ເຂື່ອນນໍ້າງື່ມ ແກ້ໄຂ ນ້ຳຖ້ວມ ໜ້ອຍຫຼາຍປານໃດ

ຈຸດປະສົງຫຼັກ ຂອງການສ້າງເຂື່ອນ ນ້ຳງຶ່ມ ໃນຕົ້ນຊຸມ ປີ 1970 ນັ້ນ ກໍແມ່ນ ເພື່ອຜລິດ ກະແສໄຟຟ້າ ໃຊ້ໃນເຂດ ນະຄອນຫຼວງວຽງຈັນ ແລະ ເພື່ອປ້ອງກັນ ຫຼື ບັນເທົາ ພັຍອັນຕະລາຍ ຈາກນ້ຳຖ້ວມ.

ເຂື່ອນໄຟຟ້າ ນໍ້າງື່ມ ປ່ອຍນໍ້າ ອອກມາ ໃນຂະນະທີ່ ມີນໍ້າອັ່ງອໍ ຢ່າງຫລວງຫລາຍ
ເຂື່ອນໄຟຟ້າ ນໍ້າງື່ມ ປ່ອຍນໍ້າ ອອກມາ ໃນຂະນະທີ່ ມີນໍ້າອັ່ງອໍ ຢ່າງຫລວງຫລາຍ (Photo by RFA)

ສາ​ເຫດ​ທີ 2 ນີ້ ນັບ​ວ່າ ​ມີ​ຄວາມ​ສຳຄັນ​ຫຼາຍ ​ຕໍ່​ເຂດ​ນະຄອນຫຼວງ​ວຽງ​ຈັນ​ ທີ່​ເປັນ​ທົ່ງ​ຮາບ​ ແລະ​ ມີ​ຊ່ອ​ງທາງ​ເປັນ​ໄປ ​ໄດ້​ຫຼາຍ​ ວ່າ ​ນ້ຳ​ຈະ​ຖ້ວມ​ ຖ້າ​ຫາກ​ມີ​ຝົນຕົກ​ໜັກ​ ແລະ ​ຫຼາຍ ດັ່ງ​ທີ່​ປາກົດ ​ໃນ​ປີ​ຢູ່​ນີ້.

ຕາມ​ທັມມະ​ດາ ​ຝົນ​ ຈະ​ຕົກ ຣະຫວ່າງ ​​ເດືອນກໍຣະກະດາ ​ໄປ​ຈົນ​ຮອດ ​ເດືອນ​ພຶ​ສຈິ​ກາ ຂອງ​ທຸກ​ປີ​ ໃນ​ລາວ ​ແຕ່​ປີ​ນີ້​ ຝົນ​ຊ້ຳພັດ​ ເລິ່ມຕົກ​ ມາ​ແຕ່​ ເດືອນ​ມິຖຸນາ ​ຢ່າງ​ໜັກ ແ​ລະ ​ຕໍ່​ເນື່ອງ ​ເຮັດ​ໃຫ້​ນ້ຳມາກ ​ໄວ​ກວ່າ ​ປົກກະຕິ ​ບວກ​ໃສ່ ​ອິດ​ທິພົນ ​ຂອງ​ພະຍຸ​ ກຳ​ມູຣິ ທີ່​ຖລົ່ມ​ ເຂົ້າ​ວຽດນາມ​ ແລະ ​ເລີຍ​ເຂົ້າ​ ພາກ​ເໜືອ​ ຂອງລາວ​ ເມື່ອ​ບໍ່​ນານ​ມາ​ນີ້ ​ນັ້ນ ຍິ່ງ​ເຮັ​ດ​ໃຫ້ ​ແມ່​ນ້ຳ​ລຳ​ເຊ​ ສູງ​ຂຶ້ນ​ ຮວມທັງ ນ້ຳ​ງຶ່​ມ ທີ່​ໄດ້​ໄຫຼ ​ເຂົ້າ​ໄປ ​​ເຕັມອ່າງ ​ເກັບ​ນ້ຳ ຂອງ​ເຂື່ອນ​ນ້ຳງຶ່​ມ​ ແຕ່ເດືອນ ​​ມິຖຸນາ​ ໃນ​ອັຕຣາ 998 ​ແມັດ​ກ້ອນ ​ຕໍ່​ວິນາທີ.

