ທາງການລາວເປີດໃຫ້ຢ້ຽມ ເຂດເຂື່ອນໄຊຍະບູຣີ

ທາງການລາວ ເຊື້ອເຊີນ ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ ໄປສັງເກດການ ໃນເຂດ ເຂື່ອນ ໄຊຍະບູຣີ ເປັນຄັ້ງ ທໍາອິດ ຫລັງການ ຢ້ຽມຢາມລາວ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ມາດາມ Hillary Clinton.
ມະນີຈັນ
2012.07.16
f-gms-summit ກອງປະຊຸມ ຄັ້ງທີ 4 ຂອງບັນດາ ປະເທດ ເຂດອ່າງ ແມ່ນໍ້າຂອງ ທີ່ພະມ້າ. ປະເທດເຂດລຸ່ມ ແມ່ນໍ້າຂອງ ປະກອບດ້ວຍ ລາວ ໄທ ວຽດນາມ ກັມພູຊາ.
AFP

ທາງການລາວ ໄດ້ສົ່ງຄໍາ ເຊື້ອເຊີນ ໃຫ້ຢ້ຽມຢາມ ເຂດສ້າງເຂື່ອນ ໃນແຜນການ 2 ວັນ ຊຶ່ງກໍານົດໃສ່ ວັນຈັນ ວັນອັງຄານ ນີ້ ຊື່ງມີຕົວແທນ ຈາກ ໄທ ວຽດນາມ ແລະ ກໍາພູຊາ ໃນ ຄນະກັມມາທິການ ແມ່ນໍ້າຂອງ MRC ແລະ ບັນດາ ຄູ່ພາຄີ ເພື່ອການພັທນາ. ໃນຣາຍການ ຂອງການໄປ ສັງເກດການ ເຂດເຂື່ອນນັ້ນ ຈະເວົ້າກ່ຽວກັບ ສະພາບ ໂຄງການເຂື່ອນ ໂດຍຫຍໍ້ ແລະ ການຢ້ຽມຢາມ ເຂດເຂື່ອນ ດັ່ງກ່າວ. ຕາມຣາຍ ງານຂ່າວ Bangkoko Post ສະບັບວັນທີ 15 ກໍຣະກະດາ 2012. ກະຊວງ ການຕ່າງ ປະເທດລາວ ກ່າວໃນ ຖແລງການ ສະບັບນຶ່ງ ວ່າມີ ປະຊາຊົນ ຫລາຍຄົນ ບໍ່ເຂົ້າໃຈ ສະພາບ ທີ່ແທ້ຈິງ ຊຶ່ງລາວ ກໍຕ້ອງການ ໃຫ້ຂໍ້ມູນ ທີ່ຖືກຕ້ອງ ແກ່ເຂົາເຈົ້າ.

ເຣື່ອງຈັດໃຫ້ມີ ການທ່ຽວ ສັງເກດການ ເຂດເຂື່ອນ ໄຊຍະບູຣີ ເທື່ອນີ້ມີຂຶ້ນ ຫລັງການ ຢ້ຽມຢາມລາວ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ອະເມຣິກາ ມາດາມ Hillary Clinton ໃນສັປດາ ຜ່ານມາ ຊຶ່ງເປັນການ ຢ້ຽມຢາມລາວ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ ຄົນທໍາອິດ ໃນຮອບ 57 ປີ. ມີຣາຍງານວ່າ ໃນຣະຫວ່າງ ການຢ້ຽມຢາມ ນັ້ນ ມາດາມ Clinton ໄດ້ຊຸກຍູ້ ໃຫ້ ຣັຖບານລາວ ສຶກສາເບິ່ງ ຜົນກະທົບ ທີ່ຈະເກີດຈາກ ໂຄງການເຂື່ອນ ໄຊຍະບູຣີ ໃນມູນຄ່າ 3 ພັນ 6 ຮ້ອຍລ້ານ ໂດລາ  ເພີ່ມຕື່ມ ກ່ອນທີ່ຈະ ດໍາເນີນໂຄງການ. ສ່ວນ ນາຍົກຣັຖມົນຕຣີ ທອງສິງ ທັມມະວົງ ກໍໄດ້ໃຫ້ ຄໍາໝັ້ນໃຈ ແກ່ ມາດາມ Clinton ວ່າຈະບໍ່ດໍາເນີນ ການໃດໆ ຫາກປະເທດ ເພື່ອນບ້ານ ບໍ່ຮັບຜ່ານ ໂຄງການນັ້ນ.

ໃນເດືອນແລ້ວ ອົງການ ແມ່ນໍ້ສາກົນ ທີ່ມີສູນກາງ ຢູ່ ສະຫະຣັດ ໄດ້ເດີນທາງ ໄປເຂດໂຄງການ ເຂື່ອນ ແລະ ໄດ້ຢ້ຽມຢາມ ຊາວບ້ານ ທີ່ຈະໄດ້ຮັບ ຜົນກະທົບ ຊຶ່ງກໍພົບວ່າ ມີການ ເລີ່ມວຽກງານ ຂອງໂຄງການ ໃນເຂດເຂື່ອນ ນັ້ນແລ້ວ.

ເຂື່ອນໄຊຍະບູຣີ ເປັນໂຄງການ ນຶ່ງໃນຈໍານວນ ທັງໝົດ 12 ໂຄງການເຂື່ອນ ໄຟຟ້າ ທີ່ມີແຜນ ຈະສ້າງໃສ່ ແມ່ນໍ້າຂອງ ໃນເຂດ ປະເທດລາວ ຊຶ່ງ 95 ເປີເຊັນ ຂອງໄຟຟ້າ ທີ່ ຜລິດນັ້ນ ຈະຂາຍໃຫ້ໄທ ໃນຣາຄາ ປະມານ 2 ບາດ ຕໍ່ກິໂລວັດໂມງ. ຝ່າຍຜູ້ບໍ່ເຫັນພ້ອມ ກັບໂຄງການ ນັ້ນເວົ້າວ່າ ເຂື່ອນ ໄຊຍະບູຣີ ຈະທໍາລາຍ ຣະບົບນິເວດ ໃນ ແມ່ນໍ້າຂອງ ແລະ ວິຖີຊີວິດ ຂອງຊຸມຊົນ ທີ່ຢູ່ໃຕ້ ເຂື່ອນ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.