍຈະສູນພັນ ໄປ ຍ້ອນບ່ອນຢູ່ ອາສັຍ ຖືກທຳລາຍ.

ອີງຕາມລາຍງານ, 10 ເຂື່ອນທີ່ມີ ຢູ່ໃນແຜນ ການກໍ່ສ້າງ ແມ່ນຈະສ້າງ ໃສ່ແມ່ນ້ຳຂອງ ໂດຍກົງ, 8 ເຂື່ອນໃນລາວ, 2 ເຂື່ອນ ໃນຈຳນວນ ນີ້ ຈະຢູ່ລະຫວ່າງ ລາວແລະໄທ ແລະ 2 ເຂື່ອນ ໃນ ກຳພູຊາ.