ຜົນເສັຽຫາຍຈາກໂຄງການ ໃນແມ່ນໍ້າຂອງ

ການປ່ຽນແປງ ຂອງດິນຟ້າ ອາກາດ ແລະການສ້າງ ໂຄງຮ່າງພື້ນ ຖານຂນາດໃຫ່ຽ ມີຜົນສະທ້ອນ ຕໍ່ສະພາບ ແວດລ້ອມ.
ສົມເນ
2010.10.22
F-mekong-level ຣະດັບນໍ້າຂອງທີ່ຂື້ນລົງ ບໍ່ເປັນປົກກະຕິ ເລີ້ມແຕ່ເຂື່ອນຂນາດໃຫຍ່ ຂອງປະເທດຈີນ ໄດ້ສ້າງໃສ່ແມ່ນໍ້າຂອງ
RFA

ກົດຟັງສຽງ

ນັກວິຊາການ ມະຫາວິທຍາໄລ ແລະນັກຊ່ຽວຊານ ທີ່ເຂົ້າປະຊຸມ ສໍາມະນາ ທີ່ມະຫາວິທຍາໄລ ແຂວງນະຄອນ ພະນົມ ຂອງໄທ ໃນວັນພຸດ ຜ່ານມາ ເວົ້າວ່າ: ການປ່ຽນແປງຂອງ ດິນຟ້າອາກາດ ແລະ ການສ້າງໂຄງຮ່າງພື້ນ ຖານຂນາດໃຫ່ຽ ໃສ່ແມ່ນໍ້າຂອງ ມີຜົນສະທ້ອນ ຕໍ່ສະພາບແວດລ້ອມ ແລະ ສິ່ງທີ່ມີຊີວິດ ໃນອ່າງ ແມ່ນໍ້າຂອງ.

ນັກວິຊາການ ມະຫາວິທຍາໄລ ແລະ ນັກຊ່ຽວຊານ ໄດ້ພາກັນຮຽກຮ້ອງ ສະຖາບັນ ການຄຸ້ມຄອງ ແມ່ນໍ້າຂອງ ເອົາໃຈໃສ່ຕື່ມ ເພື່ອບໍ່ໃຫ້ເກີດ ຄວາມເສັຽຫາຍ, ຕາມລາຍງານ ຂອງໜັງສືພິມ The nation.
ການສົນທະນາ ກັນຢູ່ ໃນກອງປະຊຸມ ສໍາມະນາ ສ່ວນມາກຈະເວົ້າ ກ່ຽວກັບ ອ່າງແມ່ນໍ້າຂອງ. ນັກວິຊາການ ມະຫາວິທຍາໄລ ແລະ ນັກຊ່ຽວຊານວ່າ ບໍ່ແມ່ນແຕ່ການ ປ່ຽນແປງ ຂອງດິນຟ້າອາກາດ ເທົ່ານັ້ນ ທີ່ຈະເຮັດໃຫ້ ອ່າງແມ່ນໍ້າຂອງ ໄດ້ຮັບຄວາມເສັຽຫາຍ, ແຕ່ຍັງມີໂຄງການ ສ້າງໂຄງຮ່າງພື້ນຖານ ຂນາດໃຫ່ຽອີກ ໂດຍສະເພາະການ ສ້າງເຂື່ອນກັ້ນ ແມ່ນໍ້າຂອງ.

ເຂື່ອນກັ້ນແມ່ນໍ້າຂອງ ໃນປະເທດຈີນ ໄດ້ສົ່ງຜົນສະທ້ອນ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ອາໄສຢູ່ ລຸ່ມແມ່ນໍ້າຂອງ ຢ່າງໃຫ່ຽຫລວງແລ້ວ. ນັກອານຸຣັກ ສິ່ງແວດລ້ອມ ໄທ ທ່ານ ຫານນະຣົງ ເຍົາວະເລີດ ເວົ້າວ່າ ຖ້າຫາກວ່າ ປະເທດ ລຸ່ມແມ່ນໍ້າຂອງ ເຊັ່ນ ລາວ ໄທ ແລະ ກໍາພູຊາກ ຫາກສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຫລາຍເຂື່ອນ ມັນຈະສ້າງ ຄວາມຫຍຸ້ງຍາກຫລາຍດ້ານ.

ນັກວິຊາການ ມະຫາວິທຍາໄລ ວຽດນາມ ທ່ານ Van Pham Dong Tri  ເວົ້າວ່າ ສາມຫລ່ຽມແມ່ນໍ້າຂອງ ຈະປະເຊີນກັບ ການປ່ຽນແປງ ຂະໜານໃຫ່ຽ ຂອງລະດັບນໍ້າ ທະເລ ແລະປະຣິມານ ຝົນຕົກ ພາຍໃນຫລາຍສິບປີ ຂ້າງໜ້ານີ້. ທ່ານວ່າ ລະດັບນໍ້າທະເລ ໃນສາມຫລ່ຽມແມ່ນໍ້າຂອງ ພາກໃຕ້ຂອງວຽດນາມ ຈະເພີ້ມຂື້ນ 30% ພາຍໃນປີ 2050 ອັນເຣັດໃຫ້ສາມຫລ່ຽມ ແມ່ນໍ້າຂອງ ສູນເສັຽນໍ້າຈືດໄປ.

ສ່ວນນັກວິຊາການ ມະຫາວິທຍາໄລ ແຫ່ງຊາດລາວ ທ່ານ ສຸພາບ ຄວງວິຈິດ ເວົ້າວ່າ ຣັຖບານລາວ ມີແຜນການໃຊ້ ຊັພຍາກອນ ແມ່ນໍ້າຂອງ ແລະສາຂາຂອງມັນ ເພື່ອຜລິດ ກະແສໄຟຟ້າ ຂາຍເອົາເງິນ ຈາກຕ່າງປະເທດ ເພື່ອຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ. ທ່ານວ່າ ສປປລາວ ກໍຮູ້ດີເຖິງ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຈະປະຕິບັດ ລະບຽບກົດໝາຍ ໃຫ້ເຂັ້ມງວດ ເພື່ອປ້ອງກັນ      ຄວາມເສັຽຫາຍ ທີ່ຈະເກີດຂື້ນ. ແຕ່ທ່ານກໍ ກ່າວຢໍ້າວ່າ ນັກພັທນາໂຄງການ ເປັນບໍຣິສັດ ຈາກຕ່າງປະເທດ, ທ່ານບໍ່ຮູ້ວ່າເຂົາເຈົ້າ ຈະປະຕິບັດຕາມ ລະບຽບກົດໝາຍ ໄດ້ເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.