ເວັບໄຊຕ໌ ຂອງວາຣະສານ The Economist ຣາຍງານວ່າ ການກໍ່ສ້າງເຂື່ອນ ໄຊຍະບູຣີ ຊຶ່ງຈະເປັນເຂື່ອນ ໃນແມ່ນ້ຳຂອງ ແຫ່ງທຳອິດ ໃນເຂດລຸ່ມ ແມ່ນ້ຳຂອງ ບໍ່ພຽງແຕ່ຈະດຳເນີນ ຕໍ່ໄປເລື້ອຍໆ ເທົ່ານັ້ນ ແຕ່ການກໍ່ສ້າງ ຍັງຈະທັນເວລາ ຕາມແຜນການ ທີ່ວາງອອກທຸກຢ່າງ.
ວາຣະສານ ສະບັບນີ້ ຣາຍງານອີກວ່າ ໂຄງການສ້າງເຂື່ອນ ໄຊຍະບູຣີ ໄດ້ຖືກຄັດຄ້ານ ຈາກວຽດນາມ ກຳພູຊາ ຊາວໄທ ແລະອົງການ ສິ່ງແວດລ້ອມສາກົນ ຢ່າງແຮງ. ທ່ານ ຈ່ວງຕັນຊ່າງ ປະທານ ປະເທດວຽດນາມ ກໍກ່າວເຕືອນວ່າ ການສ້າງເຂື່ອນ ໄຊຍະບຸຣີ ບໍ່ພຽງແຕ່ຈະ ທຳຣາຍນ້ຳແລະປາ ແລະສິ່ງແວດລ້ອມ ເທົ່ານັ້ນ ແຕ່ຍັງຈະພາ ໃຫ້ເກີດຂໍ້ຂັດແຍ້ງ ກັນຂື້ນ ໃນພາກພື້ນ ເຂດລຸ່ມ ແມ່ນ້ຳຂອງ.
ພວກຕໍ່ຕ້ານ ໂຄງການສ້າງເຂື່ອນ ໄຊຍະບູຣີ ຫວັງວ່າຜູ້ນຳ ສະຫະພາບຢູໂຣບ ແລະ ເອເຊັຍ ທີ່ຈະໄປຮ່ວມ ກອງປະຊຸມ ສຸດຍອດ ຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ 5 ພຶສຈິກາ 2012 ຈະມາເຖິງນີ້ ຈະກົດດັນໃຫ້ ຣັຖບານສປປລາວ ໂຈະ ຫລືເລີກລົ້ມ ໂຄງການສ້າງເຂື່ອນ ໄຊຍະບູຣີ ນີ້ເລີຍ.
ປັດຈຸບັນ ທາງການລາວ ກຳລັງ ໂຄສະນາ ທາງໜັງສືພິມ ແລະອອກວີດີໂອ ໃຫ້ປະຊາຊົນລາວ ເຂົ້າໃຈວ່າ ເຂື່ອນໄຊຍະບູຣີ ທີ່ອອກແບບໃໝ່ ຈະບໍ່ສົ່ງຜົນກະທົບ ຢ່າງໃດ ຕໍ່ຄົນ ແລະສິ່ງແວດລ້ອມ. ທ່ານ Jian-hua Meng ເຈົ້າໜ້າທີ່ອົງການ ຮັກສາສັດປ່າ WWF ກ່າວວ່າ ບໍຣິສັດ ທີ່ສຶກສາສຳຣວດ ໃຫ້ຣັຖບານລາວ ນັ້ນ ປະພຶດຕົນ ທີ່ບໍ່ຖືກ ຕໍ່ມາຕຖານສາກົນ ຕົວຢ່າງ ບໍຣິສັດ Poyry ຈາກຟິນແລັນ ແລະ ສະວິດເຊີແລັນ ທີ່ເຫັນດີ ໃຫ້ມີການສ້າງ ເຂື່ອນ ໄຊຍະບຸຣີ ກໍຖືກ ທະນາຄານໂລກ ສຳຣວດກວດກາ ຍ້ອນສົງໃສວ່າ ມີການ ສໍ້ຣາສບັງຫລວງ ແລະ ຣັຖບານ ປະເທດ ຟິນແລັນເອງ ກໍມີແຜນຈະສຶບສວນ ການກະທຳ ຂອງບໍຣິສັດ ນີ້ຢູ່.