ຊາວບ້ານຝາກຄໍາຮ້ອງທຸກ ເຖິງຣັຖບານລາວ
2012.11.06
ຊາວບ້ານ ຈາກແຂວງ ໄຊຍະບູຣີ ທີ່ເຄີຽອາໄສ ຢູ່ໃກ້ ບໍຣິເວນ ເຂດກໍ່ສ້າງເຂື່ອນ ຝາກຄວາມມາກັບ ເຄືອຂ່າຍ ປະຊາຊົນ 8 ແຂວງລຸ່ມ ແມ່ນໍ້າຂອງ ຂອງໄທ ທີ່ຊຸມນຸມຕໍ່ຕ້ານ ການສ້າງເຂື່ອນ ໄຊຍະບູຣີ ຢູ່ເມືອງສີຊຽງໃໝ່ ເມື່ອວັນທີ່ 5 ພຶສຈິກາ ນີ້ວ່າ ຂໍໃຫ້ນໍາເອົາ ຄວາມທຸກຍາກ ຂອງເຂົາເຈົ້າ ມາບອກກ່າວ ໃຫ້ຣັຖບານ ຮູ້ນໍາແດ່ວ່າຊັ້ນ ຊາວບ້ານ ເວົ້າວ່າ:
"ເອົາຄວາມທຸກຍາກ ຂອງໄທບ້ານ ໄປບອກໃຫ້ເພິ່ນຮູ້ ນໍາແດ່ ເພາະວ່າ ຊາວລາວນັ້ນ ເວົ້າຫຍັງ ກໍເວົ້າບໍ່ຖືກ ເວົ້າຫຍັງ ກໍວ່າບໍ່ໄດ້ ເພາະວ່າຣັຖບານ ເພິ່ນປິດປາກ ປິດຫູ ປິດຕາ ໝົດທຸກຢ່າງ. ເຮົາຢູ່ນີ້ກ່າ ເຮົາຢູ່ມາເປັນ 10 ປີ 20 ປີ ກໍບໍ່ມີບັນຫາ ອີ່ຫຍັງ ບັດຊູ່ມື້ນີ້ ເພິ່ນວ່າ ເຈົ້າໜ້າທີ່ ເພິ່ນກໍມາໄລ່ ເຮົາໄປ ບ່ອນປູກຜັກ ກໍບໍ່ໄດ້ປູກ ຄືເກົ່າ".
ຊາວບ້ານບອກວ່າ ແຕ່ໃດໆມາ ເຂົາເຈົ້າສາມາດ ປູກຜັກຕາມແຄມຂອງ ແລະ ຫາປາໃນນໍ້າຂອງ ເພື່ອລ້ຽງຊີພ ຄັນເພິ່ນໃຫ້ ໂຍກຍ້າຍແລ້ວ ການຫາຢູ່ຫາກິນ ກໍຍາກຂື້ນ. ຣາຍງານ ຈາກທ້ອງຖິ່ນວ່າ ຊາວບ້ານທີ່ຖືກ ໂຍກຍ້າຍອອກຈາກ ບໍຣິເວນ ສ້າງເຂື່ອນ ໄຊຍະບູຣີ ຈໍານວນນື່ງ ໄດ້ໄປຢູ່ບ່ອນທີ່ ຣັຖບານຈັດສັນ ໄວ້ໃຫ້ແລ້ວ ແລະ ອີກຈໍານວນນື່ງ ບໍ່ຍອມໄປ.
ຈໍານວນທີ່ ຍ້າຍໄປແລ້ວນັ້ນ ບໍ່ທັນມີ ທີ່ດິນປູກຝັງ ສໍາລັບເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ຂອງໄທ ທີ່ມາໂຮມຊຸມນຸມ ຢູ່ເມືອງ ສີຊຽງໃໝ່ ແມ່ນເພື່ອອ່ານ ຖະແຫລງການ ໃຫ້ຜູ້ນໍາ ເອເຊັຽ-ຢູໂຣບ ທີ່ກໍາລັງ ປະຊຸມກັນ ທີ່ນະຄອນຫລວງ ວຽງຈັນ ຊາບວ່າ ພວກຕົນບໍ່ເຫັນດີ ທີ່ຣັຖບານລາວ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ. ຖ້າຫາກວ່າ ການຮຽກຮ້ອງ ຄັ້ງນີ້ບໍ່ສໍາເຣັດ ຫລືບໍ່ໄດ້ຮັບ ຄວາມສົນໃຈຈາກ ຣັຖບານລາວ ເຂົາເຈົ້າ ກໍຈະສູ້ຕໍ່ໄປ.