ສໍານັກງານໃຫຍ່ MRC ຈະຢູ່ລາວແລະກັມພູຊາ

ສໍານັກງານ ເລຂາທິການ ກັມມາທິການ ແມ່ນໍ້າຂອງ ຫລື MRC ຈະບໍ່ມີການ ໝູນວຽນ ຖິດຕັ້ງຫ້ອງການ ໃນປະເທດ ສະມາຊິກ ອີກຕໍ່ໄປ ແຕ່ຈະມີ ຫ້ອງການ ສໍານັກງານໃຫຍ່ ແບບຖາວອນ ຢູ່ໃນ ປະເທດລາວ ແລະກັມພູຊາ.
ມະນີຈັນ
2010.05.07

ຕາມທີ່ມີຂໍ້ ຕົກລົງ ຣະຫວ່າງບັນດາ ປະເທດ ສະມາຊິກ ວ່າໃນທຸກໆ 5 ປີ ສໍານັກງານ ເລຂາທິການ ກັມມາທິການ ແມ່ນໍ້າຂອງ ທີ່ມີຊື່ຫຍໍ້ ພາສາອັງກິດ MRC ຊຶ່ງປັຈຈຸບັນ ຕັ້ງຢູ່ທີ່ນະຄອນ ຫລວງວຽງຈັນ ປະເທດລາວ ຈະຕ້ອງຍ້າຍໄປ ຕັ້ງຢູ່ ປະເທດສະມາຊິກອື່ນ. ແຕ່ເມື່ອບໍ່ດົນມານີ້ ປະເທດສະມາຊິກ MRC ໄດ້ປຶກສາແລະ ຕົກລົງກັນວ່າ ຈະຕັ້ງສໍານັກງານ ແບບຖາວອນຂຶ້ນ ໃນປະເທດລາວ ແລະກັມພູຊາ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ສໍານັກງານ ເລຂາທິການ ກັມມາທິການ ແມ່ນໍ້າຂອງ MRC:

"ຜ່ານການສຶກສາ ການໂຍກຍ້າຍ ໃນແຕ່ລະເທື່ອ ຈະມີຜົລກະທົບ ຫລາຍດ້ານ ເພາະສະນັ້ນ ຈຶ່ງມີການປຶກສາ ຫາຣືກັນວ່າ ຈະບໍ່ມີການ ໝູນວຽນໃຫ້ມັນ ມີທີ່ຕັ້ງທີ່ແນ່ນອນ ກະເລີຍຈະມີການ ແບ່ງປັນ ສໍານັກງານໃຫຍ່ ຣະຫວ່າງລາວ ແລະ ກັມປູເຈັຽ ເນາະ".

ສໍານັກງານ ເລຂາທິການ ແມ່ນໍ້າຂອງ ຖືເປັນໜ່ວຍງານ ໃນການບໍຣິຫານ ຈັດການສ່ວນກາງ ຂອງ MRC ມີໜ້າທີ່ໃນການ ຫາທຶນສນັບສນູນ, ການສຶກສາວິຈັຍ ເກັບຂໍ້ມູນ ແລະ ຈັດຕັ້ງປະຕິບັດ ໂຄງການຕ່າງໆ ເພື່ອໃຫ້ເກີດ ການເຮັດວຽກງານ ທີ່ເປັນຮູປທັມ ສ້າງຜົລປະໂຫຍດ ແກ່ສີ່ປະເທດ ສະມາຊິກ ຢ່າງເທົ່າທຽມກັນ.

ການທີ່ສໍານັກງານ MRC ຕ້ອງໝູນວຽນ ໄປຕັ້ງຢູ່ໃນ ປະເທດສະມາຊິກ ທຸກໆຫ້າປີເຮັດໃຫ້ ການເກັບມ້ຽນ ເອກກະສານຂໍ້ມູນ ແລະການປັບຕົວ ຂອງເຈົ້າໜ້າທີ່ ເປັນໄປ ຢ່າງຍາກລໍາບາກ ແລະ ທັງສີ້ນເປືອງ ງົບປະມານໃນການ ກໍ່ສ້າງອາຄານ ສໍານັກງານ ແລະຈັດຊື້ວັສດຸ ອຸປກອນ ປະກອບສໍານັກງານ ຢ່າງຫລວງຫລາຍ  ເຮັດໃຫ້ປະເທດ ສະມາຊິກ ຕັດສິນໃຈ ທີ່ຈະຈັດຕັ້ງ ສໍານັກງານ ເລຂາທິການ MRC ເປັນການຖາວອນ ທີ່ນະຄອນຫລວງ ວຽງຈັນ ແລະທີ່ ກຸງພະນົມເປັນ  ໂດຍຈະແບ່ງແຍກ ຜແນກການປະມົງ ຜແນກຂໍ້ມູນ ຂ່າວສານ ເທັກໂນໂລຊີ ແລະ ຜແນກການເດີນເຮືອ ໄປຕັ້ງຢູ່ທີ່ ສໍານັກງານ ເລຂາທິການ ທີ່ກັມພູຊາ.

ຢ່າງໃດກໍຕາມ ຍັງບໍ່ມີການ ກໍານົດ ວັນເຄື່ອນຍ້າຍ ທີ່ແນ່ນອນເທື່ອ ແຕ່ຄາດວ່າ ຈະຢູ່ຣະຫວ່າງ ເດືອນມິຖຸນາ ຫາເດືອນ ກໍຣະກະດາ ປີ 2010 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.