ລາວເປີດໃຫ້ສັງເກດເຂດ ເຂື່ອນໄຊຍະບູຣີ
2012.07.17
ທ່ານ Surasak Glahan ໂຄສົກ ຄນະກັມມາທິການ ແມ່ນໍ້າຂອງ MRC ກ່າວວ່າ ພວກທ່ານ ຈະຂີ່ຣົດ ບັສ ຈາກ ຫລວງພຣະບາງ ໄປແຂວງ ໄຊຍະບູຣີ ໃນວັນອັງຄານ ເພື່ອສັງເກດ ເຂດໂຄງການ ເຂື່ອນ ແລະວ່າ ການໄປຄັ້ງນີ້ ຄົງສືບເນື່ອງ ມາຈາກ ຄວາມວິຕົກ ກັງວົນ ທີ່ບັນດາ ຜູ້ເປັນພາຄີ ເພື່ອ ການພັທນາ ໄດ້ຍົກຂຶ້ນ ຕໍ່ກອງປະຊຸມ MRC ເມື່ອເດືອນ ທີ່ແລ້ວ.
ຮ່ວມເດີນທາງ ສັງເກດການ ເທື່ອນີ້ ຈະມີນັກ ວິຊາການ ດ້ານເທັກນິກ ຈາກອົງການ ຈັດຕັ້ງ ຂອງຣັຖ ຜູ້ຕາງໜ້າ ຈາກອົງການ ທີ່ໃຫ້ການ ຊ່ວຍເຫລືອ ອັນມີທັງ ທະນາຄານ ພັທນາ ເອເຊັຽ ທະນາຄານ ໂລກ ແລະ ສະຖານທູດ ກັມພູຊາ ໄທ ແລະ ວຽດນາມ ຮວມຢູ່ດ້ວຍ.
ນັບເປັນຄັ້ງ ທໍາອິດ ທີ່ ຣັຖບານລາວ ໄດ້ອະນຸຍາດ ໃຫ້ມີການ ໄປຢ້ຽມເຂດ ໂຄງການ ເຂື່ອນ ຊຶ່ງຜູ້ພິທັກ ສະພາບ ແວດລ້ອມ ແລະ ຣັຖບານ ປະເທດ ເພື່ອນບ້ານ ຕ່າງກໍຕິຕຽນ ຍ້ອນຜົນກະທົບ ທີ່ຈະມີຕໍ່ການ ປະໂມງ ໃນເຂດລຸ່ມ ແມ່ນໍ້າຂອງ ແລະ ການໄຫລ ຂອງຝຸ່ນດິນ ທັມມະຊາດ ຊຶ່ງທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ພລັງງານ ແລະ ບໍ່ແຮ່ ເວົ້າວ່າ ລາວ ບໍ່ມີຫຍັງ ທີ່ຈະປິດບັງ.
ເມື່ອວັນສຸກ ຜ່ານມາ ຣັຖມົນຕຣີ ການຕ່າງ ປະເທດລາວ ທ່ານທອງລຸນ ສີສຸລິດ ກໍກ່າວ ພາຍຫລັງ ການເຈຣະຈາ ທີ່ ກຸງພະນົມເປັນ ວ່າທ່ານໄດ້ ໃຫ້ຄໍາໝັ້ນໃຈ ແກ່ບັນດາ ພາຄີ ແມ່ນໍ້າຂອງວ່າ ເຂື່ອນ ໄຊຍະບູຣີ ຈະຖືກ ໂຈະ ໄປຈົນກວ່າ ຈະມີຄໍາຕອບ ຕໍ່ຄວາມກັງວົນ ຕ່າງໆ ທາງດ້ານ ສະພາບ ແວດລ້ອມ ແລະ ວ່າ ຣັຖບານລາວ ໄດ້ຕັດສິນໃຈ ໂຈະ ເພື່ອສຶກສາ ເບິ່ງ ຜົນກະທົບ ເພີ່ມຕື່ມ.
ນັກສະພາບ ແວດລ້ອມ ຢ້ານວ່າ ເຂື່ອນໄຟຟ້າ 1260 ເມັກກາວັດ ນີ້ ຊຶ່ງຈະເປັນ ເຂື່ອນ ທີ່ກໍານົດ ສ້າງໃສ່ ແມ່ນໍ້າຂອງ ແຫ່ງທໍາອິດ ຂອງລາວ ໃນຈໍານວນ ທັງໝົດ 12 ແຫ່ງນັ້ນ ຈະສົ່ງຜົນ ກະທົບ ຢ່າງຫລວງຫລາຍ ຕໍ່ສະພາບ ແວດລ້ອມ ແລະ ວິຖີຊີວິດ ຂອງ ປະຊາຊົນ ຫລາຍສິບ ລ້ານຄົນ.