ເຂື່ອນໄຟຟ້ານໍ້າຂອງ ທີ່ຫລວງພຣະບາງ
2010.04.21
ໃນຈໍານວນໂຄງການ ສໍາຣວດຄວາມເປັນ ໄປໄດ້ ໃນການກໍ່ສ້າງເຂື່ອນ ໄຟຟ້າໃນແຂວງ ຫລວງພຣະບາງ ທັງໝົດ ໂຄງການ ທີ່ປາກົດວ່າ ມີຄວາມຄືບໜ້າ ຫລາຍທີ່ສຸດ ກໍຄື ໂຄງການ ເຂື່ອນຫລວງພຣະບາງ ໃສ່ແມ່ນໍ້າຂອງ. ແຕ່ກໍນ່າເປັນຫ່ວງ ເລື້ອງຜົລກະທົບ ທີ່ອາຈຈະເກີດຂຶ້ນ ຈາກໂຄງການນັ້ນ ເນື່ອງຈາກເປັນ ໂຄງການເຂື່ອນ ຂນາດໃຫຍ່ ໃນແມ່ນໍ້າຂອງ ຊຶ່ງຖ້າຈະເປັນ ໄປໄດ້ ກໍຕ້ອງມີແຜນການ ປ້ອງກັນຜົລກະທົບ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງ ຫລວງພຣະບາງ:
"ບ່ອນນໍ້າຂອງ ມັນມີບັນຫາ ບ່ອນວ່າ ຖ້າວ່າມັນ ຖືກຕົ້ນເຂື່ອນແລ້ວ ຢູ່ທາງໜ້າເຂື່ອນ ມັນຈະຖ້ວມຂຶ້ນ ເໜືອເນາະ ແລ້ວທາງກ້ອງເຂື່ອນ ມັນຈະກ່ຽວກັບ ສະພາບ ແວດລ້ອມ ວ່າຊັ້ນຊະ".
ໂຄງການ ກໍ່ສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ໃນແຂວງ ຫລວງພຣະບາງ ມີການສໍາຣວດ ແລະສຶກສາຄວາມ ເປັນໄປໄດ້ ຮຽບຮ້ອຍແລ້ວ ໂດຍໄດ້ຍື່ນເລື່ອງ ສເນີຕໍ່ ຣັຖບານ ແລ້ວ. ແລະດຽວນີ້ ກໍຄອງຖ້າການ ພິຈາຣະນາ ຮັບຜ່ານ ຈາກຣັຖບານ ແລະພາກສ່ວນທີ່ ກ່ຽວຂ້ອງ ທ່ານ ກ່າວຕໍ່ໄປວ່າ:
"ຄາດວ່າ ມີຄວາມເປັນ ໄປໄດ້ ອັນນີ້ເຂົາເຈົ້າ ກໍຕ້ອງ ມີການສຶກສາວ່າ ຜົລກະທົບມັນຈະ ມີໜ້ອຍຫລາຍສໍ່າໃດ ມັນຈະເປັນແນວໃດ ຮັ້ນນະ ເລື່ອງຖ້ວມນີ້ ມັນກໍປະຕິເສດໄດ້ ແຕ່ວ່າມັນຈະ ມີຜົລກະທົບ ໜ້ອຍຫລາຍປານໃດ ເຮົາຈະມີຄວາມ ຕຽມພ້ອມ ຮັບມືຄືແນວໃດ".
ເຂື່ອນຫລວງພຣະບາງ ເປັນໂຄງການລົງທຶນ ຂອງບໍຣິສັດ ພະລັງງານ PetroVietnam. ສະຖານທີ່ຕັ້ງ ຂອງເຂື່ອນ ຢູ່ເຂດບ້ານຄົກ ເມືອງປາກອູ ແຂວງຫລວງພຣະບາງ ຈະມີກໍາລັງ ການຜລິດ 1410 ເມັກກາວັດ.