ນໍ້າຂອງລົດຢ່າງວ່ອງໄວ

ນໍ້າຂອງ ແຫ້ງລົງ ຢ່າງວ່ອງໄວ ແລະ ຜິດປົກກະຕິ ໃນປີນີ້ ເຂື່ອນໄຟຟ້າ ຂອງຈີນ ອາດເປັນຕົ້ນເຫດ.

0:00 / 0:00

ກົດຟັງສຽງ

ແມ່ນ້ຳຂອງ ໃນຊ່ວງ ແຂວງ ອຸບົນຣາຊທານີ ທີ່ຕົງກັນຂ້າມ ກັບ ແຂວງ ຈຳປາສັກ ຂອງລາວ ໄດ້ແຫ້ງລົງ ຢ່າງວ່ອງໄວ ແລະ ຜິດປົກກະຕິ ໃນປີນີ້ ເຮັດໃຫ້ເກີດມີ ໂງ່ນຫີນ ແລະ ເກາະດອນຕ່າງໆ ພົ້ນຂຶ້ນມາ ໃນກາງນ້ຳຂອງ ສົ່ງຜົລກະທົບ ຕໍ່ຊາວປະມົງ ຮ່ວມທັງການ ເຮັດໄຮ່ ຕາມລຳ ແມ່ນ້ຳຂອງ ຄາດວ່າ ສາເຫດມາຈາກ ເຂຶ່ອນຈີນ ກັ້ນນ້ຳໄວ້ ສຳລັບ ຣະດູແຫ້ງ.

ຜູ້ສື່ຂ່າວ ລາຍງານ ສະພາບຄວາມ ແຫ້ງແລ້ງ ຂອງແມ່ນ້ຳຂອງ ທີ່ໄຫລຜ່ານ ແຂວງ ອຸບົນຣາຊທານີ ເຂດເມືອງ ເຂັມມະຣາດ ໂພທະໄຣ ແລະ ຂົງຈຽມ ທີ່ມີຣະດັບນ້ຳ ຫລຸດລົງ ຢ່າງຫລວງຫລາຍ ຈົນບາງຈຸດ ມີໂງ່ນຫີນ ພົ້ນນ້ຳ ແລະ ປະຊາຊົນ ກໍ່ສາມາດ ຍ່າງລົງໄປ ກາງຂອງໄດ້ຢ່າງ ສະດວກສະບາຍ.

ຊາວບ້ານ ທີ່ເມືອງ ໂພທະໄຣ ຊຶ່ງເປັນແຫລ່ງ ຫາປາ ປາກົດວ່າ ຣະດັບຕື້ນ ເຮັດໃຫ້ ຊາວປະມົງ ສາມາດຈັບປາ ພັນຕ່າງໆໄດ້ ຫລາຍຂຶ້ນ ແຕ່ກຸ່ມດ່ັງກ່າວ ບອກວ່າ ຣະດັບນ້ຳຂອງ ຫລຸດລົງ ຈະສົ່ງຜົລ ກະທົບຕໍ່ ຣະບົບນິເວດ ຕາມລຳແມ່ນ້ຳ ຂອງໃນ ຣະຍະຍາວ ເພາະພັນປາ ຕ່າງໆ ຈະລອຍໄປ ຢູ່ນ້ຳເລິກ ແລະຈະຫາຍສາບສູນ ໄປຫມົດ. ການຂຶ້ນລົງ ຢ່າງວ່ອງໄວ ຂອງຣະດັບ ນ້ຳຂອງ ຍັງສົ່ງຜົລ ກະທົບຕໍ່ ການກະເສດ ນຳອີກ ແລະ ຊາວບ້ານ ເຊຶ່ອວ່າ ເຫດການດັ່ງກ່າວ ສາເຫດອາດ ເກິດຈາກຈີນ ປິດເຂື່ອນ ເພື່ອກັ້ນນ້ຳໄວ້ ສຳລັບການ ປູກຝັງ ໃນຣະດູແລ້ງ ໃນຈີນ.