ເຄືອຂ່າຍຊາວໄທສືບຕໍ່ ປະທ້ວງການສ້າງເຂື່ອນ

ເຄືອຂ່າຍ ປະຊາຊົນ ຊາວໄທ ແຄມຝັ່ງ ແມ່ນໍ້າຂອງ ຈັດຊຸມນຸມ ຮຽກຮ້ອງ ໃຫ້ບັນດາ ປະເທດ ຢູໂຣບ ທີ່ເຂົ້າຮ່ວມ ປະຊຸມ ສຸດຍອດ ອາເຊັມ ທີ່ ນະຄອນຫລວງ ວຽງຈັນ ພິຈາຣະນາ ເຣື່ອງການ ສນັບສນູນ ກັມມາທິການ ແມ່ນໍ້າຂອງ.
ມະນີຈັນ
2012.11.06
F-xd-protest ເຄືອຂ່າຍ ປະຊາຊົນ ເຂດພາກອິສານ ຂອງໄທ ປະທ້ວງຕໍ່ຕ້ານ ເຂື່ອນ ໄຊຍະບູຣີ ຕາມລໍານໍ້າຂອງ ໃກ້ໆກັບ ສູນກາງ ຫໍປະຊຸມ ອາເຊັມ
Credit: European Pressphoto Agency / The Network of Thai People

ເຄືອຂ່າຍ ປະຊາຊົນ ເຂດພາກອິສານ ຂອງໄທ ຈັດຊຸມນຸມ ຄັດຄ້ານ ເຂື່ອນ ໄຊຍະບູຣີ ໃນວັນທີ 5 ພຶສຈິກາ ມື້ດຽວກັບ ທີ່ສປປລາວ ເປີດກອງປະຊຸມ ສຸດຍອດ ເອເຊັຽ ຢູໂຣບ ຫລືອາເຊັມ ທີ່ນະຄອນຫລວງ ວຽງຈັນ.

ຍານາງອ້ອມບູນ ທິບສຸນາ ຄະນະກັມມະການ ເຄືອຂ່າຍ ສະພາອົງການ ຊຸມຊົນ ລຸ່ມນໍ້າຂອງ 7 ແຂວງ ພາກອິສານ ຫລື ຄສຂ ກ່າວຈາກ ເມືອງໜອງຄາຍ ກົງກັນຂ້າມ ກັບ ນະຄອນຫລວງ ວຽງຈັນວ່າ:

"ການຈັດຊຸມນຸມ ຄັດຄ້ານ ເຂື່ອນໄຊຍະບູຣີ ໃນຄັ້ງນີ້ ກໍເພື່ອຮຽກຮ້ອງ ໃຫ້ບັນດາ ປະເທດ ຕາເວັນຕົກ ທີ່ໃຫ້ການສນັບສນູນ ແກ່ຄະນະ ກັມມາທິການ ແມ່ນໍ້າຂອງ ທີ່ ຮ່ວມປະຊຸມ ຢູ່ນັ້ນ ພິຈາຣະນາ ຄືນໃໝ່ ເຣື່ອງການສນັບສນູນ MRC ໃນເມື່ອ MRC ບໍ່ສາມາດເຮັດໜ້າທີ່ ບົດບາດຂອງຕົນໄດ້ ຕາມທີ່ຊາວບ້ານ ຊາວເມືອງ ຄາດຫວັງ ນັ້ນ. ພ້ອມດຽວກັນ ກໍຫວັງວ່າ ຄໍາຮຽກຮ້ອງ ຂອງຊາວບ້ານ ໃນຄັ້ງນີ້ ຈະເຮັດໃຫ້ຜູ້ນໍາ ຂອງໄທ ພິຈາຣະນາ ເຣື່ອງໂຄງການ ເຂື່ອນ ໄຊຍະບູຣີ ຄືນໃໝ່".

ຍານາງອ້ອມບູນ ກ່າວຕໍ່ໄປວ່າ:

"ຊາວບ້ານແຄມຝັ່ງ ແມ່ນໍ້າຂອງ ຮູ້ຂໍ້ມູນ ຜົນກະທົບ ທີ່ຈະເກີດຈາກເຂື່ອນ ໄຊຍະບູຣີ ໜ້ອຍເຕັມທີ ແລະ ເກືອບບໍ່ຮູ້ເລີຍວ່າ ເຂື່ອນໄຊຍະບູຣີ ເປັນເຂື່ອນຂອງໄທ ທີ່ໄປສ້າງ ຢູ່ໃນແມ່ນໍ້າຂອງ ໃນເຂດແດນ ຂອງລາວ".

ຍານາງອ້ອມບູນ ກ່າວເນັ້ນອີກວ່າ ເຄືອຂ່າຍ ປະຊາຊົນ ເຂດພາກອິສານ ຂອງໄທ ຮູ້ສຶກຜິດຫວັງ ໃນກັມມາທິການ ແມ່ນໍ້າຂອງ ທີ່ບໍ່ກ້າເວົ້າ ກ້າອອກປາກ ເຣື່ອງຜົນ ກະທົບ ທີ່ຈະມີຕໍ່ ປະຊາຊົນ ຫລາຍສິບລ້ານຄົນ ຈະກະທົບກະເທືອນ ການທໍາມາ ຫາກິນ ຂອງປະຊາຊົນ ເຂດລຸ່ມ ແມ່ນໍ້າຂອງ ໂດຍສະເພາະ ຊາວປະໂມງ ຊາວກະສິກອນ.

ການຊຸມນຸມຄັ້ງນີ້ ຈັດຂຶ້ນມື້ດຽວ ແລະຕອນຄໍ່າ ມີການປ່ອຍໂຄມ ໂບແດງ ໃນແມ່ນໍ້າຂອງ ຊຶ່ງຈະສາມາດ ເຫັນໄດ້ຈາກຝັ່ງ ປະເທດລາວ ໂດຍສະເພາະ ໃນເຂດ ນະຄອນຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.