​ໃນ​ອີກ​ດ້ານ​ນຶ່ງ ​ນ້ຳ​ຝົນ​ ແລ​ະ ນ້ຳ​ປ່າ​ໄຫຼຫຼາກ​ ທີ່​ມາ​ຈາກ ​ເຂດວັງ​ວຽງ​ ເມືອງ​ກາສີ ​ໄດ້​ໄຫຼ​ເຂົ້າ​ຖ້ວມ ​ເຂດ​ເມືອງ​ທຸຣະຄົມ ​ແຕ່​ວັນ​ທີ 17 ຫາ ວັນ​ທີ 18 ກໍຣະກະດາ​ ຜ່ານ​ມາ ຝ່າຍ​ບໍຣິຫານ​ເຂື່ອມນ້ຳ​ງຶ່​ມ ຫຼິງ​ເຫັນ ​ອັນຕະລາຍ ​ທີ່​ຈະ​ເກີດ​ຂຶ້ນ ​ແກ່​ເຂື່ອນ​ ຖ້າ​ຫາກ​ປ່ອຍ ​ໃຫ້​ນ້ຳ​ລົ້ນ​ເຂື່ອນ​ ຈຶ່ງ​ໄດ້ຕັດສິນ​ໃຈ ​ປ່ອຍ​ນ້ຳ​ອອກ​ຈາກ ​ເຂື່ອນ​ດັ່ງກ່າວ.

ທ່ານ ​ພູມີ ​ເນຕິ​ບັນດິດ ຜູ້ອຳ​ນວຍ ​ການເຂື່ອນ​ໄຟຟ້າ​ ດັ່ງກ່າວ ​ອະທິບາຍ ​ເຖິງ​ຄວາມ​ຈຳ​ເປັນ​ວ່າ:

WD-flood phommy
ທ່ານ ພູມີ ເນຕິບັນດິດ, ຜູ້ອໍານວຍການ ເຂື່ອນນໍ້າງື່ມ (Photo by RFA)

“ພິຈາຣະນາ​ ເຖິງ​ມະ​ຫັນ​ຕະພັຍ​ ກໍ​ເລີຍ​ວ່າ ພວກ​ເຮົາ​ ກໍສຸດ​ທີ່​ວ່າ​ ຈະ​ເຮັດ​​ແນວ​ໃດ ໃຫ້ການບໍຣິຫາ​ນ ນ້ຳ​ມີ​ປະສິດທິ​ຜົນ​ ແລະ​ ມີ​ຜົນ​ກະທົບ​ ໜ້ອຍ​ທີ່​ສຸດ ຕໍ່​ຊາວບ້ານ​ຮັ້ນ​ໜາ ​ແລະ​ ກໍ​ມີຜົນ​ປະ​ໂຫຍດ ສູງ​ສຸດຮັ້ນ​ໜາ”

​ແຕ່​ບໍ່​ເປັນ​ຈັ່ງ​ບຸນ ​ເພາະ​ນ້ຳ ​ທີ່​ປ່ອຍ​ອອກ ​ແລະ​ ຄຳນວນ ລ່ວງ​ໜ້າ​ ວ່າ​ ນ້ຳ​ງຶ່​ມສາມາດ​ຮອງ​ຮັບ ​​ເອົາໄດ້ ​ໂດຍ​ບໍ່​ມີ ​ອັນຕະລາຍ​ ຈົນ​ໄຫຼ​ເຂົ້າ​ສູ່ ​ແມ່​ນ້ຳຂອງ​ນັ້ນ ​ກັບ​ບໍ່​ເປັນ ​ດັ່ງ​ທີ່​ຄາດ​ຄິດ​ ເພາະ​ນ້ຳຂອງ​ ກໍ​ເຕັມ​ລົ້ນ​ຝັ່ງ​ໄປ​ແລ້ວ​ ໃນ​ບາງ​ເຂດ ​ເຮັດ​ໃຫ້ນ້ຳຂອງ ​ບໍ່​ສາມາດ​ຮອງ​ຮັບ ​ເອົາ​ນ້ຳ​ງຶ່​ມ, ຊຶ່ງ​ເປັນ​ສາຂາ​ ໄຫຼ​ເຂົ້າ ​ສົມທົບນັ້ນ​ໄດ້ ຜົນ​ຕິດຕາມ​ມາ​ ກໍ​ຄື ​ເຂດ​ປາກ​ງຶ່​ມ ຖືກ​ນ້ຳ​ຖ້ວມ​ຢ່າງ​ໜັກ.