ສີ່ງທີ່ນາບຂູ່ ຕໍ່ແມ່ນໍ້າຂອງ

ການຖາງປ່າ ແລະ ແຍກເອົານໍ້າ ໄປໃຊ້ ບ່ອນອື່ນ ເປັນການນາບຂູ່ ຕໍ່ ແມ່ນໍ້າຂອງ.
ສົມເນ
2010.11.23

ກົດຟັງສຽງ

ສາສດາຈານ Nguyen Ngoc Tran ລາຍງານວ່າ ການໄຫລຂອງ ແມ່ນໍ້າຂອງ ຈະອ່ອນແອລົງ ຢ່າງຮ້າຍແຮງ ຫລື ບົກແຫ້ງລົງ ຖ້າຫາກວ່າ ນໍ້າ ໃນແມ່ນໍ້າຂອງ ຖືກແຍກ ສົ່ງໄປຍັງ ລໍານໍ້າອື່ນໆ.

ທ່ານ Tran ວ່າ ນອກຈາກ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແລ້ວ ການຕັດໄມ້ ຖາງປ່າ ແລະ ການແຍກເອົາ ນໍ້າຂອງໄປ ໃຊ້ໃນວຽກງານ ອື່ນໆ ຈະເປັນໄພ ນາບຂູ່ ຕໍ່ແມ່ນໍ້າ ຂອງ. ທ່ານໄດ້ຍົກ ຕົວຢ່າງຢູ່ ໃນຕົງເລສາບ ຂອງ ກໍາພູຊາ ການຕັດໄມ້ ຖາງປ່າ ໃນຫລາຍສິບປີ ມານີ້ ເຮັດໃຫ້ອ່າງ ທະເລສາບ ຕື້ນຂື້ນປີລະ 10-12 cm ແລະ ປະຣິມານ ນໍ້າໃນ ຕົງເລສາບ ກໍຫລຸດລົງ ໄປເລື້ອຍໆ. ມີການ ຄາດຄະເນ ວ່າ ສະເພາະແຂວງ ລໍາດົງ ພາກກາງ ວຽດນາມ ຈະສ້າງເຂື່ອນ ຜລິດກະແສ ໄຟຟ້າ 25 ແຫ່ງ ແລະ ປ່າໄມ້ 15,000 ha ຈະຖືກທໍາລາຍ.

ໄລ່ສະເລັ່ຽແລ້ວ ການຜລິດ ໄຟຟ້າ ນື່ງເມກາວັດ ຈະສູນເສັຽ ປ່າໄມ້ໄປ 10-16 ha. ວຽດນາມ ມີແຜນການ ສ້າງເຂື່ອນ ຜລິດກະແສ ໄຟຟ້າ 393 ແຫ່ງ ໃນທົ່ວແຂວງ ພາກກາງ ເພື່ອຜລິດ ໄຟຟ້າ ໃຫ້ໄດ້ 7380 MW ແລ້ວທ່ານກໍ ຖາມວ່າ ວຽດນາມ ຈະສູນເສັຽ ປ່າໄມ້ໄປ ຫລາຍປານໃດ? ນອກນັ້ນ ພາກກາງທັງໝົດ ຈະປະເຊີນ ກັບໄພນໍ້າຖ້ວມ ຢ່າງຮ້າຍແຮງ ໃນແຕ່ລະປີ.

ໂຄງການ ຂອງຈີນ ທີ່ສ້າງຄວາມ ເປັນຫ່ວງທີ່ສຸດ ໃນເວລານີ້ ກໍຄືວ່າ ຖ້າຫາກວ່າ ຈີນແຍກເອົາ ນໍ້າຂອງໄປ ປ້ອນລໍານໍ້າ ສາຍອື່ນໆ ຂອງຈີນ ມັນຈະສ້າງ ຜົນກະທົບ ຢ່າງ ຮ້າຍແຮງຕໍ່ ສິ່ງແວດລ້ອມ ເສຖກິດ ແລະສັງຄົມ ໃນປະເທດ ລຸ່ມແມ່ນໍ້າຂອງ ເຊັ່ນ: ລາວ ໄທ ກໍາພູຊາ ແລະວຽດນາມ. ແຜນການນີ້ ບໍ່ທັນໄດ້ ເປີດເຜີຽ ແຕ່ຕ້ອງ ຈັບຕາ ເບິ່ງຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.