ກຸ່ມອະນຸຮັກນໍ້າຂອງ ຕິດຕາມຕໍ່ຕ້ານເຂື່ອນ
2012.05.31
ເຄືອຂ່າຍ ອະນຸຮັກ ຊັພຍາກອນ ທັມມະຊາຕ ແລະ ວັທນາທັມ ລຸ່ມ ແມ່ນໍ້າຂອງ ພ້ອມດ້ວຍ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍວ່າ ພາຍຫລັງ ທີ່ທາງອົງກາຣ ທີ່ບໍ່ຂຶ້ນກັບ ຣັຖບາລ ຫລື NGOs ແລະ ປະຊາຊົນ ໃນພື້ນທີ່ 8 ແຂວງ ທາງພາຄເໜືອ ແລະ ພາຄຕາເວັນອອກ ສ່ຽງເໜືອ ໄດ້ພາກັນ ສົ່ງຄໍາຮ້ອງ ຕໍ່ຣັຖບາລໄທຽ ໃນຖານະທີ່ເປັນ ສະມາຊິກ ຂອງ ຄນະກັມມາທິກາຣ ແມ່ນໍ້າຂອງ ຫລື MRC ເພື່ອໃຫ້ຄັດຄ້ານ ກາຣສ້າງເຂື່ອນ ໄຊຍະບູຣີ ເພາະເປັນຫ່ວງນຳ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ວິຖີຊີວີຕ ຂອງ ປະຊາຊົນ ພ້ອມຍັງໄດ້ ສເນີຕໍ່ ຣັຖບາລໄທຽ ໃຫ້ຍົກເລີກ ສັນຍາຊື້-ຂາຍ ໄຟຟ້າ ກັບຝ່າຍຣັຖບາລ ຢ່າງສິ້ນເຊີງ.
ຄນະຕົວແທນ ຂອງເຄືອຂ່າຍ ປະຊາຊົນ ໄດ້ແຈ້ງຕໍ່ ທາງສື່ມວລຊົນ ວ່າທາງຄນະ ກັມມາທິກາຣ ແມ່ນໍ້າຂອງ MRC ອັນປະກອບດ້ວຍ ໄທຽ ລາວ ກັມພູຊາ ແລະວຽຕນາມ ໄດ້ມີມະຕິ ໂຈະກາຣລົງມື ກໍ່ສ້າງເຂື່ອນ ໄຊຍະບູຣີ ໄວ້ຈົນກວ່າ ຈະມີກາຣ ສຶກສາສໍາຣວຈ ດ້ານຜົລກະທົບ ຢ່າງຮອບຄອບ ຕື່ມອີກ ຊຶ່ງບາງ ປະເທສ ສະມາຊິກ ເຫັນດີ ໃຫ້ໂຈະໄວ້ ເຖີງ 10 ປີ ເປັນຢ່າງຕໍ່າ.
ແຕ່ກໍເປັນ ທີ່ຄາດກັນວ່າ ຈະຕ້ອງຂຶ້ນກັບ ກາຣຕັດສິນໃຈ ຂອງທາງກາຣລາວ ວ່າຈະຄວນຮັບ ພິຈາຣະນາ ແບບໃດ ວ່າຈະອະນຸຍາຕ ໃຫ້ລົງມືກໍ່ສ້າງ ຫລືໂຈະໄວ້ ຕາມກາຣຂໍຮ້ອງ ຫລືບໍ່ ໃນຂັ້ນຕໍ່ໄປ.
ຢ່າງໃດກໍຕາມ ນອກຈາກໂຄງກາຣ ເຂື່ອນ ໄຊຍະບູຣີ ນີ້ແລ້ວ ກໍຍັງມີໂຄງກາຣ ສ້າງອີກຫຼາຍແຫ່ງ ຮວມທັງໝົດ ບໍ່ຕໍ່າກວ່າ 11 ເຂື່ອນ ດ້ວຍກັນ ໃນເຂຕລຸ່ມ ແມ່ນໍ້າຂອງ ແລະຖ້າວ່າ ມີກາຣຕົກລົງ ໃຫ້ສ້າງ ກໍຈະເປັນກາຣ ສ້າງຜົລກະທົບ ຕໍ່ ປະຊາຊົນ ກວ່າ 60 ລ້ານ ຄົນ ທີ່ອາສັຍ ຢູ່ຕາມເຂຕລຸ່ມ ແມ່ນໍ້າຂອງ ໃນອະນາຄົດ ຂ້າງໜ້າ ຢ່າງແນ່ນອນ.