ນໍ້າຂອງບົກແຫ້ງ ແຂວງບໍ່ແກ້ວກັງວົນ
2010.02.26

ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ກ່າວວ່າ ຖ້າຫາກວ່ານໍ້າຂອງ ບົກແຫ້ງລົງເລື້ອຍໆ ພາຍໃນ 2 ເດືອນ ຂ້າງໜ້ານີ້ ປະຊາຊົນ ໃນເຂດ ແຂວງບໍ່ແກ້ວ ທີ່ອາສັຍນໍ້າ ຈາກແມ່ນໍ້າຂອງ ກໍຈະໄດ້ຮັບ ຄວາມຫຍຸ້ງຍາກ ໃນຊີວິດ ການເປັນຢູ່ ແລະວ່າ ຕໍ່ບັນຫານີ້ ທາງແຂວງກໍໄດ້ ປະກອບຂໍ້ມູນ ລາຍງານ ໃຫ້ຣັຖບານ ຮັບຮູ້ນໍາເພື່ອ ຫາທາງແກ້ໄຂ ດັ່ງທ່ານໄດ້ກ່າວວ່າ:
"ຖືວ່າບົກແຫ້ງ ຫລາຍພຸ້ນແຫລະ ເດືອນ 4 ເດືອນ 5 ຖ້າວ່າມັນ ແຫ້ງຫລາຍ ນໍ້າກິນນໍ້າໃຊ້ ຂອງປະຊາຊົນ ຫັ້ນມັນກໍສີ່ ໄປເອົາຍາກເນາະ ໄປຍາກຫັ້ນແຫລະ ສີ່ລົງໄປຫາ ແມ່ນໍ້າທີ່ວ່າ ປະຊາຊົນ ອາສຢູ່ ແມ່ນໍ້າຂອງ ມັນກໍສີ່ຢູ່ໄກ ຢູ່ເລິກໄປອີກຫັ້ນນະ".
ປະຊາຊົນ ທີ່ອາສັຍຢູ່ຕາມ ແຄມແມ່ນໍ້າຂອງ ບໍ່ວ່າແຕ່ໃນ ແຂວງບໍ່ແກ້ວ ເທົ່ານັ້ນ ໃຊ້ນໍ້າຈາກ ແມ່ນໍ້າຂອງ ສໍາລັບໃຊ້ອາບ ໃຊ້ກິນ ແລະເຮັດການກະເສດ. ໃນເມື່ອນໍ້າຂອງ ບົກແຫ້ງລົງຫລາຍ ແລ້ວມັນກໍສົ່ງ ຜົນກະທົບ ຕໍ່ຊີວິດ ການເປັນຢູ່ຂອງ ທຸກຄົນ. ປັດຈຸບັນນີ້ ລະດັບນໍ້າຂອງ ຢູ່ໃນເຂດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫລຸດລົງຈາກ ຈຸດສູນ ປະມານ 1 ແມັດແລ້ວ. ໃນທໍານອງດຽວກັນ ຈຸດອື່ນໆຕາມ ແມ່ນໍ້າຂອງ ແຕ່ເໜືອຕລອດໃຕ້ ເຊັ່ນວ່າ ເຂດທ່າແຂກ ນະຄອນພະນົມ ນໍ້າຂອງວັດແທກໄດ້ ພຽງແຕ່ 0.32 ແມັດ ເທົ່ານັ້ນ.
ສະພາບ ແມ່ນໍ້າຂອງ ແຫ້ງແລ້ງນີ້ ຫລາຍຄົນກໍເຊື່ອວ່າ ສ່ວນນື່ງແມ່ນ ເກີດມາຈາກເຂື່ອນ ໃນແມ່ນໍ້າຂອງ ຂອງຈີນ ກັກນໍ້າໄວ້ ຍ້ອນວ່າ ແຂວງຢຸນນ່ານ ຂອງຈີນ ກໍຢູ່ໃນສະພາບ ແຫ້ງແລ້ງເຊັ່ນກັນ ຊື່ງເຣື້ອງນີ້ ໜັງສືພິມ ໃນແຂວງຢຸນນ່ານ ລາຍງານໃນວັນທີ 9 ກຸມພາ ວ່ານັບແຕ່ປີ 2009 ມານີ້ ແຂວງຢຸນນ່ານ ໄດ້ປະສົບກັບ ຄວາມແຫ້ງແລ້ງ ທີ່ສຸດ ໃນຮອບ 60 ປີ. ການຜລິດໄຟຟ້າ ຈາກເຂື່ອນ ຫລຸດລົງ ຍ້ອນວ່າ ລະດັບນໍ້າ ຢູ່ໃນອ່າງເຂື່ອນ ຕໍ່າຫລາຍ. ໃນຂະນະນີ້ ເຄືອຂ່າຍ ປະຊາຊົນໄທ ເພື່ອແມ່ນໍ້າຂອງ ໄດ້ອອກຖແລງການ ຮຽກຮ້ອງໃຫ້ ຣັຖບານເຂົ້າໄປ ກວດສອບບັນຫາ ດັ່ງກ່າວ ສ່ວນຢູ່ໃນ
ສປປລາວ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນນໍ້າ ແລະສິ່ງແວດລ້ອມ ຢູ່ໃນ ແຕ່ລະເຂດກໍໄດ້ ລາຍງານເຖີງ ຣັຖບານ ແຕ່ກໍບໍ່ຣູ້ວ່າ ພາກຣັຖຈະເອົາ ມາຕການແນວໃດ.