ກອງປະຊຸມ ແຜນພັທນາ ອ່າງນໍ້າເຊກອງ
2010.02.26

ກອງປະຊຸມ ເປີດກ້ວາງ ແຜນການພັທນາ ເຂດຍ່ອຍອ່າງ ເຊກອງ(7L) ຄັ້ງທີນື່ງ ໂດຍມີຫລາຍ ພາກສ່ວນເຂົ້າຮ່ວມ ຮ່ວມທັງ ອົງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ກະຊວງ ກະສິກັມ ແລະປ່າໄມ້ ພນັກງານ ຂັ້ນແຂວງ ຕລອດເຖິງ ປະຊາຊົນໃນ 4 ແຂວງພາກໃຕ້ ໄດ້ໄຂຂື້ນ ລະຫ່ວາງ ວັນທີ 25-26 ກຸມພານີ້ ຢູ່ທີ່ແຂວງ ຈໍາປາສັກ. ກອງປະຊຸມ ດັ່ງກ່າວ ຖືກຈັດຂື້ນພາຍໃຕ້ ແຜນການພັທນາ ອ່າງແມ່ນໍ້າຂອງ ຕອນລຸ່ມ ລະຍະ 2 ຂອງຄະນະ ກັມມາທິການ ແມ່ນໍ້າຂອງ ສາກົນ ເພື່ອວາງແຜນ ການນໍາໃຊ້ ຊັພຍາກອນນໍ້າ ໃນເຂດຍ່ອຍ ອ່າງເຊກອງ ຊື່ງຈະເປັນແຜນ ຕົ້ນແບບ ສໍາລັບການ ພັທນາ ອ່າງນໍ້າອື່ນໆ ໃນທົ່ວປະເທດ ຮ່ວມທັງອ່າງ ແມ່ນໍ້າຂອງດ້ວຍ. ກ່ຽວກັບເຣື້ອງນີ້ ທ່ານ ນິພອນ ວຽງປະເສີດ ຫົວໜ້າຫ້ອງວ່າ ການແຂວງ ຈໍາປາສັກ ແລະ ເປັນປະທານ ກອງປະຊຸມ ໄດ້ກ່າວວ່າ:
"ວຽກງານການ ພັທນານໍ້າ ແລະ ຊັພຍາກອນ ແຫ່ລງນໍ້າ ແມ່ນມີຄວາມສໍາຄັນ ເປັນຢ່າງຍິ່ງ. ບົດສືກສາ ເຂດຍ່ອຍ 7L ໃນເບື້ອງຕົ້ນ ສະແດງໃຫ້ເຫັນ ສະພາບ ການນໍາໃຊ້ ຊັພຍາກອນນໍ້າ ທັງໝົດນີ້ ຈະເປັນພື້ນຖານ ອັນສໍາຄັນ ໃນການສ້າງແຜນ ພັທນາ ອ່າງແມ່ນໍ້າຂອງ ໃນຂັ້ນຕໍ່ໄປ".
ນອກຈາກການ ປືກສາຫາລືກັນ ກ່ຽວກັບການນໍາໃຊ້ ຊັພຍາກອນນໍ້າ ແລ້ວ ຜູ້ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ເວົ້າເຖິງ ການພັທນາແລະ ສັມປະທານພື້ນທີ່ ເປັນຕົ້ນການ
ຂຸດຄົ້ນແຮ່ທາດ ການສ້າງເຂື່ອນ ພະລັງງານໄຟຟ້າ ການປູກຝັງພືດ ອຸດສາຫະກັມ ວ່າມັນຈະບໍ່ສົ່ງ ຜົນກະທົບ ໂດຍກົງຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ໃນເຂດນັ້ນ ຫລືບໍ່, ຫາກວ່າ ບໍ່ມີການ ເອົາມາຕການ ຄວບຄຸມ ແລະຕິດຕາມ ເບິ່ງແຍງ. ຕໍ່ບັນຫານີ້ ທ່ານ ອາລຸນ ໄຊຍະວົງ ຜູ້ປະສານງານ ຄະນະກັມມາການ ແມ່ນໍ້າຂອງ ສາກົນ ເວົ້າວ່າ:
"ຫລາຍຂະແໜງການ ຕ້ອງເຂົ້າມາ ຮ່ວມວາງແຜນ ນໍາກັນ ໂດຍເບື້ອງຕົ້ນວ່າ ເຮົາຈະໃຊ້ທ່າແຮງ ໃນຈຸດດຽວກັນ ນໍາກັນຈັ່ງໃດ ແລະ ຫລຸດຜ່ອນ ຜົນກະທົບ ລະຫ່ວາງ ຂະແໜງການ ເພື່ອທີ່ວ່າ ແຕ່ລະຄົນ ຈະໄດ້ຮັບ ຜົນປໂຍດຮ່ວມກັນ".
ກອງປະຊຸມ ຄັ້ງທໍາອິດ ນີ້ ເປັນພຽງ ກອງປະຊຸມ ປືກສາຫາລື ເພື່ອແລກປ່ຽນຂໍ້ມູນ ຈາກທຸກພາກສ່ວນ ຊື່ງຈະຮວບຮວມ ເປັນເອກສານ ເພື່ອສະເໜີແນະ ແກ່ຣັຖບານ.