ສ້າງເຂື່ອນ ຫຼືຫຼັກການ ໃນການຢູ່ຮ່ວມກັນ
2012.02.13

ກົດຟັງສຽງ
ຄົນລາວ ທີ່ບໍ່ເຫັນດີ ນໍາການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ໃສ່ແມ່ນໍ້າຂອງ ສະແດງຄວາມ ຄິດເຫັນວ່າ ການສ້າງເຂື່ອນ ນັ້ນອາດຈະເຮັດ ໃຫ້ເກີດ ຂໍ້ຂັດແຍ່ງ ລະຫວ່າງ ປະເທດລຸ່ມ ແມ່ນໍ້າຂອງ ຂື້ນກໍໄດ້ ຍ້ອນວ່າເຂື່ອນ ໃນແມ່ນໍ້າຂອງ ອາດຈະເຮັດໃຫ້ ຫລາຍປະເທດ ໃນເຂດລຸ່ມ ນໍ້າຂອງ ໄດ້ຮັບຜົນ ກະທົບ. ດັງຄົນລາວ ຜູ້ນຶ່ງ ທີ່ບໍ່ປະສົງ ອອກຊື່ ເວົ້າວ່າ:
"ສໍາລັບ ການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ຂັດຕໍ່ຫລັກການ ຢູ່ຮ່ວມກັນ ແບບສັນຕິ ຂອງສາກົນ ລະຫວ່າງ ລາວ ໄທ ພະມ່າ ກໍາປູເຈັຍ ວຽດນາມ ສ້າງເຂື່ອນ ຢູ່ລາວ ກໍສາມາດ ສົ່ງຜົນສະທ້ອນ ໃຫ້ແກ່ ປະຊາຊົນ ຢູ່ໃນ ປະເທດອື່ນ ຂ້າພະເຈົ້າ ກໍບໍ່ຊື່ນຊອບ ໃນແຜນການ ຕົວນີ້ ປານໃດ".
ຄົນລາວ ຜູ້ນີ້ເວົ້າ ອີກວ່າ ເຫດຜົນທີ່ ບໍ່ເຫັນດີ ກັບໂຄງການ ສ້າງເຂື່ອນນີ້ ກໍຢ້ານວ່າ ໂຄງການນີ້ ຈະສ້າງຜົນ ກະທົບ ຢ່າງຫລວງຫລາຍ ຕໍ່ ທັມມະຊາດ ແລະ ຄວາມຕ້ອງການ ໄຟຟ້າ ໃນລາວ ກໍບໍ່ສູງ ຈົນຈະຕ້ອງ ໄດ້ສ້າງເຂື່ອນ ຂນາດໃຫຍ່ ໃສ່ແມ່ນໍ້າ ສາຍຫລັກ ແລະ ອີກເຫດຜົນນຶ່ງ ກໍຢ້ານເກີດ ຄວາມຂັດແຍ່ງ ຕໍ່ຄວາມສຳພັນ ລະຫວ່າງ ປະເທດລຸ່ມ ແມ່ນໍ້າຂອງ ນໍາກັນໄດ້. ມີຊາວລາວ ຫລາຍຄົນ ທີ່ບໍ່ກ້າ ສະແດງ ຄວາມ ຄິດເຫັນ ຫລື ຄັດຄ້ານ ໂຄງການຂອງ ຣັຖບານ ເຖິງແມ່ນວ່າ ຈະມີແນວຄິດ ແຕກຕ່າງ ຫຼືບໍ່ເຫັນດີ ນໍາຣັຖບານ ກໍຕາມ.