ເຂື່ອນໃນລາວອອກແບບ ບໍ່ໄດ້ມາຕຖານ

ເຂື່ອນໃນລາວ ວິສວະກັມ ອອກແບບ ບໍ່ໄດ້ມາຕຖານ ເທົ່າທີ່ຄວນ ຈື່ງກະທົບ ກະເທືອນ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.
ໂພໄຊສວັດ
2012.06.11

ນັກວິໄຈລາວ ຜູ້ນຶ່ງ ທີ່ສຶກສາ ກ່ຽວກັບ ເຂື່ອນ ທີ່ສ້າງໃນລາວ ໄດ້ໃຫ້ຂໍ້ມູນ ກັບ ວິທຍຸເອເຊັຍ ເສຣີ ວ່າຈາກການ ສຶກສາ ພົບວ່າ ເຂື່ອນ ໃນປະເທດລາວ ສ່ວນຫລາຍ ໄດ້ອອກແບບ ໃນການກໍ່ສ້າງ ບໍ່ໄດ້ມາຕຖານ ເທົ່າທີ່ຄວນ ຈື່ງເກີດ ຜົນກະທົບ ຕໍ່ຣະບົບ ນິເວດ ຕາມແມ່ນໍ້າ ທີ່ເຂື່ອນໄດ້ສ້າງຂື້ນ. ທ່ານເວົ້າວ່າ:

"ອ່າງດັບສົມນີ້ ມັນນ້ອຍ ມັນກໍບໍ່ສາມາດ ເກັບກັກຫຍັງ ໄວ້ໄດ້ ການປ່ອຍນໍ້າ ຈາກເຂື່ອນນີ້ ມັນບໍ່ ປົກກະຕິ ມັນກໍຊິສົ່ງ ຜົນກະທົບ ລະບົບນິເວດ ຊີວິດ ຊີວະນາໆພັນ ລຸ່ມເຂື່ອນ ຊິບໍ່ຄືເກົ່າ ບາງຄັ້ງ ກໍເກີດມີການ ເຊາະເຈື່ອນ ຫລືວ່າ ບາງສັດນໍ້າ ສັດຫຍັງ ກໍເກີດ ສູນເສັຍກໍມີ".

ທ່ານເວົ້າຕໍ່ ໄປວ່າ ເຂື່ອນ ໃນລາວ ສ່ວນຫລາຍ ຈະອອກແບບ ພື້ນທີ່ ກັກເກັບນໍ້າ ຫລືອ່າງເກັບ ຮັກສານໍ້າ ຂນາດນ້ອຍ ຊຶ່ງເມື່ອ ຝົນຕົກຫລາຍ ກໍບໍ່ສາມາດ ເກັບຮັກສາ ນໍ້າໄວ້ໄດ້ ຕ້ອງໄດ້ ປ່ອຍນໍ້າ ອອກໄປ ແລະ ເມື່ອປ່ອຍນໍ້າ ອອກໄປຫລາຍ ພື້ນທີ່ ລຸ່ມເຂື່ອນ ກໍຈະຖືກ ນໍ້າຖ້ວມ ແລະ ກະແສນໍ້າ ທີ່ປ່ຽນແປງ ແຮງ ແລະໄວວາ ກໍຈະເຊາະ ຕະລິ່ງຈົນເຈື່ອນ. ໃນເວລາ ດຽວກັນນັ້ນ ລະດັບນໍ້າ ທີ່ຂຶ້ນລົງ ຢ່າງກະທັນຫັນ ບໍ່ປົກຕິ ກໍຈະສົ່ງ ຜົນກະທົບ ຕໍ່ການເພາະພັນ ແລະ ຈະເຣີນເຕີບໃຫຍ່ ຂອງປາ ແລະ ຊີວະນາໆພັນ ໃນນໍ້າພາກລຸ່ມ ຂອງເຂື່ອນ.

ທ່ານໄດ້ເວົ້າ ສລຸບວ່າ ຫາກເຂື່ອນ ໃນລາວ ໄດ້ອອກແບບ ໂດຍສຶກສາ ກ່ຽວກັບ ຜົນກະທົບ ຕໍ່ສິ່ງແວດລ້ອມ ຢ່າງຮອບຄອບ ກໍຈະຊ່ວຍ ຫລຸດຜ່ອນ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ຣະບົບນິເວດ ໃນພາກລຸ່ມ ຂອງເຂື່ອນໄດ້ ດີກວ່າ ປັດຈຸບັນ ແຕ່ການກະທໍາ ດັ່ງກ່າວ ກໍຕ້ອງໄດ້ໃຊ້ ງົບປະມານ ເພີ້ມອີກ ພໍສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.