ນັກວິຊາກາຣ ລາວ ຢາກໃຫ້ທາງຝ່າຍ ຣັຖບາລ ສ້າງຕັ້ງແຜນຄຸ້ມຄອງ ຊັພຍາກອນນ້ຳ ໃນຂັ້ນທ້ອງຖິ່ນ ເພື່ອໃຫ້ທາງເຈົ້າໜ້າທີ່ ກ່ຽວຂ້ອງ ແຕ່ລະເຂຕພື້ນທີ່ ຈະສາມາດ ປະຕິບັຕວຽກງານ ດ້ານໃຫ້ຄວາມຄຸ້ມຄອງ ຊັພຍາກອນນ້ຳ ໃນແຕ່ລະເຂຕນັ້ນໆ:
“ດຽວນີ້ຍັງຂາດ ອັນທີ່ວ່າຄຸ້ມຄອງ ໃນຂັ້ນຕົວຈິງ ໃນຂັ້ນຈຸລພາຄ ຄັນເຮົາຊ້າໄປອີກ 2-3 ປີ ນ້ຳແລະ ຊັພຍາກອນນ້ຳ ກະຖືວ່າຫລຸດນ້ອຍ ຖອຍລົງທາງ ດ້ານຂອບເຂຕ ແລະຈຳນວນ ແລະຄຸນນະພາບ ຍາກທີ່ວ່າພວກ ເຮົາຈະແກ້ຄືນ”.
ນັກວິຊາກາຣ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ ທຸກພື້ນທີ່ໃນທົ່ວ ປະເທສ ຈະມີແຫລ່ງນ້ຳ ສຳຄັນກະຈາຍຢູ່ ຢ່າງກວ້າງຂວາງ ແລະອາຈຈະໄດ້ ຮັບຜົລສະທ້ອນ ຈາກໂຄງກາຣ ພັທນາຕ່າງໆ ໃນຂັ້ນຕໍ່ໄປ ກໍເປັນໄດ້.
ພ້ອມດຽວກັນ ທ່ານກໍວ່າ ເຖິງຈະມີກາຣ ສ້າງຕັ້ງອົງກາຣ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ໃນຣະຍະຜ່ານມາ ນັ້ນກໍຕາມ ແຕ່ກໍມີຂໍ້ ຈຳກັດ ແລະກໍບໍ່ສາມາດ ໃຫ້ຄວາມຄຸ້ມຄອງ ແຫລ່ງຊັພຍາກອນນ້ຳ ໃນແຕ່ລະເຂຕ ທ້ອງຖິ່ນ ນັ້ນໄດ້.
ເຖິງຢ່າງໃດກໍຕາມ ໃນປັຈຈຸບັນນີ້ ຄະນະກັມມະກາຣ ແມ່ນ້ຳຂອງແຫ່ງຊາຕ ກໍມີກາຣຮ່ວມມື ກັບອົງກາຣ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ຈັດກອງປະຊຸມ ໜ່ວຍງານທີ່ກ່ຽວຂ້ອງ ຂອງອ່າງແມ່ນ້ຳ ເຊກອງ ເປັນເທື່ອທຳອິດ ຢູ່ຈຳປາສັກ ໃນເດືອນກຸມພາ ຜ່ານມາ.