ນໍ້າເຊເປື້ອນຍ້ອນ ເຂື່ອນເຊກະໝານ 1

ຊາວບ້ານ ໃນແຂວງ ອັດຕະປື ເປີດເຜີຽ ຕໍ່ວິທຍຸ ເອເຊັຽເສຣີ ວ່າປັດຈຸບັນ ຊາວບ້ານ ໄດ້ຮັບຄວາມ ເດືອນຮ້ອນ ຍ້ອນວ່າ ນໍ້າເຊ ກາຍເປັນ ນໍ້າເສັຍ.
ສົມເນ
2012.06.15
F-Xekaman1 ບ່ອນທີ່ ກໍາລັງ ກໍ່ສ້າງເຂື່ອນ ເຊກະໝານ 1 ແຂວງອັດຕະປື
Asia-web

ນໍ້າເຊ ທີ່ ປະຊາຊົນ ໃຊ້ກິນ ໃຊ້ອາບນັ້ນ ມັນກາຍເປັນ ນໍ້າຂຸ່ນ ເປັນສີແດງ ຈົນໃຊ້ບໍ່ໄດ້ ຍ້ອນນໍ້າຂີ້ຕົມ ໄຫລມາຈາກ ບໍຣິເວນ ໂຄງການ ສ້າງເຂື່ອນ ເຊກະໝານ 1. ດັ່ງລາວ ໄດ້ເວົ້າວ່າ:

"ເຊກະໝານ 1 ໂຄງຮ່າງພື້ນຖານ ຂອງເຂື່ອນ ຢ່າງເຊັ່ນ ສ້າງຖນົນ ຫົນທາງ ແລ້ວກໍສ້າງ ແຄັມໃຫ້ ພນັກງານ ເວລາຍາມຝົນ ກໍສີ່ມາເຊາະ ເຈື່ອນໜ້າດິນ ລົງມາຫາ ແມ່ນໍ້າ ໃຫ້ ແມ່ນໍ້າຂຸ່ນ ມັນມີບັນຫາ ສິ່ງແວດລ້ອມ ແລ້ວ ຄືແມ່ນໍ້າຂຸ່ນນະ ປາມັນ ກໍຫລຸດລົງ ແລະ ຊາວບ້ານ ໃຊ້ນໍ້າບໍ່ໄດ້ ບັນຫາ ມັນກໍມີ ເຖິງໂຕເມືອງ ອັດຕະປື".

ລາວເວົ້າວ່າ ຕັ້ງແຕ່ມີການ ກໍ່ສ້າງ ເຊກະໝານ ມານີ້ມັນໄດ້ ສ້າງຜົນກະທົບ ຕໍ່ສິ່ງແວດລ້ອມ ຫລາຍແລ້ວ ໂດຍສະເພາະ ເຊກະໝານ ຕອນໃຕ້. ປົົກກະຕິ ແລ້ວ ນໍ້າເຊກະໝານ ສີມັນຂຽວ ນ້ອຍນື່ງ ແຕ່ປັດຈຸບັນ ນໍ້າຂຸ່ນ ເປັນສີແດງ. ເທົ່າປັດຈຸບັນນີ້ ກໍບໍ່ມີ ພາກສ່ວນໃດ ເຂົ້າມາແກ້ໄຂ ໂຄງການ ເຂື່ອນໄຟຟ້າ ເຊກະໝານ 1 ເປັນການລົງທືນ ຮ່ວມຂອງ ຣັຖບານ ລາວ ກັບ ຣັຖບານ ວຽດນາມ.

ໂຄງການເຂື່ອນ ຢູ່ຫ່າງຈາກ ເມືອງອັດຕະປື ໄປທາງທິດ ຕະເວັນອອກ 40 KM ມີຜົນກະທົບ ຕໍ່ 11 ບ້ານ 220 ຄອບຄົວ 975 ຄົນ. ຕາມໂຕເລກ ທາງການ ເຂື່ອນ ມີກໍາລັງ ຜລິດ ໄຟຟ້າໄດ້ 322 ເມກາວັດ. ໄຟຟ້າ ທີ່ຜລິດໄດ້ ນັ້ນ 90% ຈະສົ່ງໄປຂາຍ ໃຫ້ວຽດນາມ ແລະ ສ່ວນເຫລືອຈະໃຊ້ ພາຍໃນປະເທດ. ຊາວບ້ານ ເວົ້າວ່າ ບັນຫາ ທີ່ພວກຕົນ ກໍາລັງ ປະເຊີນຢູ່ ໃນເວລານີ້ ແມ່ນເຣື້ອງນໍ້າ ເປື້ອນນີ້ແຫລະ. ໃນອະນາຄົດ ນັ້ນ ບໍ່ຮູ້ວ່າຈະ ເປັນແນວໃດ ພວກຢູ່ລຸ່ມເຂື່ອນ ຈະອຶດນໍ້າ ຫລືບໍ່ ກໍຍັງບໍ່ຮູ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.