ຍີ່ປຸ່ນອອກທຶນຊ່ວຍສຶກສາ ຜົນກະທົບຈາກເຂື່ອນ

ຍີ່ປຸ່ນ ຕົກລົງ ຊ່ວຍອອກທຶນ ໃນການ ສຶກສາ ຄົ້ນຄວ້າ ເຣື່ອງ ຜົນກະທົບ ຈາກ ເຂື່ອນ ຜລິດໄຟຟ້າ ພລັງນໍ້າ ໄຊຍະບຸຣີ.
ໂພໄຊສວັດ
2012.04.23
F-Asean-summit-18 ກອງປະຊຸມ ຄັ້ງທີ 18 ຂອງ ຄນະກັມມາທິການ ແມ່ນໍ້າຂອງ (MRC) ວັນທີ 8 ທັນວາ 2012 ທີ່ ຊຽມຣຽບ ປະເທດ ກໍາພູຊາ ໄດ້ມີການ ຕົກລົງເຫັນດີ ໃຫ້ໂຈະການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໂດຍແຈ້ງວ່າ ຍັງຕ້ອງໄດ້ ການສຶກສາ ເພີ່ມເຕີມ ເສັຽກ່ອນ.
AFP PHOTO / YOUVONG

ກົດຟັງສຽງ

ຄນະກັມມາທິການ ແມ່ນໍ້າຂອງ MRC ກໍາພູຊາ ເປີດເຜີຍວ່າ ຣັຖບານ ຍີ່ປຸ່ນ ໄດ້ຕົກລົງ ທີ່ຈະຊ່ວຍ ອອກທຶນ ໃນການສຶກສາ ຜົນກະທົບ ຈາກການສ້າງ ເຂື່ອນຜລິດ ໄຟຟ້າ ພລັງນໍ້າ ໄຊຍະບຸຣີ.

ທ່ານ Te Navuth ເລຂາທິການ ຄນະກັມມາທິການ ແມ່ນໍ້າຂອງ ກ່າວວ່າ MRC ຊຶ່ງຮວມທັງ ກໍາພູຊາ ໄດ້ຕົກລົງ ເມື່ອເດືອນ ທັນວາ 2011 ວ່າມີຄວາມ ຈໍາເປັນ ທີ່ຈະຕ້ອງ ສຶກສາ ຄືນໃໝ່ ກ່ອນທີ່ ເຂື່ອນ ຜລິດ ໄຟຟ້າ 1,260 ເມັກກະວັດ ຈະເລີ້ມສ້າງໄດ້. ທ່ານກ່າວ ອີກວ່າ ປະເທດ ແມ່ນໍ້າຂອງ ແລະ ຍີ່ປຸ່ນ ໄດ້ຕົກລົງ ທີ່ຈະທໍາການ ສຶກສາ ຄົ້ນຄວ້າ ຫລັງຈາກ ກອງປະຊຸມ ສຸດຍອດ ຍີ່ປຸ່ນ-ແມ່ນໍ້າຂອງ ຢູ່ ນະຄອນຫລວງ ໂຕກຽວ ເມື່ອທ້າຍ ສັປດາ ຜ່ານມາ. ທ່ານຢໍ້າວ່າ ແຕ່ກ່ອນບໍ່ມີ ຖແລງການ ທີ່ແຈ່ມແຈ້ງ.

ສ່ວນທາງຝ່າຍ ບໍລິສັດ ຊ.ການຊ່າງ ຂອງໄທ ປະກາດວ່າ ໄດ້ເລີ້ມກໍ່ສ້າງ ເຂື່ອນ ຕັ້ງແຕ່ ວັນທີ 15 ມີນາ 2012 ຫລັງຈາກທີ່ ໄດ້ເຊັນສັນຍາ ມູນຄ່າ 2.4 ຕື້ ໂດລາ ສະຫະຣັຖ ກັບ ບໍລິສັດ ພລັງງານ ໄຟຟ້າ ໄຊຍະບຸຣີ ແລ້ວ.

ທ່ານ Sin Niny ເລຂາທິການ ຖາວອນ ຂອງ ຄນະກັມມາທິການ ແມ່ນໍ້າຂອງ ກໍາພູຊາ ກ່າວວ່າ ກໍາພູຊາ ມີສິດເອົາ ມາຕການ ທາງດ້ານ ກົດໝາຍ ຫາກຝ່າຍລາວ ເລີ້ມໂຄງການ ກໍ່ສ້າງ ແຕ່ຝ່າຍດຽວ. ພາຍໃຕ້ຂໍ້ ຕົກລົງປີ 1995 ປະເທດ ເຈົ້າພາບ ຕ້ອງໄດ້ ປຶກສາຫາລື ກັບ ສະມາຊິກ ຄນະກັມມາທິການ ແມ່ນໍ້າຂອງ ກ່ອນຈະ ລົງມືສ້າງ ເຣື່ອງ ໂຄງການໃຫຍ່ໆ ໃສ່ ແມ່ນໍ້າຂອງ.

ເຖີງຢ່າງໃດ ກໍຕາມ ທ່ານ Te Navuth ກໍບໍ່ເຊື່ອວ່າ ກໍາພູຊາ ຈະຟ້ອງຮ້ອງ ສປປລາວ ໃນກໍຣະນີ ດັ່ງກ່າວ ແຕ່ເຫັນວ່າ ຂໍ້ຕົກລົງ ກັບຍີ່ປຸ່ນ ເປັນການພັທນາ ໄປໃນທາງບວກ ເພື່ອສົ່ງເສີມ ຄວາມສໍາພັນ ລະຫວ່າງ ປະເທດ ສະມາຊິກ ລຸ່ມ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 01, 2012 07:29 AM

The government of Japan is too kind having pledged to fund the second study on the impact of the dams to ease the nerves of the Cambodians and Vietnameses. I don’t think it will be over with the study since Vietnam and Cambodia are looking to kill the dams. Laos has already shown its kind spirit of cooperation with the other riparian countries by hiring the Finnish company to carry the studies that Cambodia and Vietnam have rejected the positive results.
Keep going Laos! Start to build those dams as from tomorrow; we have no time to waste, every drop of water that flows away in every minute is money.
If we melt down under pressure of our faked friends by giving up to build those dams that are our potential and direct interests we will be remembered and blamed of losers by the Laotians of the next generations to come.

Anonymous
May 01, 2012 03:39 AM

Hahahaha, Laos have a bad attitude like Lao deng sing peace agreement with Laos govt seri 1973 and betray in 1975.Now Lao deng betrayed the agreement in Cambodia too. Do Xieng Mieng not good!