ສ້າງເຂື່ອນໃສ່ແມ່ນໍ້າຂອງ ຈະສ້າງຄວາມເສັຽຫາຍ
2010.10.25
ກົດຟັງສຽງ
Fernando Pelegrin ໄດ້ລົງຂ່າວ ຜ່ານໜັງສືພິມ The Nation ສະບັບວັນທີ 23 ຕຸລາ 2010 ໂດຍຕັ້ງເປັນ ຄໍາຖາມວ່າ ເປັນຫຍັງ ຈຶ່ງຈໍາຕ້ອງໄດ້ ພິມເຜີຍແພ່ບົດ ກ່ຽວກັບເຂື່ອນໄຟຟ້າ ນໍ້າເທີນ 2 ຕື່ມອີກ ຊຶ່ງປັຈຈຸບັນ ຣັຖບານລາວ ກໍມີຣາຍໄດ້ ຈາກເຂື່ອນນັ້ນ ແລ້ວ ແລະມີຣາຍໄດ້ໄປ ລົງທຶນເພື່ອ ພັທນາປະເທດ ແລະນັ້ນກໍເປັນ ຂ່າວທີ່ດີ. ແຕ່ເຖິງແນວໃດ ສປປລາວ ກໍຍັງຮຽກຮ້ອງ ຂໍການຊ່ວຍເຫຼືອ ຈາກຕ່າງປະເທດ ຫລາຍຕື່ມອີກ.
ໃນກອງປະຊຸມ ຣະຫວ່າງ ເຈົ້າໜ້າທີ່ລາວ ແລະ ຜູ້ຕາງໜ້າ ຕ່າງປະເທດທີ່ໃຫ້ ການຊ່ວຍເຫລືອ ເມື່ອວັນທີ 20 ຕຸລາ ເພື່ອພິຈາຣະນາ ຄໍາຮຽກຮ້ອງ ຂໍການຊ່ວຍເຫລືອ ຂອງຣັຖບານລາວ 3 ພັນ 9 ຮ້ອຍລ້ານ ໂດລາ ສໍາລັບປະຕິບັດ ແຜນພັທນາ 5 ປີ ຊຸດໜ້າ ຄືແຕ່ປີ 2011 ຫາປີ 2015.
Fernanlo Pelegrin ຍັງຕັ້ງເປັນ ຄໍາຖາມຕື່ມອີກ ກ່ຽວກັບໂຄງການ ນໍ້າເທີນ 2 ທີ່ປ່ອຍນໍ້າ ເປິເປື້ອນ ທີ່ເຈືອປົນທາດ ທີ່ເປັນພິດພັຍ 17 ລ້ານ ແມັດກຸບ ໃນແຕ່ລະວັນ ລົງໃສ່ນໍ້າ ເຊບັ້ງໄຟ ແລະ ແມ່ນໍ້າ ຂອງ ທັງໆທີ່ເປັນ ໂຄງການ ທີ່ມີແຜນການ ຫລຸດຜ່ອນຜົລ ກະທົບ ທາງດ້ານສັງຄົມ ແລະສິ່ງແວດລ້ອມ ຕາມມາຕຖານສາກົລ ຊຶ່ງທາງທະນາຄານ ພັທນາເອເຊັຽ ແລະນັກຊ່ຽວຊານ ສາກົລອື່ນໆ ເວົ້າເຖິງ ກັນຢູ່ນີ້. ປະຊາຊົນລາວ ໃນເຂດທ້ອງຖີ່ນ ທີ່ອາສັຍຢູ່ ຕາມແຄມຝັ່ງ ນໍ້າເຊບັ້ງໄຟ ບໍ່ໄດ້ຮັບຂ່າວ ຫລືແຈ້ງການ ກ່ຽວກັບ ນໍ້າເປິເປື້ອນ ແລະ ຜົລກະທົບ ທີ່ຈະຕິດຕາມມາ ໃດໆເລີຍ ແລະ ກໍບໍ່ແນ່ໃຈ ວ່າດຽວນີ້ ຣັຖບານລາວ ກໍາລັງໃຊ້ຣາຍໄດ້ ຈາກແຫລ່ງໃໝ່ ຂອງຕົນສ່ວນນຶ່ງ ນັ້ນ ສ້າງຣະບົບສນອງນໍ້າ ສະອາດ ສໍາລັບປະຊາຊົນ ໃນເຂດນັ້ນ ແລ້ວຫລືບໍ່. Fernando Pelegrin ຍັງໄດ້ກ່າວຫາ ທະນາຄານໂລກ ຊຶ່ງເປັນສະຖາບັນ ການເງິນນາໆຊາດ ທີ່ໄດ້ຮັບປະກັນ ຄວາມສ່ຽງ ເງິນກູ້ຢືມ ສໍາລັບສ້າງໂຄງການ ນໍ້າເທີນ 2 ແລະຣັຖບານ ປະເທດຕ່າງໆ ທີ່ກ່ຽວຂ້ອງວ່າ ໃຊ້ການສຶກສາ ຜົລກະທົບ ທີ່ບໍ່ຈິງເພື່ອ ຜົລປໂຍດ ຂອງພວກຕົນ.
ໂຄງການນໍ້າເທີນ 2 ເປັນໂຄງການທີ່ ນອງນັນ ມີການຂັດແຍ່ງ ກັນຫລາຍ ແລະ ແກ່ຍາວກັນມານານ ນັບເປັນສິບປີ ກ່ອນໜ້າຈະມີ ການຕົກລົງ ສ້າງໄດ້ໃນຕົວຈິງ ຍ້ອນຜົລກະທົບ ຕໍ່ປະຊາຊົນ ແລະສະພາບ ແວດລ້ອມ.