ນັກວິຊາການວ່າເຂື່ອນ ເຮັດໃຫ້ນໍ້າຂອງແຫ້ງ
2010.04.20
ດຣ ຊິນນະວັດ ສຸຣັດສະວະດີ ນັກວິຊາການ ຈາກສູນວິຈັຍ ສິ່ງແວດລ້ອມ ແລະທັມມະຊາດ ທະເລອັນດາມັນ ຂອງໄທ ເປີດເຜີຍຂໍ້ມູນ ຈາກການສຶກສາ ວິຈັຍປຽບທຽບ ປະຣິມານ ນ້ຳຝົນ ທາງພາກເໜືອໃນ ແມ່ນ້ຳຂອງ ລະຫວ່າງປີ 2006 ຫາ 2009 ພົບວ່າບໍ່ມີ ຄວາມແຕກຕ່າງກັນ ຈົນເຮັດໃຫ້ເກີດ ສະພາບ ຄວາມແຫ້ງແລ້ງ ຂອງນ້ຳ ໃນແມ່ນ້ຳຂອງ ປີ 2010 ນີ້. ດຣ ຊິນນະວັດ ເວົ້າວ່າ:
"ມີຄົນເວົ້າກັນຢ່າງ ຫລວງຫລາຍວ່າ ເປັນຍ້ອນຝົນຕົກ ໜ້ອຍລົງ ເລີຍເອົາຂໍ້ມູນຝົນ ຈາກດາວທຽມ ມາວິເຄາະ ແຕ່ລະປີ ນີ້ປຽບທຽບກັນ. ຜົນທີ່ໄດ້ກໍມີວ່າ ບໍ່ເຫັນວ່າມີ ຝົນໜ້ອຍລົງ ຈົນໜ້າຈະເປັນ ສາເຫດ ໃຫ້ເກີດຄວາມ ແຫ້ງແລ້ງ ໃນແມ່ນ້ຳຂອງໄດ້".
ທ່ານເວົ້າຕໍ່ໄປ ອີກວ່າ ເຖິງແມ່ນວ່າກອງ ປະຊຸມສຸດຍອດ ຄະນະກັມມາທິການ ແມ່ນ້ຳຂອງ ຫລື MRC ແລະ ຈີນ ຈະເວົ້າວ່າ ປະຣິມານຝົນ ທີ່ຕົກລົງມາ ໃນແຂວງ ຍຸນນານ ທາງພາກເໜືອຂອງ ລາວແລະໄທ ຫລຸດໜ້ອຍ ເປັນສາເຫດເຮັດ ໃຫ້ແມ່ນ້ຳຂອງ ແຫ້ງຢ່າງຮຸນແຮງ ໃນປີ 2010. ແຕ່ການສຶກສາ ຄົ້ນຄວ້າ ຈາກສູນວິຈັຍ ແລະພັຍທັມມະຊາດ ຂອງໄທ ທີ່ປຽບທຽບ ປະຣິມານ ຝົນຕົກໃນປີ 2009 ໃສ່ປີ ທີ່ຜ່ານໆມາ ບໍ່ເຫັນວ່າມີ ຄວາມແຕກຕ່າງກັນ ຈົນຈະສາມາດ ເຮັດໃຫ້ນ້ຳໃນ ແມ່ນ້ຳຂອງ ຕອນລຸ່ມ ແຫ້ງຢ່າງຮຸນແຮງ ດັ່ງທີ່ເປັນຢູ່ນີ້.
ສູນວິຈັຍເຫັນວ່າ ການບົກແຫ້ງ ຂອງນ້ຳ ໃນແມ່ນ້ຳຂອງ ອາດຈະເກີດຈາກ ສອງສາເຫດ ຄືນຶ່ງ ປະຣິມານ ຫິມະແລະນ້ຳແຂງ ຢູ່ເທິງພູ ໃນຕີເບດ ມີປະຣິມານ ຫລຸດລົງ ເຮັດໃຫ້ນ້ຳທີ່ ໄຫລລົງໃສ່ ແມ່ນ້ຳຂອງ ມີປະຣິມາ ໜ້ອຍ ຫລືສອງ ອາດຈະເກີດຈາກ ການສ້າງເຂື່ອນ ໃນປະເທດຈີນ ທີ່ກັກກັນນ້ຳ ໄວ້ໃນຕອນເທິງ ຂອງແມ່ນ້ຳຂອງ. ປະເທດທີ່ມີ ສ່ວນໄດ້ສ່ວນເສັຽ ຕ້ອງໄດ້ ສຶກສາຄົ້ນຄວ້າ ຫາຄວາມແຈ່ມແຈ້ງ ເພື່ອຫາທາງແກ້ໄຂ ຊ່ວຍກັນຕໍ່ໄປ.