ກົດຟັງສຽງ
ໃນເວລາ 9 ໂມງເຊົ້າ ຂອງວັນທີ 1 ພຶສພາ ປີ 2012 ເຄື່ອຂ່າຍ ປະຊາຊົນ ຈາກ 8 ແຂວງ ລຸ່ມ ແມ່ນ້ຳຂອງ ຂອງໄທ ຈຳນວນນື່ງ ໄດ້ເດີນທາງ ໄປຍັງໂຮງແຮມ ເວທີ ກອງປະຊຸມ ແມ່ນ້ຳຂອງ ທີ່ພູເກັດ ເພື່ອຮຽກຮ້ອງ ໃຫ້ຄນະ ກັມມະທິການ ແມ່ນ້ຳຂອງ ທົບທວນ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ແລະ ແກ້ໄຂ ຜົລກະທົບ ທີ່ຈະເກີດຂື້ນ. ດັ່ງທ່ານ ນິວັດ ຣ້ອຍແກ້ວ ແກ່ນນຳ ຂອງກຸ່ມ ເປີດເຜີຍວ່າ:
"ຍື່ນຫນັງສືແລ້ວ ທີ່ພວກເຮົາ ມານີ້ ກໍເພື່ອຍື່ນ ຫນັງສື ໃຫ້ກັບກຸ່ມຜູ້ ບໍຣິຫານ ຂອງຄນະ ກັມມະທິການ ແມ່ນ້ຳຂອງ ໃຫ້ແສດງບົດບາດ ອັນຊັດເຈນ ໃນເຣື່ອງການ ກຳກັບ ດູແລ ຂໍ້ຕົກລົງ ຂອງ ແມ່ນ້ຳຂອງ ກ່ຽວກັບ ການເລື່ອນເວລາ ການສືກສາ ເຂື່ອນ ໄຊຍະບູຣີ ອີກຕໍ່ໄປ".
ແກນນໍາຂອງກຸ່ມ ຖແລງ ຕໍ່ໄປວ່າ ຫລັງຈາກ ໄດ້ຕິດຕາມ ໂຄງການສ້າງ ເຂຶ່ອນໃສ່ ແມ່ນ້ຳຂອງ ມາຕຣອດ ໂດຍສະເພາະ ເຂື່ອນ ໄຊຍະບູຣີ ກຸ່ມດ່ັງກ່າວ ກໍມີຄວາມ ກັງວົນໃຈ ຢ່າງຍີ່ງ ທີ່ອົງການ ແມ່ນ້ຳຂອງ ບໍ່ເອົາ ໃຈໃສ່ພຽງພໍ ໃນການປົກປ້ອງ ແລະ ຮັກສາ ຂໍ້ຕົກລົງ ທີ່ປະເທດລຸ່ມ ແມ່ນ້ຳຂອງ ໄດ້ປະກາດໃຊ້ ໃຫ້ມີການ ສືກສາ ຜົລກະທົບ ຕໍ່ສີ່ງແວດລ້ອມ ກ່ອນຈະສ້າງ ໃນກອງປະຊຸມ ຄນະກັມມະການ ແມ່ນ້ຳຂອງ ໃນເດືອນ ທັນວາ ປີ 2011.
ທ່ານ ນິວັດ ກ່າວວ່າ ກຸ່ມຂອງທ່ານ ຢາກຮຽກຮ້ອງ ໃຫ້ ຄນະກັມມະທິການ ແມ່ນ້ຳຂອງ ເຮັດຫນ້າທີ່ ຂອງຕົນ ຕາມທີ່ ປະຊາຊົນ ເຂດລຸ່ມ ແມ່ນ້ຳຂອງ ໄດ້ມອບໝາຍໃຫ້ ເພື່ອປົກປ້ອງ ວິຖີຊິວິດ ແລະ ການເປັນຢູ່ ຂອງ ພວກຂະເຈົ້າ ພົ້ນຈາກ ການທຳລາຍ ຂອງໂຄງການ ສ້າງເຂື່ອນ ໄຊຍະບູຣີ.